ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາສຽງສ່ວນຫຼາຍ ຂອງສະພາສູງ ສ​ຫລ ພົບປະກັບທ່ານສີ ແລະດີໃຈຕໍ່ຖະແຫຼງການທີ່ເຂັ້ມແຂງຂອງຈີນ ກ່ຽວກັບການໂຈມຕີຂອງກຸ່ມຮາມາສ

ການຢ້ຽມຢາມຂອງຜູ້ນໍາສຽງສ່ວນຫຼາຍຢູ່ໃນສະພາສູງສະຫະລັດ ທ່ານຊັກ ຊູມເມີ ໄດ້ຮັບການຕ້ອນຮັບໂດຍປະທານປະເທດຈີນ ທ່ານສີ ຈິ້ນຜິງ ກ່ອນການປະຊຸມສອງຝ່າຍຢູ່ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ, ວັນທີ 9 ຕຸລາ 2023.
ການຢ້ຽມຢາມຂອງຜູ້ນໍາສຽງສ່ວນຫຼາຍຢູ່ໃນສະພາສູງສະຫະລັດ ທ່ານຊັກ ຊູມເມີ ໄດ້ຮັບການຕ້ອນຮັບໂດຍປະທານປະເທດຈີນ ທ່ານສີ ຈິ້ນຜິງ ກ່ອນການປະຊຸມສອງຝ່າຍຢູ່ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ, ວັນທີ 9 ຕຸລາ 2023.

ຜູ້​ນຳ​ສຽງ​ສ່ວນ​ຫລາຍ​ຂອງ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານຊູມເມີ ກ່າວ​ວ່າ ທ່ານດີໃຈຫຼາຍ ​ຕໍ່​ຖະ​ແຫຼງ​ການ​ທີ່​ເຂັ້ມ​ແຂງ​ຂຶ້ນ​ຈາກ​ຈີນ ທີ່​ກ່າວ​ປະ​ນາມສະຖານະການ​ການ​ໂຈມ​ຕີທີ່ຮ້າຍແຮງ​ຂອງ​ກຸ່ມຮາມາສ​ໃສ່​ອິ​ສ​ຣາ​ແອລ ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ປັກ​ກິ່ງຂອງທ່ານ ເຊິ່ງ​ລວມ​ມີ​ການ​ພົບ​ປະເປັນເວລາ​ຍາວ​ນານ​ກັບ​ປະ​ທານ​ປະ​ເທດ ສີ ຈິ້ນຜິງ, ອີງຕາມລາຍງານຂອງອົງການຂ່າວ AP.

ໃນກ່ອນ​ໜ້າ​ນີ້ ທ່ານຊູມເມີ ກ່າວ​ວ່າ ທ່ານ​ຮູ້ສຶກ​ຜິດ​ຫວັງ​ທີ່​ຈີນ​ບໍ່​ສາມາດ​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ​ຢ່າງ​ເຂັ້ມແຂງ​. ທ່ານຊູມເມີ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ສະມາ ຊິກ​ສະພາ​ສູງ 6 ທ່ານ​ໄປ​ຢ້ຽມຢາມ​ຈີນ​ໃນ​ອາທິດ​ນີ້ ​ເພື່ອການເຈລະຈາໂດຍ​ແນເປົ້າໝາຍ​ໃສ່ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ສາຍ​ພົວພັນ​ທາງ​ດ້ານ​ການ​ຄ້າ ​ແລະ​ບັນຫາ​ອື່ນໆ.

ຄະນະຜູ້ແທນ, ໂດຍລວມມີສະມາຊິກພັກເດໂມແຄຣັດ 3 ທ່ານ ແລະ ສະມາ ຊິກພັກຣີພັບບລີກັນ 3 ທ່ານ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດຂອງບັນດາສະມາຊິກລັດຖະສະພາສະຫະລັດ ນັບຕັ້ງແຕ່ປີ 2019 ແລະ ມີຂຶ້ນນະເວລາທີ່ມີການໂຈມຕີກ່ຽວກັບ ຈີນ ຢູ່ໃນສະພາສູງ ໃນຂະນະທີ່ອາເມຣິກາ ຕໍ່ສູ້ກັບອໍານາດທີ່ມີເພີ້ມຂຶ້ນ ຢູ່ໃນທົ່ວໂລກ ຂອງປັກກິ່ງ.

ການຢ້ຽມຢາມຂອງຜູ້ນໍາສຽງສ່ວນຫຼາຍຢູ່ໃນສະພາສູງສະຫະລັດ ທ່ານຊັກ ຊູມເມີ, ແລະ ທ່ານຊາວ ເລຈີ, ປະທານສະພາປະຊາຊົນແຫ່ງຊາດຂອງຈີນ ຖ່າຍຮູບຮ່ວມກັນ ກ່ອນການປະຊຸມສອງຝ່າຍຂອງພວກທ່ານ ຢູ່ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ, ວັນທີ 9 ຕຸລາ 2023.

BEIJING (AP) — U.S. Senate Majority Leader Schumer says he is grateful for a stronger statement from China condemning the deadly Hamas attack on Israel issued during his visit to Beijing that included a lengthy meeting with President Xi Jinping. Schumer had earlier said he was disappointed by China’s failure to strongly condemn the attack. Schumer led a delegation of six senators to China this week for talks aimed at stabilizing ties following a sharp deterioration over trade and other issues. The delegation, which included three Democrats and three Republicans, was the first visit by U.S. lawmakers since 2019 and came at a time of growing attacks on China in Congress as America contends with Beijing’s rise as a global power.

XS
SM
MD
LG