ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາສູງ ສະຫະລັດ ສືບສວນ ກ່ຽວກັບການແຊກແຊງ ຂອງຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີ ສຫລ


ຜູ້ເຫັນເຫດການໃຫ້ປາກຄຳ ກ່ຽວກັບ ການກ່າວຫາເລື່ອງການ
ແຊກແຊງຂອງ ຣັດເຊຍເຂົ້າໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ຢູ່ໃນການພິຈາລະນາ ຄະດີຂອງຄະນະ
ກຳມະການສືບລັບສະພາສູງ ໃນລັດຖະສະພາ Capitol Hill. ນະຄອນຫຼວງ ວໍຊິງຕັນ. 30 ມີນາ, 2017.
ຜູ້ເຫັນເຫດການໃຫ້ປາກຄຳ ກ່ຽວກັບ ການກ່າວຫາເລື່ອງການ ແຊກແຊງຂອງ ຣັດເຊຍເຂົ້າໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ຢູ່ໃນການພິຈາລະນາ ຄະດີຂອງຄະນະ ກຳມະການສືບລັບສະພາສູງ ໃນລັດຖະສະພາ Capitol Hill. ນະຄອນຫຼວງ ວໍຊິງຕັນ. 30 ມີນາ, 2017.

ວັນຈັນມື້ນີ້ ຄະນະກຳມະການສະພາສູງ ສະຫະລັດ ກຳລັງທຳການສືບສວນຄັ້ງໃໝ່ ໃນ ການແຊກແຊງ ຂອງຣັດເຊຍເຂົ້າໃນການເລືອກຕັ້ງປະທານາທິບໍດີປີກາຍນີ້ ເຖິງແມ່ນ ວ່າປະທານາທິບໍດີ ດໍໂນລ ທຣຳ ຈະສືບຕໍ່ປະຕິເສດການແຊກແຊງຂອງ ມົສກູ ກໍຕາມ.

ຄະນະກຳມະການສືບລັບສະພາສູງ ກຳລັງພິຈາລະນາຄຳໃຫ້ການຈາກທ່ານນາງ Sally
Yates, ຜູ້ທີ່ໄດ້ເປັນຜູ້ວ່າການລັດຖະມົນຕີຍຸຕິທຳໄລຍະສັ້ນໆ, ເຊິ່ງແມ່ນຕຳແໜ່ງເຈົ້າ
ໜ້າທີ່ບັງຄັບໃຊ້ກົດໝາຍລະດັບສູງຂອງປະເທດ, ໃນການປະຕິບັດງານຕອນຕົ້ນໆຂອງ
ລັດຖະບານ ທຣຳ ກ່ອນທີ່ປະທານາທິບໍດີຄົນໃໝ່ຈະໄດ້ໄລ່ຜູ້ກ່ຽວອອກຈາກໜ້າທີ່.

ເພິ່ນໄດ້ເປັນເຈົ້າໜ້າທີ່ຄົນສຳຄັນໃນກະຊວງຍຸຕິທຳ ພາຍໃຕ້ອະດີດປະທານາທິບໍດີ
ທ່ານ ບາຣັກ ໂອບາມາ ແລະ ຄາດວ່າ ຈະຕອບຄຳຖາມຕ່າງໆ ກ່ຽວກັບ ຄຳເຕືອນທີ່ເພິ່ນ
ໄດ້ກ່າວຕໍ່ລັດຖະບານໃໝ່ ກ່ຽວກັບ ການປຶກສາຫາລື ທີ່ທ່ານ Michael Flynn, ນາຍ
ພົນທະຫານບົກທີ່ອອກກິນເບ້ຍບຳນານແລ້ວ, ເຊິ່ງທ່ານ ທຣຳ ໄດ້ຕັ້ງໃຫ້ເປັນຜູ້ຊີ້ນຳ
ດ້ານຄວາມປອດໄພແຫ່ງຊາດຂອງທ່ານນັ້ນ, ໄດ້ມີການຕິດຕໍ່ພົວພັນກັບທູດ ຣັດເຊຍ ໃນນະຄອນຫຼວງ ວໍຊິງຕັນ.

ທ່ານ Flynn ໄດ້ປະຕິບັດໜ້າທີ່ 24 ມື້ ໃນທຳນຽບຂາວ ກ່ອນທີ່ທ່ານ ທຣຳ ຈະໄລ່ເພິ່ນ
ອອກຈາກຕຳແໜ່ງ, ຫຼັງຈາກ ສະຫະລັດ ຈັບໄດ້ການສົນທະນາກັນລະຫວ່າງ ທ່ານ
Flynn ກັບ ທ່ານ Sergey Kislyak ຊຶ່ງໄດ້ສະແດງໃຫ້ເຫັນວ່າ ທ່ານ Flynn ໄດ້ຂີ້ຕົວະ
ຮອງປະທາ ນາທິບໍດີ ທ່ານ Mike Pence ແລະ ຄົນອື່ນໆ ກ່ຽວກັບ ການສົນທະນາ
ຂອງເພິ່ນ ກັບ ນັກການທູດ ຣັດເຊຍ. ທ່ານນາງ Yates ຢ້ານວ່າ ເນື່ອງຈາກວ່າ ທ່ານ
ໄດ້ປະຕິເສດການຕິດຕໍ່ກັນນັ້ນ, ທ່ານ Flynn ອາດມີການສ່ຽງຕໍ່ການຫັກຫຼັງກໍໄດ້.

ພ້ອມກັນນັ້ນ, ທ່ານ James Clapper, ຜູ້ອຳນວຍການຂອງຄະນະກຳມະການສືບລັບ
ແຫ່ງຊາດຂອງທ່ານ ໂອບາມາ ກໍຄາດວ່າຈະໃຫ້ການເປັນພະຍານນຳດ້ວຍ. ທ່ານໄດ້ມີ
ສ່ວນຮ່ວມໃນການສະຫຼຸບຄວາມເຫັນຂອງປະຊາຄົມສືບລັບ ສະຫະລັດ ວ່າ ຣັດເຊຍ ໄດ້
ພະຍາຍາມຊ່ວຍເຫຼືອໃນການຂະຫຍາຍໂອກາດໃນການຍາດເອົາໄຊຊະນະຂອງ ທ່ານ
ທຣຳ ໂດຍການລັກເຈາະຂໍ້ມູນໃນຄອມພິວເຕີຂອງຫົວໜ້າການໂຄສະນາຫາສຽງສຳລັບ
ຄູ່ແຂ່ງຂອງທ່ານ, ເຊິ່ງແມ່ນອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ
Hillary Clinton.

ກຸ່ມຕໍ່ຕ້ານຄວາມລັບ WikiLeaks ຕໍ່ມາໄດ້ເປີດເຜີຍອີເມລຫຼາຍສະບັບໃນຫຼາຍສັບປະ
ດາກ່ອນການເລືອກຕັ້ງ ທີ່ໄດ້ສະແດງໃຫ້ເຫັນຄວາມອັບອາຍຂາຍໜ້າໃນສາກຫຼັງຂອງ
ການປະຕິບັດການຂອງພັກເດໂມແຄຣັດ ທີ່ໄດ້ເພັ່ງເລັງໃສ່ການຊ່ວຍເຫຼືອໃຫ້ທ່ານນາງ
Clinton ຊະນະການຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ໃນພັກຂອງ
ທ່ານນາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG