ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ສູງ ​ສ​ຫ​ລ ​ສະ​ກັດ​ກັ້ນ ຄວາມ​ພະ​ຍາ​ຍາມ ທີ່ກີດ​ກັນ ​ການ​ຂາຍ​ອາ​ວຸດ ​ໃຫ້​ແກ່ ບາ​ຫ໌ເຣນ ແລະ​ກາ​ຕາ


ບັນ​ດາ​ສະ​ມາ​ຊິກ​ສະ​ພາພາ​ກັນ​ຍ່າງ​ອອກ​ຈາກ​ສະ​ພາ​ສູງ ຢູ່​ຕຶກ​ຫ້ອງ​ການ​ຂອງ​ລັດ​ຖະ​ສະ​ພາ​ໄປ ໃນ​ວັນ​ທີ 31 ພຶດ​ສະ​ພາ, 2019
ບັນ​ດາ​ສະ​ມາ​ຊິກ​ສະ​ພາພາ​ກັນ​ຍ່າງ​ອອກ​ຈາກ​ສະ​ພາ​ສູງ ຢູ່​ຕຶກ​ຫ້ອງ​ການ​ຂອງ​ລັດ​ຖະ​ສະ​ພາ​ໄປ ໃນ​ວັນ​ທີ 31 ພຶດ​ສະ​ພາ, 2019

ສະ​ພາ​ສູງ​ຂອງ​ສະ​ຫະ​ລັດ ໄດ້​ຫັນ​ຫລັງ​ໃຫ້​ມະ​ຕິ​ທີ່​ແນ​ໃສ່ບໍ່ອະ​ນຸ​ຍາດໃຫ້ຂາຍ​ອາ​ວຸດ​ທີ່​ມີ​ມູນ​ຄ່າ​ຫລາຍ​ຕື້​ໂດ​ລາ ​ແກ່​ປະ​ເທດ​ບາ​ຫ໌ເຣນ ແລະ​ກາ​ຕາ ໃນ​ວັນ​ພະ​ຫັດ​ວານນີ້ ທ້າມ​ກາງ​ການກວດ​ກາ​ຢ່າງ​ລະ​ອຽດ​ຖີ່​ຖ້ວນ ຂອງ​ລັດ​ຖະ​ສະ​ພາຕໍ່​ການ​ຂາຍ​ອາ​ວຸດ​ໃຫ້​ແກ່​ບັນ​ດາປະ​ເທດ​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ.

ສະ​ພາ​ສູງ​ໄດ້​ລົງ​ຄະ​ແນນ​ສຽງ 43 ຕໍ່ 56 ໃນ​ການທີ່​ຈະ​ເອົາມະ​ຕິກ່ຽວ​ກັບ​ບາ​ຫ໌​ເຣນ ອອກ​ຈາກ​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ກັບ​ຕ່າງ​ປະ​ເທດ ແລະ​ໄດ້​ເອົາ​ມັນ​ມາ​ເປີດ​ໃຫ້​ລົງ​ຄະ​ແນນ​ສຽງ​ເພື່ອ​ໃຫ້​ສະ​ມາ​ຊິກ​ຂອງສະ​ພາດັ່ງ​ກ່າວ​ທັງ​ໝົດ​ໄດ້​ພິ​ຈາ​ລະ​ນາ. ສະ​ພານັ້ນ​ ຍັງ​ໄດ້ລົງ​ຄະ​ແນນສຽງ 42 ຕໍ່ 57 ​ໃນ​ການປ່ອຍໃຫ້​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ກັບ​ກາ​ຕາອອກ​ໄປ​.

ທ່ານແຣນ ພອ​ລ (Rand Paul) ຈາກ​ລັດ​ເຄັນ​ຕັກ​ກີ (Kentucky) ກ່າວ​ຕໍ່​ນັກ​ຂ່າວຢູ່​ໃນ​ຕຶກ​ຂອງ​ລັດ​ຖະ​ສະ​ພາ, ວັນ​ທີ 17 ກໍ​ລະ​ກົດ, 2018
ທ່ານແຣນ ພອ​ລ (Rand Paul) ຈາກ​ລັດ​ເຄັນ​ຕັກ​ກີ (Kentucky) ກ່າວ​ຕໍ່​ນັກ​ຂ່າວຢູ່​ໃນ​ຕຶກ​ຂອງ​ລັດ​ຖະ​ສະ​ພາ, ວັນ​ທີ 17 ກໍ​ລະ​ກົດ, 2018

ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ພັກ​ຣີ​ພັບ​ບລິກັນ, ທ່ານແຣນ ພອ​ລ (Rand Paul) ຈາກ​ລັດ​ເຄັນ​ຕັກ​ກີ (Kentucky) ມະ​ຕິ​ດັ່ງ​ກ່າວ ໄດ້​ຫາ​ທາງ​ທີ່​ຈະ​ສະ​ກັດ​ກັ້ນການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ທີ່​ໄດ້​ປະ​ກາດ​ໄປ​ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ​ວ່າ ຈະ​ຂາຍ​ລະ​ບົບ​ລູກ​ສອນ​ໄຟ​ຂອງ​ສະ​ຫະ​ລັດ​ໃຫ້​ແກ່​ບາ​ຫ໌​ເຣນ ແລະ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີແບບ​ບຸກ​ໂຈມ​ຕີ​ ໃຫ້​ແກ່​ກາ​ຕາ, ຊຶ່ງ​ແຕ່​ລະ​ອັນ​ມີ​ມູນ​ຄ່າ​ຢູ່​ປະ​ມານ 3 ຕື້​ໂດ​ລາ.

ທ່ານ​ ພອ​ລ ກ່າວ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ວ່າ "ເຂດ​ຕາ​ເວັນ​ອອກ​ກາງ​ເປັນໝໍ້​ຕົ້ມຂະ​ໜາດ​ໃຫຍ່ທີ່​ຮ້ອນ ແລະມີ​ການສ່ຽງໄພ​ຢູ່ຕໍ່​ເນື່ອງວ່າ ຈະ​ຟົດ​ເດືອດຂຶ້ນ​ໄດ້." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ເລື້ອງ​ທີ່​ຜິດ​ພາດ​ທີ່​ຈະ​ເອົາອາ​ວຸດ​ໄປປ້ອນໃສ່​ການ​ຂັດ​ແຍ້ງທີ່ມີ​ມາ​ເປັນ​ເວ​ລາ​ນານໄດ້ສັດ​ຕະ​ວັດແລ້ວ ອັນນີ້."

ທ່ານ​ ພອ​ລໃຫ້​ຄຳ​ເຫັນ​ອີກວ່າ ອາ​ວຸດ ທີ່​ສົ່ງ​ໄປ​ຍັງ​ເຂດ​ຕາ​ເວັນ​ອອກ​ກາງ ສາ​ມາດ ທີ່​ຈະ​ລອດ​ຕົກ​ໄປ​ຢູ່​ໃນ​ກຳ​ມືສັດ​ຕູຂອງ​ອາ​ເມ​ຣິ​ກາ​ ກໍ​ເປັນ​ໄດ້.

ທ່ານ​ກ່າວ​ວ່າ "ຢູ່​ໃນ​ອີຣ່ານທຸກມື້ນີ້, ພວກ​ເຂົາ​ເຈົ້າ​ຍັງ​ມີ​ອາ​ວຸດ​ຂອງ​ສະ​ຫະ​ລັດ​ບາງ​ຈຳ​ນວນທີ່​ຫລົງ​ເຫລືອມ​ຈາກອາ​ວຸດ​ທີ່​ສະ​ຫະ​ລັດ​ສະ​ໜອງ​ໃຫ້​ພະ​ເຈົ້າ​ຊາ [ອະ​ດີ​ດຜູ້ນຳ​ຂອງ​ອີ​ຣ່ານ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ສະ​ຫະ​ລັດທີ່​ຖືກ​ໂຄ່ນ​ລົ້ມໃນ​ປີ 1979 ນັ້ນ]. ຢູ່​ໃນ​ອີ​ຣັກນັ້ນ, ອາ​ວຸດ​ຈຳ​ນວນ​ນຶ່ງ ທີ່​ພວກ​ເຮົາ​ເອົາ​ໃຫ້​ເຂົາ​ເຈົ້າ ເພື່ອ​ຕໍ່​ສູ້​ກັບ​ອີ​ຣ່ານ ກໍ​ຍັງ​ຢູ່​ໃນ​ຫັ້ນ ໃນ​ຕອນ​ທີ່​ພວກ​ເຮົາ​ກັບ​ໄປ​ຕໍ່​ສູ້​ກັບຊາດ​ດຳ ຮຸສເຊນ (Saddam Hussein). ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ, ອາ​ວຸດ​ບາງ​ຈຳ​ນວນ ທີ່​ພວກ​ເຮົາ​ເອົາ​ໃຫ້ກຸ່ມ​ມູ​ຈາ​ຮີ​ດີນ (Mujahideen) ເພື່ອ​ສູ້​ກັບ​ຣັດ​ເຊຍ [ໃນ​ຊຸມ​ປີ 1980 ນັ້ນ] ກໍ​ຍັງ​ເຫລືອ​ຢູ່​ຫັ້ນ ເມື່ອ​ພວກ​ເຮົາ​ກັບ​ຄືນ​ໄປ​ສູ້​ກັບກຸ່ມ​ຕາ​ລີ​ບານ [ຫລັງ​ຈາກ​ມີການ​ໂຈມ​ຕີໃນວັນ​ທີ 11 ເດືອນ 9 ​ປີ 2001]."

ປີ​ກາຍນີ້ ສະ​ພາ​ສູງ​ຍັງ​ໄດ້​ເຮັດ​ໃຫ້​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມຂອງ​ສະ​ມາ​ຊິກ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ ຈາກລັດເຄັນ​ຕັກ​ກີ​ທ່ານນີ້ ທີ່​ຈະສະ​ກັດ​ກັ້ນ ບໍ່​ໃຫ້​ຂາຍ ລະ​ບົບ​ຈະ​ຫລວດ ​ໃຫ້​ແກ່​ບາ​ຫ໌​ເຣນ​ນັ້ນ ​ເສຍ​ໄຊ​ໄປອີກດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG