ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສະຫະລັດ ບໍ່ສາມາດ ທີ່ຈະກຳຈັດ ຄວາມເປັນໄປໄດ້ ໃນການປິດ ລັດຖະບານ


ຜູ້ນຳສຽງສ່ວນນ້ອຍສະພາສູງທ່ານ Harry Reid, ຂວາ ແລະ ສະມາຊິກສະພາສູງ ທ່ານ Chuck Schumer ກ່າວຄຳປາໄສ ຕໍ່ບັນດານັກຂ່າວ ກ່ຽວກັບຮ່າງກົດ ໝາຍການໃຊ້ຈ່າຍຊົ່ວຄາວ ເພື່ອຫຼີກລ່ຽງກາປິດລັດຖະບານກາງ ໃນທ້າຍສັບປະດານີ້ ທີ່ຕຶກລັດຖະສະພາ Capitol Hill ນະຄອນຫຼວງ ວໍຊິງຕັນ. 27 ກັນຍາ, 2016.
ຜູ້ນຳສຽງສ່ວນນ້ອຍສະພາສູງທ່ານ Harry Reid, ຂວາ ແລະ ສະມາຊິກສະພາສູງ ທ່ານ Chuck Schumer ກ່າວຄຳປາໄສ ຕໍ່ບັນດານັກຂ່າວ ກ່ຽວກັບຮ່າງກົດ ໝາຍການໃຊ້ຈ່າຍຊົ່ວຄາວ ເພື່ອຫຼີກລ່ຽງກາປິດລັດຖະບານກາງ ໃນທ້າຍສັບປະດານີ້ ທີ່ຕຶກລັດຖະສະພາ Capitol Hill ນະຄອນຫຼວງ ວໍຊິງຕັນ. 27 ກັນຍາ, 2016.

ລັດຖະສະພາ ສະຫະລັດ ໄດ້ຫຍັບໃກ້ເຂົ້າສູ່ການປິດລັດຖະບານໃນວັນອັງຄານວານນີ້ ໃນຂະນະທີ່ສະພາສູງບໍ່​ສາມາດທີ່ຈະອະນຸມັດຕໍ່​ຮ່າງ​ກົດໝາຍການໃຊ້ຈ່າຍໄລຍະສັ້ນ.

ພັກເດໂມແຄຣັດໄດ້ຂັດຂວາງ ​ຕໍ່​ຮ່າງ​ກົດໝາຍ ທີ່ອາດຈະຂະຫຍາຍອຳນາດການໃຊ້ຈ່າຍ ຂອງລັດຖະບານກາງໄປ​ຈົນ​ຮອດເດືອນທັນວາ. ນອກຈາກວ່າລັດຖະສະພາຈະດຳ​ເນີນ​ການ​ສິ່ງ​ໃດ​ສິ່ງ​ນຶ່ງ​ແລ້ວ, ອຳນາດໃນການໃຊ້ຈ່າຍຈະໝົດອາຍຸໃນຕອນທ່ຽງຄືນຂອງວັນ ສຸກທີ່ຈະມາເຖິງນີ້ ​ເຊິ່ງເປັນການສິ້ນສຸດລົງຂອງສົກງົບປະມານໃນປະຈຸບັນ ແລະ ການບໍ ລິການລັດຖະບານທີ່ບໍ່ສຳຄັນຂອງລັດຖະບານກາງ ຈະຖືກລະງັບ​ໄວ້ຊົ່ວຄາວ, ບໍ່ເຖິງ 6 ສັບປະດາກ່ອນການເລືອກຕັ້ງໃນເດືອນພະຈິກນີ້.

ສະມາຊິກພັກຣີພັບບລີກັນ ແລະ ເດໂມແຄຣັດ ຕ່າງ​ກໍໄດ້ຖິ້ມ​ໂທດ​ໃສ່ກັນແລະກັນກ່ຽວ​ກັບ​ເລື່ອງນີ້ ເຊິ່ງ​ມີ​ການພົບວ່າ ຮ່າງ​ກົດໝາຍ​ການ​ໃຊ້​ຈ່າຍ​ຊົ່ວຄາວ ຍັງ​ຂາດຄະແນນຢູ່ 15 ຄະ ແນນ ຈຶ່ງ​ຈະ​ໄດ້​ຮັບ​ການສະໜັບສະໜູນ 3 ສ່ວນ 5 ທີ່​ຈຳ​ເປັນ​ເພື່ອ​ຮັບ​ຜ່ານສະພາສູງ.

ສະມາຊິກພັກຣີພັບບລີກັນ ຈາກລັດ Kentucky, ຜູ້ນຳສຽງສ່ວນຫຼາຍ ​ໃນ​ສະພາ​ສູງ ທ່ານ Mitch McConnell ໄດ້ກ່າວວ່າ “ມັນສາມາດເປັນໄປໄດ້ບໍວ່າ ບັນດາຜູ້ນຳພັກເດໂມ ແຄຣັດໄດ້ສະໜັບສະໜູນຄວາມຜິດປົກກະຕິຂອງການປະຕິບັດງານຢ່າງຮອບຄອບທີ່ ພວກເຂົາເຈົ້າໄດ້ກັກບັນຊີງົບປະມານ 10 ສັບປະດາທີ່ບໍ່ມີຂໍ້ຂັດແຍ້ງໄວ້ເພື່ອຫຍັງແທ້? ມີຜູ້ໃດຮູ້ວ່າບັນຫາມັນແມ່ນຫຍັງ? ແມ່ນກະທັ້ງພວກເດໂມແຄຮັດເອງຈະຮູ້ຈັກບໍ? ຄຳ ຊີ້ແຈງເຫດຜົນເບິ່ງຄືວ່າ ຈະປ່ຽນແປງໄປແຕ່ລະຊົ່ວ ໂມງ.”

ຜູ້ນຳສຽງສ່ວນນ້ອຍຈາກລັດ Nevada ທ່ານ Harry Reid ໄດ້ອ້າງວ່າ “ນິຕິບັນຍັດຂອງ ພັກຣີພັບບລີກັນ​ແມ່ນ​ພາດປະເດັນ.”

ພັກເດໂມແຄຣັດໄດ້ຄັດຄ້ານຕໍ່ຂໍ້ກຳນົດທີ່ຈະເຮັດໃຫ້ການເປີດເຜີຍສຳ ລັບບໍລິສັດຕ່າງທີ່ ປະກອບສ່ວນເຂົ້າໃນການໂຄສະນາຫາສຽງມີຄວາມອ່ອນແອລົງ. ພວກເຂົາເຈົ້າກໍຍັງໄດ້ ຕຳໜິວ່າຮ່າງ​ກົດໝາຍດັ່ງກ່າວບໍ່ມີເງິນທຶນເພື່ອລົບລ້າງການປົນເປື້ອນສານກົ່ວຈາກນ້ຳ ດື່ມໃນເມືອງ Flint ລັດ Michigan, ເຊິ່ງມັນເປັນອັນຕະລາຍທີ່ເລີ່ມຂຶ້ນໃນສອງປີທີ່ຜ່ານ ມາ.

ສະມາຊິກພັກ ເດໂມແຄຣັດ ລັດ ອີລີນອຍ ທ່ານ Dick Durbin ໄດ້ກ່າວວ່າ “ປະຊາຊົນ ໜຶ່ງແສນຄົນໄດ້ກືນກິນເອົາສານກົ່ວນັ້ນ. ລອງຈິນຕະນາການເບິ່ງເດັກນ້ອຍ 9,000 ຄົນໃນເມືອງ Flint ເປັນເບື່ອຍ້ອນນ້ຳທີ່ປົນເປື້ອນກັບສານກົ່ວ. ສິ່ງນັ້ນໄດ້ເກີດຂຶ້ນ ແລ້ວ. ໃນເມືອງທີ່ເປັນຕາສົງສານນັ້ນ ພວກເຂົາເຈົ້າຍັງດື່ມນ້ຳຈາກຕຸກໃນທຸກໆມື້."

ພັກຣີພັບບລີກັນໄດ້ຕອບໂຕ້ວ່າພວກເຂົາເຈົ້າມີຄວາມຕັ້ງໃຈຢ່າງເຕັມທີ່ ເພື່ອສະໜອງທຶນ ຕ່າງໆໃຫ້ກັບເມືອງ Flint, ແຕ່ຈະເຮັດມັນໃນມະຕິແຍກຕ່າງຫາກ ທີ່ຮັບມືກັບຄວາມປອດ ໄພຂອງນ້ຳໂດຍສະເພາະ, ບໍ່ແມ່ນຮ່າງ​ກົດໝາຍການໃຊ້ຈ່າຍໄລຍະສັ້ນສຳລັບລັດຖະ ບານທັງໝົດ.

ພັກຣີພັບບລີກັນ ເຫັນການເມືອງເປັນສິ່ງຄອບງຳໃນປີການເລືອກຕັ້ງ, ໂດຍອ້າງວ່າ ພັກ ເດໂມແຄຣັດ ເຊື່ອວ່າ ໂອກາດຂອງການທີ່ຈະຊະນະການຄວບຄຸມສະພາສູງຂອງພວກ ເຂົາເຈົ້າຈະເພີ່ມສູງຂຶ້ນ ຖ້າພັກຣີພັບບລີກັນ ຖືກມອງເຫັນວ່າບໍ່ສາມາດທີ່ຈະບັນລຸໜ້າທີ່ ພື້ນຖານໃນການປະຕິບັດກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Government Faces Partial Shutdown as Lawmakers Fail to Reach Agreement
please wait

No media source currently available

0:00 0:01:43 0:00
XS
SM
MD
LG