ສະພາສູງຂອງສະຫະລັດ ມີກຳນົດທີ່ຈະກັບມາພິຈາລະນາການວາງມະຕິທີ່ຈະຍຸຕິ
ການສະໜັບສະໜຸນຂອງອາເມຣິກາ ຕໍ່ການແຊກແຊງທາງທະຫານຂອງຊາອຸດີ ອາ
ຣາເບຍ ເຂົ້າໃນສົງຄາມກາງເມືອງຂອງເຢເມນ ໂດຍການລົງຄະແນນສຽງ ຕໍ່ມາດ
ຕະການ ທີ່ໄດ້ວາງແຜນໄວ້ ໃນຕອນບ່າຍຂອງວັນພະຫັດວານນີ້.
ສະມາຊິກສະພາສູງສັງກັດພັກຣີພັບບລິກັນຫລາຍຄົນຄາດວ່າຈະທຳການພິຈາລະນາ
ຮ່ວມກັບພວກສັງກັດພັກເດໂມແຄຣັດ ທີ່ໃນທີ່ສຸດ ກໍຈະຮັບຜ່ານມະຕິດັ່ງກ່າວ.
ສະພາສູງ ທີ່ນຳພາໂດຍພັກຣີພັບບລິກັນໄດ້ລົງຄະແນນສຽງໂດຍໄດ້ 60 ຕໍ່ 39 ຄະແນນ
ໃນວັນພຸດວານນີ້ ເພື່ອໃຫ້ມີການສົນທະນາໂຕ້ວາທີກັນ ກ່ຽວກັບມາດຕະການດັ່ງກ່າວ
ຊຶ່ງເປັນການກະທຳທີ່ບໍ່ສອດຄ່ອງກັບຄະນະລັດຖະບານຂອງທ່ານ ດໍໂນລ ທຣຳ ທີ່ໄດ້
ກ່າວຄັດຄ້ານຢ່າງໜັກ ຕໍ່ການທີ່ຈະເຮັດໃຫ້ການຮ່ວມມື ລະຫວ່າງວໍຊິງຕັນ ກັບຣິຢາດ
ທີ່ເປັນພັນທະມິດກັນມາ ເປັນເວລາດົນນານນັ້ນ ແຕກຫັກລົງ.
“ຕ້ອງຍຸຕິການສົມຮູ້ຮ່ວມຄິດຂອງສະຫະລັດ ໃນການຖິ້ມລະເບີດໃສ່ພົນລະເມືອງ ແລະ
ການເຂັ່ນຂ້າເດັກນ້ອຍ (ຢູ່ໃນເຢເມນ), ທີ່ກຳລັງດຳເນີນໄປຢູ່ນັ້ນ ຊຶ່ງຜົນຂອງມັນກໍຄື
ການທຳສົງຄາມອາດຊະຍາກຳ,” ນັ້ນຄືຄຳເວົ້າ ຂອງສະມາຊິກສະພາສູງ ສັງກັດພັກເດ
ໂມແຄຣັດ ຈາກລັດຄອນເນັກຕິກັດ, ທ່ານ ຣີຊາດ ບລູເມນຕອລ (Richard
Blumenthal) ທີ່ໄດ້ກ່າວຕໍ່ວີໂອເອ.
ສະມາຊິກສະພາສູງເບີນີ ແຊນເດີສ໌ ທີ່ບໍ່ສັງກັດໃນພັກໃດ ຈາກລັດເວີມັນທ໌ ທີ່ເປັນຜູ້ຮ່ວມ
ຂຽນມາດຕະການດັ່ງກ່າວຂຶ້ນມານັ້ນ ກ່າວວ່າ “ມະຕິນີ້ເວົ້າວ່າ ຢູ່ໃນສົງຄາມທີ່ຂີ້ຮ້າຍ
ແລະໜ້າສະຫຍອງຂວັນນີ້ ວ່າ ລັດຖະສະພາກຳລັງກະກຽມເພື່ອດຳເນີນການຕໍ່ ແລະ
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ພວກເຮົາທຸກຄົນ ຈະພາກັນສວຍເອົາໂອກາດນີ້.”
ສິ່ງສະໜັບສະໜຸນຕໍ່ມະຕິດັ່ງກ່າວ ກໍຄືການອ້າງອີງໃສ່ພາລະໜ້າທາງລັດຖະທຳມະນູນ
ຂອງລັດຖະສະພາ ທີ່ຈະປະກາດສົງຄາມ ແລະໃຫ້ອະນຸມັດຕໍ່ການປະຕິບັດງານທາງ
ທະຫານ. ຝ່າຍຕຸລາການຂອງສະຫະລັດບໍ່ໄດ້ອະນຸມັດໃຫ້ສະຫະລັດ ມີບົດບາດສະ
ໜັບສະໜຸນ ການລະດົມຂອງຊາອຸດີ ອາຣາເບຍ ເພື່ອທຳການຕໍ່ສູ້ກັບພວກຫົວຮຸນ
ແຮງຕ້ານເຢເມນ ທີ່ໄດ້ຮັບການໜຸນຫລັງຈາກອີຣ່ານ, ຊຶ່ງເປັນການຂັດແຍ້ງ ທີ່ພາໃຫ້
ມີການຕາຍຂອງພົນລະເມືອງຢ່າງແຜ່ຫລາຍ ແລະກາຍເປັນໄພຫາຍະນະທາງມະນຸດ
ສະທຳທີ່ຮ້າຍແຮງທີ່ສຸດຢ່າງນຶ່ງຂອງໂລກ.