ສະພາສູງ ສະຫະລັດ ໄດ້ລົງຄະແນນສຽງ ເພື່ອຮັບຮອງເອົາການສະເໜີຊື່ຂອງທ່ານ
ແບຣັດ ຄາແວນໍ ເປັນຜູ້ພິພາສາສານສູງສຸດໃນວັນເສົາວານນີ້, ລຸນຫລັງການກ່າວຫາ
ທີ່ເປັນບັນຫາ ຫຼາຍສັບປະດາ ກ່ຽວກັບ ການລວນລາມທາງເພດ ແລະ ການໂຈມຕີຕໍ່
ບຸກຄະລິກ ແລະ ອາລົມຂອງທ່ານ.
ທ່ານ ຄາແວນໍ ໄດ້ຖືກຢືນຢັນໃນການລົງຄະແນນສຽງ 50 ຕໍ່ 48 ໃນກອງປະຊຸມສະ
ພາສູງ. ສະມາຊິກສະພາສູງພັກ ຣີພັບບລີກັນ, ທ່ານ ສຕີຟ ເດນສ໌ ຈາກລັດ ມັອນທາ
ນາ ແມ່ນບໍ່ໄດ້ຢູ່ສຳລັບການລົງຄະແນນສຽງ ຍ້ອນວ່າທ່ານໄດ້ໄປຮ່ວມສະຫຼອງງານ
ແຕ່ງດອງຂອງລູກສາວທ່ານ. ເຫດດັ່ງກ່າວນັ້ນໄດ້ເຮັດໃຫ້ສະມາຊິກສະພາສູງພັກຣີ
ພັບບລີກັນຈາກລັດ ອາລັສກາ ທ່ານນາງ ລີຊາ ເມີໂຄສກີ (Lisa Murkowski) ໄດ້ລົງ
ຄະແນນສຽງວ່າ “ຢູ່ ”, ເຊິ່ງແມ່ນການປະຕິບັດທີ່ຖືກເອີ້ນວ່າ “ການຈັບຄູ່ລະຫວ່າງສະ
ມາຊິກສະພາສູງ.” ທ່ານນາງ ເມີໂຄສກີ ໄດ້ຄັດຄ້ານທີ່ຈະສົ່ງທ່ານ ຄາແວນໍ ໄປສານ
ສູງສຸດ, ແຕ່ໄດ້ຖອນການລົງຄະແນນສຽງຂອງເພິ່ນ ວ່າເປັນສ່ວນນຶ່ງຂອງການຈັບຄູ່
ກັນ.
ໃນຂະນະທີ່ບັນດາສະມາຊິກສະພາສູງໄດ້ລົງຄະແນນສຽງນັ້ນ, ພວກປະທ້ວງໃນຫ້ອງ
ສະພາສູງ ໄດ້ຮ້ອງຄຳວ່າ “ຂ້ອຍບໍ່ຍອມ” ກັບ “ອັບອາຍຂາຍໜ້າ” ຈົນໄດ້ເຮັດໃຫ້ຮອງ
ປະທານາທິບໍດີ ທ່ານ ໄມຄ໌ ເພັນສ໌ ຕ້ອງຮ້ອງຂໍຄວາມເປັນລະບຽບຢ່າງຊ້ຳແລ້ວຊ້ຳອີກ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມໃນ ທວິດເຕີ ຫຼັງຈາກ
ການລົງຄະແນນສຽງວ່າ “ຂ້າພະເຈົ້າຂໍຍົກຍ້ອງ ແລະ ສັນລະເສີນສະພາສູງ ສະຫະລັດ
ສຳລັບການຮັບຮອງເອົາຜູ້ຖືກສະເໜີຊື່ທີ່ດີທີ່ສຸດຂອງພວກເຮົາ, ຜູ້ພິພາກສາ ແບຣັດ
ຄາແວນໍ, ເພື່ອເປັນຜູ້ພິພາກສາສານສູງສຸດ ສະຫະລັດ. ໃນທ້າຍຂອງມື້ນີ້, ຂ້າພະເຈົ້າ
ຈະເຊັນ ສານແຕ່ງຕັ້ງ, ແລະ ທ່ານກໍຈະໄດ້ສາບານໂຕເຂົ້າຮັບຕຳແໜ່ງຢ່າງເປັນທາງ
ການ. ເປັນຕາຕື່ນເຕັ້ນຫຼາຍ.”
ບັນດານັກວິເຄາະກ່າວວ່າ ທ່ານ ຄາແວນໍ, ຜູ້ທີ່ຖືກສະເໜີຊື່ໂດຍປະທານາທິບໍດີນັ້ນ,
ຈະໃຫ້ຄະແນນສຽງສ່ວນຫຼາຍຕໍ່ພັກອະນຸລັກນິຍົມ 5 ຕໍ່ 4 ຢູ່ໃນສານດັ່ງກ່າວ. ການແຕ່ງ
ຕັ້ງຕະຫຼອດຊີວິດໝາຍຄວາມວ່າ ທ່ານ ຄາແວນໍ ອາຍຸ 53 ປີນັ້ນ ຈະປະຕິບັດໜ້າທີ່ໃນ
ສານສູງສຸດ ຢູ່ຫຼາຍທົດສະວັດ. ທ່ານ ຄາແວນໍ ຈະເຂົ້າແທນຕຳແໜ່ງຂອງຜູ້ພິພາກສາ
ສານສູງສຸດທີ່ອອກບຳນານແລ້ວ ທ່ານ ແອນໂທນີ ເຄັນເນດີ. ສານທີ່ມີສະມາຊິກ 9 ຄົນ
ນັ້ນ ໃນປັດຈຸບັນນີ້ແມ່ນເຮັດໜ້າທີ່ ທີ່ມີຜູ້ພິພາກສາພຽງ 8 ຄົນເທົ່ານັ້ນ.