ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງສະຫະລັດ ຮັບຮອງເອົາການ ແຕ່ງຕັ້ງ ທ. ບລິນເຄນ ໃຫ້ເປັນຜູ້ນໍາພາກະຊວງການຕ່າງປະເທດ


 ທ່ານ Antony Blinken ກ່າວຢູ່ໃນໄລຍະທີ່ມີການຮັບຟັງຢູ່ສະພາສູງ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ
ທ່ານ Antony Blinken ກ່າວຢູ່ໃນໄລຍະທີ່ມີການຮັບຟັງຢູ່ສະພາສູງ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ

ສະພາສູງສະຫະລັດໄດ້ຮັບຮອງເອົາທ່ານແອນໂທນີ ບລິນເຄນ (Anthony Blinken) ໃຫ້ເປັນຫົວໜ້ານັກການທູດຂອງປະເທດ ໃນວັນອັງຄານວານນີ້, ເຊິ່ງເປັນການປູທາງໃຫ້ແກ່ລັດຖະບານຂອງທ່ານໄບເດັນເພື່ອໃນທີ່ສຸດ ຕ່າວ ປີ້ນນະໂຍບາຍ ທີ່ຢູ່ໂດດດ່ຽວຂອງລັດຖະບານທ່ານທຣໍາໄດ້.

ທ່ານ ບລິນເຄນ (Blinken) ໄດ້ຖືກຮັບການຮັບຮອງເອົາດ້ວຍຄະແນນສຽງ 72 ຕໍ່ 22 ສຽງ ເພື່ອໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດຄົນທີ 71, ເຊິ່ງໄດ້ເຂົ້າກໍາຕຳແໜ່ງສູງສຸດຂອງລັດຖະບານ ແລະກໍເປັນຜູ້ທີ່ຢູ່ໃນອັນດັບທີ 4 ໃນສາຍການຈັດຕັ້ງທີ່ຈະສືບທອດຕຳແໜ່ງເປັນປະທານາທິບໍດີໄດ້.

ຢູ່ໃນການຮັບຟັງເພື່ອຮັບຮອງເອົາທ່ານໃນອາທິດຜ່ານມານັ້ນ ທ່ານ ບລິນເຄນ (Blinken) ກ່າວວ່າ ທ່ານພ້ອມແລ້ວທີ່ຈະປະເຊີນໜ້າກັບສິ່ງທ້າທາຍທີ່ກໍ່ໃຫ້ ເກີດຂຶ້ນມາໂດຍຈີນ, ອີຣ່ານ, ຣັດເຊຍ ແລະເກົາຫຼີເໜືອ.

ທ່ານກ່າວວ່າຈີນ “ແມ່ນກໍ່ໃຫ້ເກີດຄວາມທ້າທາຍຫລາຍທີ່ສຸດ” ຕໍ່ຜົນປະໂຫຍດແຫ່ງຊາດຂອງສະຫະລັດ, ໃນຂະນະດຽວກັນກໍເວົ້າວ່າ ມັນຍັງມີຊ່ອງທາງໄວ້ສຳລັບການຮ່ວມມືຢູ່.

ທ່ານກ່າວວ່າ "ມີດ້ານທີ່ເປັນປໍລະປັກກັນເພີ່ມຂຶ້ນຂອງສາຍພົວພັນ; ແນ່ນອນວ່າ ມັນເປັນການແຂ່ງຂັນກັນ ແລະຍັງມີບາງດ້ານທີ່ເປັນການຮ່ວມມືກັນຢູ່ເມື່ອມັນຢູ່ໃນເລື້ອງທີ່ມີຜົນປະໂຫຍດຮ່ວມກັນຂອງພວກເຮົາ."

ການຄັດຄ້ານຂອງບັນດາສະມາຊິກລັດຖະສະພາ ທີ່ມີຫົວອະນຸລັກນິຍົມຕໍ່ທ່ານ ບລິນເຄນ (Blinken) ໄດ້ເພັ່ງເລັງໃສ່ຄວາມກັງວົນທີ່ເຫັນວ່າທ່ານອາດຈະຊ່ວຍຄະນະລັດຖະບານຊຸດໃໝ່ໃຫ້ກັບຄືນໄປເຂົ້າໃນຂໍ້ຕົກລົງນິວເຄຼຍປີ 2015 ກັບອີຣ່ານ ແລະວ່າທ່ານຈະຍຸຕິການປຸກລະດົມໃຫ້ທໍາ “ການກົດດັນສູງສຸດ” ຂອງທ່ານທຣໍາ ຕໍ່ມະຫາອຳນາດໃນເຂດຕາເວັນອອກກາງ.

ທ່ານຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສ້າງຂວັນກໍາລັງໃຈໃຫ້ແກ່ກະຊວງການຕ່າງ ປະເທດ ແລະກຸ່ມນັກການທູດຄືນມາອີກ. ທ່ານບລິນເຄນ (Blinken) ກ່າວວ່າທ່ານເຫັນວ່າຈຸດຢືນຂອງສະຫະລັດຢູ່ຕ່າງປະເທດແມ່ນໃນຖານະທີ່ເປັນຜູ້ນຳທີ່ອີງໃສ່ "ຄວາມອ່ອນນ້ອມຖ່ອມຕົວ ແລະຄວາມໝັ້ນໃຈ."

ທ່ານທີ່ມີອາຍຸ 58 ປີຄົນນີ້ ເຄີຍເປັນຮອງລັດຖະມົນຕີກະຊວງການຕ່າງປະເທດໃນສະໄໝລັດຖະບານຂອງທ່ານ ໂອບາມາ ແລະມີຄວາມສຳພັນອັນໃກ້ຊິດກັບປະທານາທິບໍດີ ໂຈ ໄບເດັນ. ທ່ານເຄີຍເປັນຫົວໜ້າຝ່າຍຈັດຕັ້ງພະນັກງານຂອງຄະນະກຳມາທິການພົວພັນຕ່າງຢູ່ໃນສະພາສູງໃນເວລາທີ່ທ່ານໄບເດັນເປັນປະທານຄະນະກໍາມາທິການດັ່ງກ່າວ, ແລະຕໍ່ມາໃນ ສະໄໝນັ້ນ ກໍເປັນຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງຮອງປະທານາທິບໍດີ ໄບເດັນ.

ຄະນະກຳມະການພົວພັນຕ່າງປະເທດໄດ້ໃຫ້ການອະນຸມັດແກ່ການແຕ່ງຕັ້ງທ່ານ ບລິນເຄນ (Blinken) ດ້ວຍຄະແນນສຽງ 15 ຕໍ່ 3, ຊຶ່ງໄດ້ສົ່ງບັນຫາດັ່ງກ່າວໄປໃຫ້ສະພາຄົບຄະນະເພື່ອໃຫ້ອະນຸມັດຂັ້ນສຸດທ້າຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG