ສະພາສູງ ສະຫະລັດ ໄດ້ປະຕິເສດມະຕິສະບັບນຶ່ງໃນວັນອັງຄານວານນີ້ ທີ່ຈະຫ້າມຂໍ້ສະເໜີການຂາຍລູກສອນໄຟໄລຍະປານກາງຍິງຈາກອາກາດທີ່ທັນສະໄໝ, ອຸປະກອນສຳລັບການຍິງ, ອາວຸດອື່ນໆ ແລະ ການສະໜັບສະໜູນໃຫ້ ຊາອຸດີ ອາຣາເບຍ.
ການລົງຄະແນນສຽງຕໍ່ຕ້ານມະຕິດັ່ງກ່າວແມ່ນ 67 ຕໍ່ 30, ເຊິ່ງຖືກນຳສະເໜີໂດຍສະມາຊິກພັກຣີພັບບລີກັນ ທ່ານ ແຣນ ພອລ ແລະ ທ່ານ ໄມຄ໌ ລີ, ເຊັ່ນດຽວກັບ ທ່ານ ເບີນີ ແຊນເດີສ໌, ຜູ້ທີ່ຢູ່ໃນກອງປະຊຸມຂອງພັກເດໂມແຄຣັດ.
ເຂົາເຈົ້າໄດ້ປະຕິເສດທີ່ຈະອະນຸມັດການຂາຍອຸປະກອນທະຫານໃຫ້ລາຊະອານາຈັກດັ່ງກ່າວໂດຍປາສະຈາກການຮັບປະກັນວ່າ ອຸປະກອບຂອງ ສະຫະລັດ ທີ່ວ່ານັ້ນຈະບໍ່ຖືກໃຊ້ເພື່ອຂ້າພົນລະ ເຮືອນ.
ພວກຜູ້ສະໜັບສະໜູນການຂາຍໄດ້ກ່າວຢໍ້າວ່າ ລັດຖະບານປະທານາທິບໍດີ ໂຈ ໄບເດັນ ໄດ້ຫ້າມ ສະຫະລັດ ຂາຍອາວຸດໂຈມຕີໃຫ້ ຊາອຸດີ ອາຣາເບຍ ຢູ່ແລ້ວ.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ບອບ ເມເນັນເດສ, ປະທານຂອງຄະນະກຳມະ ການພົວພັນສາກົນສະພາສູງ ໄດ້ກ່າວວ່າ “ຂ້າພະເຈົ້າເຫັນດີຢ່າງສິ້ນເຊີງກັບຄວາມຈຳເປັນທີ່ຈະເຮັດໃຫ້ການນຳຂອງ ຊາອຸດີ ອາຣາເບຍ ຮັບຜິດຊອບ ສຳລັບການກະທຳຫຼາຍຢ່າງ ແຕ່ຂ້າພະເຈົ້າກໍເຊື່ອວ່າ ມັນສຳຄັນທີ່ຄູ່ຮ່ວມດ້ານຄວາມປອດໄພຂອງເຮົາຮູ້ວ່າ ພວກເຮົາຈະສະໜັບສະໜູນຄຳໝັ້ນສັນຍາຂອງພວກເຮົາ.”
ໃນຂະນະທີ່ບັນດາສະມາຊິກສະພາ ສະຫະລັດ ຫຼາຍຄົນພິຈາລະນາ ຊາອຸດີ ອາຣາເບຍ ເປັນຄູ່ຮ່ວມທີ່ສຳຄັນໃນເຂດຕາເວັນອອກກາງກໍຕາມ, ບັນດາສະມາຊິກສະພາໄດ້ຕຳໜິຕິຕຽນປະເທດດັ່ງກ່າວສຳລັບການມີສ່ວນຮ່ວມໃນສົງຄາມຢູ່ປະເທດ ເຢເມນ, ເຊິ່ງແມ່ນຄວາມຂັດແຍ້ງທີ່ຖືກພິຈາ ລະນາວ່າເປັນນຶ່ງໃນວິກິດການດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດຂອງໂລກ.
ທ່ານ ແຊນເດີສ໌ ໄດ້ກ່າວໃນຄຳປາໄສຮຽກຮ້ອງການສະໜັບສະໜູນ ສຳລັບການບໍ່ເຫັນດີຕໍ່ມະຕິດັ່ງກ່າວວ່າ “ການສົ່ງອອກລູກສອນໄຟໃຫ້ ຊາອຸດີ ອາຣາເບຍ ບໍ່ໄດ້ມີຫຍັງ ແຕ່ຈະເຮັດໃຫ້ຄວາມຂັດແຍ້ງນີ້ແກ່ຍາວອອກໄປອີກ ແລະ ເທນໍ້າມັນໃສ່ໄຟທີ່ກຳລັງໄໝ້ຢູ່ແລ້ວ.”
ກົດໝາຍອາວຸດ, ເຊິ່ງຖືກອະນຸມັດໂດຍກະຊວງການຕ່າງປະເທດ ເຊັ່ນດຽວກັບບັນດາຜູ້ນຳຂອງຄະນະກຳມະການພົວພັນຕ່າງປະເທດ ສະພາສູງ ແລະ ສະພາຕໍ່າ, ຈະລວມມີລູກສອນໄຟຍິງຈາກອາກາດສູ່ອາກາດໄລຍະປານກາງທີ່ທັນສະໄໝ 280 AIM-120C-7/C-8 ຫຼື AMRAAM, ເຄື່ອງຍິງລູກສອນໄຟຈາກລົດໄຟ 596 LAU-128 ຫຼື MRL ພ້ອມກັບອຸປະກອນອື່ນໆ ແລະ ການສະ ໜັບສະໜູນ.
ເທັກໂນໂລຈີ ເຣຕີອອນ ແມ່ນຖືກໃຊ້ເພື່ອເຮັດລູກສອນໄຟດັ່ງກ່າວ.
ລັດຖະບານທ່ານ ໄບເດັນ ໄດ້ກ່າວໃນຕອນເຊົ້າວັນອັງຄານວານນີ້ວ່າ ເຂົາເຈົ້າຄັດຄ້ານຮ່າງມະຕິທີ່ວ່ານັ້ນຢ່າງແຮງ.