ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ພາ​ສູງ ສະ​ຫະ​ລັດ ອະ​ນຸ​ມັດ ​ໃຫ້ອະ​ດີດ​ຫົວ​ໜ້າ​ VOA ເປັນ​ຫົວ​ໜ້າ​ອົງ​ການ​ກະ​ຈາຍ​ສຽງ​ໂລກ​ຂອງ ສະ​ຫະ​ລັດ


ທ່ານ​ນາງ ອາ​ແມນ​ດາ ເບັນ​ເນັດ, 16 ພະ​ຈິກ, 2016.
ທ່ານ​ນາງ ອາ​ແມນ​ດາ ເບັນ​ເນັດ, 16 ພະ​ຈິກ, 2016.

ສະ​ພາ​ສູງ ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້​ ໄດ້​ອະ​ນຸ​ມັດ​ຜູ້​ຖືກ​ສະ​ເໜີ​ຊື່​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃຫ້​ເປັນ​ຫົວ​ໜ້າ​ອົງການ​ສື່ມວນ​ຊົນ​ໂລກ​ຂອງ ສະ​ຫະ​ລັດ ຫຼື USAGM, ເຊິ່ງ​ແມ່ນ​ອົງ​ການ​ລັດ​ຖະ​ບານ​ກາງ​ທີ່​ຄວບ​ຄຸມ​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ແລະ ບັນ​ດາ​ອົງ​ການ​ກະ​ຈາຍ​ສຽງ​ສາ​ກົນ​ອື່ນໆ.

ໃນ​ການ​ລົງ​ຄະ​ແນນ​ສຽງ 60 ຕໍ່ 36 ນັ້ນ, ສະ​ພາ​ສູງ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຫວຸດ​ຫວິດ​ນັ້ນ​ໄດ້​ຮັບ​ຮອງ​ເອົາ​ທ່ານ​ນາງ ອາ​ແມນ​ດາ ເບັນ​ເນັດ, ອະ​ດີດ​ຜູ້​ອຳ​ນວຍ​ການ ວີ​ໂອ​ເອ, ໃຫ້​ເປັນ​ຫົວ​ໜ້າ​ອົງ​ການ USAGM ນຶ່ງ​ສະ​ໄໝ​ທີ່​ມີ​ກຳ​ນົດ 3 ປີ.

ລຸນຫຼັງ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ, ວ່າ​ການ​ຜູ້​ບໍ​ລິ​ຫານ​ໃຫຍ່​ອົງ​ການ USAGM ທ່ານ​ນາງ ເຄ​ລູ ຈາວ ໄດ້​ຍົກ​ຍ້ອງ​ປະ​ສົບ​ການ ແລະ ວິ​ໄສ​ທັດ​ຂອງ​ທ່ານ​ນາງ ແລະ ໄດ້​ກ່າວ​ວ່າ​ທ່ານ​ນາງ ເບັນ​ເນັດ ສາ​ມາດ​ຊ່ວຍ​ກະ​ກຽມ​ຄວາມ​ພ້ອມ​ຂອງ​ອົງ​ການເພື່ອ “ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມ​ຂູ່​ຕໍ່​ສື່ມວນ​ຊົນ​ອິດ​ສະຫຼະ ແລະ ເຂົ້າ​ຫາ​ບັນ​ດາ​ຜູ້​ຟັງ​ທີ່​ມີ​ຄວາມ​ຕ້ອງ​ການ.”

ທ່ານ​ນາງ ຈາວ ໄດ້​ກ່າວ​ວ່າ “ຕອນນີ້​ຍິ່ງຫຼາຍກວ່າ​ແຕ່​ກ່ອນ, ປະ​ຊາ​ຊົນ​ຢູ່​ໃນ​ໂລກ​ແມ່ນ​ເພິ່ງ​ພາ​ອາ​ໄສ​ຂ່າວ​ທີ່​ອີງ​ໃສ່​ຂໍ້​ເທັດ​ຈິງ​ຂອງ USAGM ເພື່ອ​ເອົາ​ຊະ​ນະ​ການ​ໃຫ້​ຂໍ້​ມູນ​ທີ່​ຜິດ, ການ​ບິດ​ເບືອນ​ຂໍ້​ມູນ ແລະ ການກວດ​ກາ. ຂ້າ​ພະ​ເຈົ້າ​ຮ່ວມ​ກັບ​ອົງ​ການ​ທັງ​ໝົດ​ຂໍ​ຕ້ອນ​ຮັບ​ທ່ານ​ນາງ ອາ​ແມນ​ດາ ກັບ​ຄືນ​ມາ​ເພື່ອ​ຮັບ​ໃຊ້​ໜ້າ​ທີ່​ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ສຳ​ລັບ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ.”

ກະ​ປະ​ມານ​ວ່າ​ປະ​ຊາ​ຊົນ 394 ລ້ານ​ຄົນ​ໄດ້​ເຂົ້າ​ຫາ​ລາຍ​ການ​ຂອງ USAGM ໃນ​ແຕ່​ລະ​ອາ​ທິດ. ອົງ​ການ​ທີ່​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ບານ​ກາງ​ດັ່ງ​ກ່າວ​ແມ່ນ​ຖືກ​ຄວບ​ຄຸມ​ໂດຍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ມີ​ສອງ​ໜ່ວຍ​ງານ​ລັດ​ຖະ​ບານ​ກາງ​ຄື ສຽງ​ອາ​ເມ​ຣິ​ກາ ແລະ ຫ້ອງ​ການ​ກະ​ຈາຍ​ສຽງ ຄິວ​ບາ ແລະ ສີ່​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຄືວິ​ທະ​ຍຸ​ຢູ​ໂຣບ​ເສ​ລີ/ວິ​ທະ​ຍຸ ລີ​ເບີ​ຕີ, ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ, ເຄືອ​ຂ່າຍ​ກະ​ຈາຍ​ສຽງ​ຕາ​ເວັນ​ອອກກ​າງ ແລະ ກອງ​ທຶນ​ເທັກ​ໂນ​ໂລ​ຈີ​ເປີດ.

ທ່ານ​ນາງ ເບັນ​ເນັດ ໄດ້​ຮັບ​ໃຊ້​ໜ້າ​ທີ່​ເປັນ​ບັນ​ຫາ​ທິ​ການ​ໃຫຍ່ ​ຢູ່​ອົງ​ການ​ຂ່າວ ບ​ລູມ​ເບີກ ແລະ ໄດ້​ເປັນ​ບັນ​ນາ​ທິ​ການ​ບໍ​ລິ​ຫານ​ຂອງ​ໜັງ​ສື​ພິມ ໂອ​ຣາ​ໂກ​ນຽນ (Oragonian), ລວມ​ທັງ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ. ທ່ານ​ນາງ​ເປັນ​ນັກ​ຂຽນ​ຂອງ​ປື້ມ​ສາ​ລະ​ຄະ​ດີ 6 ຫົວ ແລະ ໄດ້​ຮັບ​ລາງວັນ​ ພູ​ລິດ​ເຊີ (Pulitzer) ຮ່ວ​ມ​ກັບ​ເພື່ອ​ຮ່ວມ​ງານ​ຂອງ​ທ່ານ​ນາງໃນ​ປີ 1997 ຢູ່​ໜັງ​ສື​ພິມ ວອ​ລ ສ​ຕ​ຣີດ ເຈີ​ໂນ (Wall Street Journal) ແລະ ອີກ​ຄັ້ງ​ນຶ່ງ​ຢູ່​ໜັງ​ສື​ພິມ ໂອ​ຣາ​ໂກ​ນຽນ ໃນ​ປີ 2001.

ທ່ານ​ນາງ​ເຄີຍ​ເປັນ​ຜູ້​ອຳ​ນວຍ​ການ ວີ​ໂອ​ເອ ໃນ​ປີ 2016 ແລະໄດ້​ລາ​ອອກ​ໃນ​ເດືອນ​ມິ​ຖຸ​ນາ 2020, ກ່ອນ​ທ່ານ ໄມ​ເກິ​ລ ແພັກ ເຂົ້າ​ມາ​ເປັນ​ຜູ້​ບໍ​ລິ​ຫານ​ໃຫຍ່ USAGM. ທ່ານ ແພັກ ຖືກ​ແຕ່​ຕັ້ງ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG