ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ມອງເຫັນຫຼາຍປະເທດເພີ້ມຂຶ້ນ ເອົານະໂຍບາຍທີ່ແຂງຂັນ ຕໍ່ຈີນ


ນັກເຄື່ອນໄຫວ ທ້າວຈາຊົວ ວອງ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກອອກມາຈາກກົມຕຳຫຼວດ ວັນທີ 24 ພະຈິກ 2019.
ນັກເຄື່ອນໄຫວ ທ້າວຈາຊົວ ວອງ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກອອກມາຈາກກົມຕຳຫຼວດ ວັນທີ 24 ພະຈິກ 2019.

ພວກເຈົ້າໜ້າທີ່ລັດຖະບານປະທານາທິບໍດີດໍໂນລ ທຣໍາ ເຊື່ອວ່າ ການກະທຳ ຂອງປັກກິ່ງ
ໂດຍສະເພາະການປະພຶດຫວ່າງມໍ່ໆມານີ້ ຕໍ່ຮົງກົງ ເຮັດໃຫ້ຫຼາຍ ປະເທດມອງເຫັນວ່າ ລັດ
ຖະບານຈີນພາຍໃຕ້ການນໍາພາຂອງພັກຄອມມິວນິສ ນັ້ນ ເປັນໄພຂົ່ມຂູ່ທີ່ຮ້າຍແຮງ ນັ້ນ
ຄືຄໍາເວົ້າຂອງເຈົ້າໜ້າທີ່ດ້ານນະໂຍບາຍອະ ວຸໂສສະຫະລັດຄົນນຶ່ງທີ່ໄດ້ກ່າວໄປ. ການ
ທັບມ້າງຫວ່າງມໍ່ໆມານີ້ຕໍ່ພວກທີ່ບໍ່ເຫັນພ້ອມ ຢູ່ໃນອະດີດຫົວເມືອງຂຶ້ນຂອງ ອັງກິດ ໄດ້
“ທຳລາຍຕໍ່ຊື່ສຽງທີ່ຮ້າຍແຮງ” ຕໍ່ບັນດາຜູ້ປົກຄອງຂອງຈີນ ອີງຕາມ ຄຳເວົ້າຂອງທ່ານໄມລ
ຢູ ຊຶ່ງເປັນສະມາຊິກ ໃນການວາງດ້ານແຜນນະໂຍບາຍ ຄົນນຶ່ງຂອງລັດຖະມົນຕີຕ່າງ
ປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ຢູ່ທີ່ກອງ ປະຊຸມນະໂຍບາຍໃນອາທິດນີ້. ທ່ານ
ກ່າວເພີ້ມວ່າ ເພາະວ່າ ການກະທຳເຫລົ່າ ນັ້ນ “ແມ່ນເຮັດໃຫ້ເກືອບທຸກໆພວກນັກເຄື່ອນ
ໄຫວເພື່ອເສລີປະຊາທິປະໄຕ ຢູ່ ໃນໂລກຮັບຮູ້ວ່າ ຈີນເປັນໄພຂົ່ມຂູ່.”

ທ່ານຢູ ອາຈານສອນປະຫວັດສາດກອງທັບ ແລະການທູດ ຢູ່ສະຖາບັນກອງ ທັບເຮືອສະ
ຫະລັດ ຜູ້ທີ່ໄດ້ກາຍເປັນກຳລັງສຳຄັນ ໃນການຫຼໍ່ຫຼອມນະໂຍບາຍ ຂອງສະຫະລັດຕໍ່ຈີນ
ໄດ້ກ່າວຕໍ່ແຂກຊາວຕ່າງປະເທດທີ່ເຂົ້າຮ່ວມຢູ່ໃນການສຳ ມະນາອອນໄລນ໌ຫຼື
webinar ທີ່ຈັດຂຶ້ນໂດຍ ສະຖາບັນ Macdonald Laurier ທີ່ມີຫ້ອງການຢູ່ການາດາ.
ພິທີດັ່ງກ່າວນີ້ ໄດ້ຈັດຂຶ້ນ ພາຍໃຕ້ການໃຫ້ຄວາມອຸບປະຖໍາຮ່ວມ ຈາກອົງການ Hong
Kong Watch ສູນກາງຄຸນຄ່າຂອງຢູໂຣບຕໍ່ນະໂຍບາຍຄວາມປອດໄພ ແລະພັນທະ
ມິດສະພາສາກົນກ່ຽວກັບຈີນ ຫຼື IPAC.

ທ່ານຢູກ່າວວ່າ ຮົງກົງໄດ້ສະໜອງໂລກດ້ວຍມາດຕະການ ທີ່ຊັ່ງຊາເບິ່ງປະພຶຶດຂອງປັກ
ກິ່ງ ນັບແຕ່ປີ 1984 ເວລາມີການບັນລຸຂໍ້ຕົກລົງເພື່ອມອບດິນແດນດັ່ງ ກ່າວໃຫ້ກັບຄືນ
ໄປຢູ່ພາຍໃຕ້ອະທິປະໄຕຂອງຈີນ ພາຍໃຕ້ເງື່ອນໄຂທີ່ວ່າ ຮົງກົງ ມີສິດປົກຄອງຕົນເອງ
ໃນລະດັບສູງເປັນເວລາ 50 ປີ. ການມອບຄືນຮົງກົງໃຫ້ທີ່ ແທ້ຈິງໄດ້ເກີດຂຶ້ນໃນປີ 1997.
ທ່ານຢູ ກ່າວວ່າ ຮົງກົງເປັນ “ເທື່ອທຳອິດ ແລະໃຫ້ຄຳໝັ້ນສັນຍາທີ່ສຳຄັນສຸດ” ເປັນຄຳ
ໝັ້ນສັນຍາຂອງການປົກຄອງຕົນເອງລະດັບສູງເປັນເວລາ 50 ປີ ມີ ຄວາມເປັນເອກກະ
ລາດດ້ານຍຸຕິທຳ ມີຂ່າວສານເສລີ ມີສິດທິຂອງສ່ວນບຸກຄົນ ການປົກຄອງດ້ວຍຕົວ
ກົດໝາຍ.”

ທ່ານກ່າວເພີ້ມວ່າ ອັນທີ່ໂລກໄດ້ຮູ້ເຫັນເປັນພິຍານ ຄຳໝັ້ນສັນຍາທີ່ໄດ້ເຮັດໄວ້ ນັ້ນ
ບໍ່ໄດ້ມີການປະຕິບັດຕາມ.

“ທ່ານອາດເວົ້າວ່າ ໄດ້ຖືກທັບມ້າງ ໃນທາງທີ່ໂຫດຮ້າຍປ່າເຖື່ອນແລະເຄິ່ງຜະ ເດັດການ

Trump administration officials believe that Beijing’s own actions — in particular, its recent behavior toward Hong Kong — are driving more nations to view China’s Communist Party-led administration as a serious threat, a senior U.S. policy official says.

Recent crackdowns on dissent in the former British colony has come at “a huge reputational cost” to China’s rulers, said Miles Yu, a member of Secretary of State Mike Pompeo’s policy planning staff, at a policy forum this week. Because of those actions, he added, “just about every liberal democracy in the world recognizes China as a threat.”

Yu, a professor of military and diplomatic history at the U.S. Naval Academy who has emerged as a key force in shaping U.S. policy on China, was speaking to an international audience attending a webinar organized by the Canada-based Macdonald- Laurier Institute.

The event was co-sponsored by Hong Kong Watch, the European Values Center for Security Policy, and the International Parliamentary Alliance on China (IPAC) ((https://www.youtube.com/watch?reload=9&v=XDQDY-XR7gA&feature=youtu.be)).

Yu said Hong Kong has provided the world with a measuring stick to assess Beijing’s behavior since 1984, when a deal was struck to return the territory to Chinese sovereignty on the condition that it enjoy a high degree of autonomy for 50 years. The actual handover took place in 1997.

Hong Kong is “first and foremost a promise,” Yu said. “It’s a promise of a high degree of autonomy for 50 years — judicial independence, free press, individual liberty, rule of law.”

What the world has witnessed, he added, is a promise made and a promise broken.

“You might say it has been broken in a very brutal and semi-fascist way.”

XS
SM
MD
LG