ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຊອກ​ຫາ​ການສະ​ໜັບ​ສະ​ໜູນ​ເພີ່ມ​ເຕີມ ສຳ​ລັບ​ຂໍ້​ຕົກ​ລົງ​ຢຸດ​ຍິງ ກາ​ຊາ


ຄວັນ​ປິວ​ຂຶ້ນ​ທ້ອງ​ຟ້າ ລຸນຫຼັງ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ, ພ​າກ​ໃຕ້​ຂອງ​ເຂດ ກາ​ຊາ, 3 ມິ​ຖຸ​ນາ 2024.
ຄວັນ​ປິວ​ຂຶ້ນ​ທ້ອງ​ຟ້າ ລຸນຫຼັງ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ, ພ​າກ​ໃຕ້​ຂອງ​ເຂດ ກາ​ຊາ, 3 ມິ​ຖຸ​ນາ 2024.

ຊະ​ຕາ​ກຳ​ຂອງ​ຂໍ້​ສະ​ເໜີ​ເພື່ອ​ການ​ຢຸດ​ຍິງ​ຊົ່ວ​ຄາວ​ໃນ​ເຂດ ກາ​ຊາ, ຂະ​ຫຍາຍ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລະ ປ່ອຍ​ຕົວ​ປະ​ກັນ​ຈຳ​ນວນ​ນຶ່ງ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ ຮາ​ມາ​ສ ແມ່ນ​ຍັງ​ຄົງ​ບໍ່​ມີ​ຄວາມ​ແນ່​ນອນ​ໃນ​ວັນ​ອັງ​ຄານມື້ນີ້, ດ້ວຍ​ກຸ່ມ​ຮາ​ມາ​ສ ຍັງ​ບໍ່​ໄດ້​ຕອບ​ຕໍ່​ຂໍ້​ສະ​ເໜີ​ດັ່ງ​ກ່າວ, ບັນ​ດາ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ມີ​ຄວາມ​ສົງ​ໄສ​ໃນ​ລາຍ​ລະ​ອຽດ​ບາງ​ຢ່າງ ແລະ ສະ​ຫະ​ລັດ ຊ​ອກ​ຫາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ຮັບ​ເອົາ​ຂໍ້​ຕົກ​ລົງ ແລະ ການ​ປະ​ຕິ​ບັດ​ໃຊ້​ມັນ.

ຮ່າງ​ຍັດ​ຕິສະ​ບັບ​ນຶ່ງ​ຂອງ ສະ​ຫະ​ລັດ ທີ່​ວີ​ໂອ​ເອ​ໄດ້​ເຫັນ ແມ່ນ​ຮຽກ​ຮ້ອງ​ໃຫ້​ກຸ່ມ ຮາ​ມາ​ສ ຮັບ​ເອົາ ແລະ ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸ​ດ​ຍິງ​ຢ່າງ​ເຕັມ​ທີ່ “ໂດຍ​ປາ​ສະ​ຈາກ​ການ​ເລື່ອນ​ເວ​ລາ ແລະ ປາ​ສະ​ຈາກ​ເງື່ອ​ນ​ໄຂ.”

ຮ່າງ​ດັ່ງ​ກ່າວ​ເວົ້າ​ວ່າ “ການ​ປະ​ຕິ​ບັດ​ການ​ຢ່າງວ່ອງ​ໄວ​ຂອງ​ຂໍ້​ຕົກ​ລົງ​ນີ້​ຈະ​ກໍ່​ໃຫ້​ເກີດ​ການ​ຢຸດ​ຍິງ, ການ​ຖອນກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ອອກ​ຈາກ​ເຂດ​ທີ່​ມີ​ປະ​ຊາ​ກອນ​ໜາ​ແໜ້ນ​ໃນ ກາ​ຊາ, ການ​ປ່ອຍ​ຕົວ​ປະ​ກັນ, ການ​ເພີ່ມ​ຂຶ້ນ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ, ການ​ນຳ​ເອົາ​ການ​ບໍ​ລິ​ການ​ພື້ນ​ຖານ​ກັບ​ຄືນ​ມາ ແລະ ພົນ​ລ​ະ​ເຮືອນ ປາ​ແລ​ສ​ໄຕ​ນ໌ ເດີນ​ທາງ​ກັບ​ໄປ​ພາກ​ເໜືອ​ຂອງ​ເຂດ ກາ​ຊາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG