ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລມຕ ຕ່າງປະເທດ ສຫລ ປຶກສາຫາລື ເລື້ອງ ອີຣ່ານ ແລະ ຈີນ ຂະນະທີ່ພົບປະ ກັບນາຍົກ ເຢຍຣະມັນ


ລັດຖະມົນຕີວ່າການຕ່າງປະເທດ ສ​ຫລ ທ່ານໄມຄ໌ ພອມພຽວ, ຊ້າຍ, ນາຍົກລັດຖະມົນຕີ​ເຢຍ​ຣະ​ມັນ ທ່ານນາງ ແອງເກີລາ ເມີຣໂກລ ກ່າວຕໍ່ສື່ມວນຊົນ ໃນກອງປະຊຸມຖະແຫລງຂ່າວຮ່ວມ ກ່ອນ​ການພົບປະກັນ ຢູ່ທີ່ທຳນຽບນາ​ຍົກ ໃນນະຄອນຫຼວງເບີລິນ, ວັນທີ 31 ພຶດສະພາ 2019.
ລັດຖະມົນຕີວ່າການຕ່າງປະເທດ ສ​ຫລ ທ່ານໄມຄ໌ ພອມພຽວ, ຊ້າຍ, ນາຍົກລັດຖະມົນຕີ​ເຢຍ​ຣະ​ມັນ ທ່ານນາງ ແອງເກີລາ ເມີຣໂກລ ກ່າວຕໍ່ສື່ມວນຊົນ ໃນກອງປະຊຸມຖະແຫລງຂ່າວຮ່ວມ ກ່ອນ​ການພົບປະກັນ ຢູ່ທີ່ທຳນຽບນາ​ຍົກ ໃນນະຄອນຫຼວງເບີລິນ, ວັນທີ 31 ພຶດສະພາ 2019.

ໃນການເດີນທາງໄປຢ້ຽມຢາມເຢຍຣະມັນ ເປັນ​ເທື່​ອ​ທຳ​ອິດ ໃນຖານະລັດຖະມົນຕີວ່າ
ການຕ່າງປະເທດນັ້ນ ທ່ານໄມຄ໌ ພອມພຽວ ໄດ້ພົບປະກັບນາຍົກລັດຖະມົນຕີເຢຍຣະມັນ
ທ່ານນາງແອງເກີລາ ເມີ​ຣໂກລ ໃນວັນສຸກວານນີ້ ຢູ່ນະຄອນຫຼວງເບີລິນ ໃນການເຈລະຈາທີ່ເພັ່ງເລັງໃສ່ເລື້ອງອີຣ່ານແລະຈີນ.

ທ່ານນາງເມີຣໂກລ ໄດ້ກ່າວກ່ອນໜ້າການປະຊຸມວ່າ ສະຫະລັດຍັງສືບຕໍ່ເປັນຄູ່ຮ່ວມງານ
ທີ່ສຳຄັນນອກທະວີບຢູໂຣບ ແຕ່ວ່າໃນເລື້ອງບັນຫາອີຣ່ານ ທ່ານນາງ ໄດ້ສະແດງໃຫ້ເຫັນ
ຢ່າງຊັດເຈນວ່າ ເຢຍຣະມັນຈະຍຶດຖື ຂໍ້ຕົກລົງນິວເຄລຍກັບ ອີຣ່ານ ເຖິງແມ່ນວ່າ ສະຫະລັດ ໄດ້ຖອນໂຕອອກຈາກສັນຍາແລ້ວກໍຕາມ.

ທ່ານພອມພຽວເນັ້ນໜັກເຖິງຄວາມເຂົ້າໃຈຮ່ວມກັນ ໃນລະຫວ່າງການຢ້ຽມຢາມເຢຍ-
ຣະມັນຂອງທ່ານ ໂດຍກ່າວວ່າ ວໍຊິງຕັນ ຈະບໍ່ກີດກັນໃນລະບົບທີ່ເອີ້ນວ່າ INSTEX ຊຶ່ງ
ເປັນລະບົບຂອງຢູໂຣບ ທີ່ໄດ້ພັດທະນາຂຶ້ນມາ ເພື່ອປົກປ້ອງບັນ ດາບໍລິສັດທັງຫຼາຍ ຈາກ
ມາດຕະການລົງໂທດຂອງສະຫະລັດ ຖ້າຫາກພວກບໍ ລິສັດເຫຼົ່ານີ້ ຊື້ຂາຍກັບອີຣ່ານ ຕາບ
ໃດທີ່ຈຸດເພັ່ງເລັງ ນັ້ນ ແມ່ນກ່ຽວກັບການສະ ໜອງດ້ານມະນຸດສະທຳ ແລະສິນຄ້າຊະນິດ
ອື່ນໆ ທີ່ອະນຸຍາດໃຫ້ຊື້ຂາຍ.

ລະບົບ INSTEX ແມ່ນຍັງບໍ່ທັນຈັດຕັ້ງປະຕິບັດເທື່ອ ແຕ່ບັນດາປະເທດໃນຢູໂຣບຫວັງ
ວ່າ ຈະໃຫ້ມັນເລີ້ມປະຕິບັດການໄດ້ ພາຍໃນລະດູຮ້ອນນີ້.

ນັບຕັ້ງແຕ່ສະຫະລັດ ໄດ້ຖອນໂຕອອກຈາກຂໍ້​ຕົກລົງດ້ານນິວເຄລຍກັບອີຣ່ານ ໄປແລ້ວ
ສະຫະລັດແມ່ນໄດ້ຂັດແຍ້ງກັບອັງກິດ ຈີນ ຝຣັ່ງ ເຢຍຣະມັນ ແລະ ຣັດເຊຍ ຊຶ່ງປະເທດ
ເຫຼົ່າ​ນີ້ກຳລັງພະຍາຍາມ ຈະຮັກສາຂໍ້ຕົກລົງນັ້ນໄວ້.

ທ່ານນາງເມີຣໂກລ ໄດ້ກ່າວວ່າ ເຖິງແມ່ນວ່າ ຈະມີຄວາມຄິດແຕກຕ່າງກັນ ລະຫວ່າງ
ສະຫະລັດກັບເຢຍຣະມັນກໍຕາມ ​ແຕ່ທັງສອງຝ່າຍຕ່າງ​ກໍເຫັນດີນຳກັນວ່າ ອີຣ່ານຕ້ອງ
ຖືກປ້ອງ​ກັນບໍ່ໃຫ້ເອົາ “ມາດຕະການທີ່ແຂງຂັນໃດໆ” ແລະໄດ້ກ່າວອີກວ່າ ປະຊາຄົມ
ນານາຊາດຕ້ອງຮັບປະກັນວ່າ ອີຣ່ານຈະບໍ່ມີອາວຸດນິວເຄລຍ.

ໃນລະຫວ່າງການຢ້ຽມຢາມເຢຍຣະມັນຢູ່ນັ້ນ ທ່ານພອມພຽວ ຍັງໄດ້ເຕືອນເຢຍຣະມັນ
ບໍ່ໃຫ້ພົວພັນກັບຫົວເຫວີຍ ບໍລິສັດໂທລະຄົມມະນາຄົມຍັກໃຫຍ່ຂອງຈີນ ເພື່ອຊ່ອຍ
ພັດທະນາເຄືອຂ່າຍລະບົບ 5G.

ທ່ານລັດຖະມົນຕີວ່າການຕ່າງປະເທດ ໄດ້ກ່າວຫຼັງຈາກການປະຊຸມກັບທ່ານ ເຮໂກ ມັສ
ຄູ່ຕຳແໜ່ງຂອງທ່ານຝ່າຍເຢຍຣະມັນວ່າ “ພວກເຮົາໄດ້ໃຫ້ຮູ້ຢ່າງ ຈະແຈ້ງກ່ຽວກັບວ່າ
ພວກເຮົາມີທັດສະນະໃນດ້ານຄວາມສ່ຽງຂອງການເຊື່ອມ ຕໍ່ເຂົ້າກັບຫົວເຫວີຍ ແລະ
ໂຄງຮ່າງລະບົບ 5G ແນວໃດ. ອະນາຄົດຂອງອິນ ເຕີແນັດ ຕ້ອງມີຄຸນ​ຄ່າຂອງຕາເວັນ
ຕົກ ຝັງຢູ່ພາຍໃນນັ້ນ.”

Pompeo Seeks Common Ground on Iran, Huawei in Europe
please wait

No media source currently available

0:00 0:01:47 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG