ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະ​ກາດ​ ການ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ ແກ່​ຢູ​ເຄ​ຣນ ຫຼັງ​ຈາກທ່ານອອ​ສ​ຕິນ ເດີນທາງໄປຢ້ຽມຢາມ ກີຢິບ


ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເສເລນສກີ, ຊ້າຍ, ແລະລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ຣອຍ ອອສຕິນ ໂອ້ລົມກັນ ໃນລະຫວ່າງກອງປະຊຸມຂອງພວກເພິ່ນ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 20 ພະຈິກ 2023. (Ukrainian Presidential Press Office via AP)
ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເສເລນສກີ, ຊ້າຍ, ແລະລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ຣອຍ ອອສຕິນ ໂອ້ລົມກັນ ໃນລະຫວ່າງກອງປະຊຸມຂອງພວກເພິ່ນ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 20 ພະຈິກ 2023. (Ukrainian Presidential Press Office via AP)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ລອຍ ອອສຕິນ ປະກາດການຊ່ອຍເຫຼືອດ້ານການທະຫານຊຸດໃໝ່ ມູນຄ່າ 100 ລ້ານໂດລາ ແກ່ຢູເຄຣນ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງກີຢິບ ທີ່ບໍ່ໄດ້ປະກາດລ່ວງໜ້າ ໃນວັນຈັນວານນີ້ ອັນເປັນສ່ວນນຶ່ງຂອງຄວາມພະຍາຍາມ ເພື່ອສ້າງຄວາມໝັ້ນໃຈຄືນໃໝ່ແກ່ບັນດາຜູ້ນຳຂອງຢູເຄຣນ ທີ່ວ່າ ສະຫະລັດ ຈະສືບຕໍ່ໃຫ້ການສະໜັບສະໜຸນໃນການສູ້ລົບຕ້ານການບຸກລຸກຂອງຣັດເຊຍໃນປະເທດດັ່ງກ່າວ.

ຫຼັງຈາກຂີ່ລົດໄຟຕອນຂ້າມຄືນຈາກປະເທດໂປແລນ ທ່ານອອສຕິນ ກໍໄດ້ພົບປະກັບປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລນສກີ ໃນນະຄອນຫຼວງກີຢິບ ຜູ້ທີ່ໄດ້ຂອບອົກຂອບໃຈ ທ່ານລັດຖະມົນຕີສະຫະລັດ.

“ການມາຂອງທ່ານ ເປັນສັນຍານທີ່ສຳຄັນຫຼາຍສຳລັບຢູເຄຣນ” ທ່ານເຊເລນສກີ ກ່າວ. ແລະກ່າວຕໍ່ໄປວ່າ “ພວກເຮົາຂອບໃຈຫຼາຍປະຊາຊົນອາເມຣິກັນ. ພວກເຂົາເຈົ້າແມ່ນຢູ່ກັບພວກເຮົາ ຜ່ານຜ່າຄວາມຫຍຸ້ງຍາກທັງຫຼາຍເຫຼົ່ານີ້, ຄວາມລຳບາກຫຼາຍເດືອນ ແລະຫຼາຍປີຜ່ານມານີ້.”

ການຊ່ອຍເຫຼືອເພີ້ມຕື່ມດ້ານການທະຫານຂອງສະຫະລັດແກ່ຢູເຄຣນ ມາຈາກຄັງສະສົມອາວຸດທີ່ມີຢູ່ແລ້ວ ແລະປະກອບດ້ວຍ ປືນໃຫຍ່, ລະບົບສະກັດກັ້ນປ້ອງກັນໄພທາງອາກາດ ແລະລະບົບປືນໃຫຍ່ຍິງຈະຫຼວດເຄື່ອນທີ່ວ່ອງໄວ ຫຼື HIMARS ຕື່ມອີກ.

U.S. Defense Secretary Lloyd Austin announced $100 million in new military aid for Ukraine during an unannounced visit to Kyiv on Monday, part of an effort to reassure Ukrainian leaders that the United States will continue to support the country's fight against Russia's invasion.

After an overnight train ride from Poland, Austin met with Ukrainian President Volodymyr Zelenskyy in Kyiv, who thanked the U.S. defense secretary.

"Your coming is a very important signal for Ukraine," said Zelenskyy. "We are very thankful to the American people. They are with us [through] all these difficulties, tough months and all these years."

US Defense Secretary in Ukraine in Show of Support
please wait

No media source currently available

0:00 0:02:38 0:00

The additional U.S. military aid to Ukraine comes from existing stockpiles of weapons and includes artillery, interceptors for air defense and another High Mobility Artillery Rocket System, or HIMARS.

XS
SM
MD
LG