ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະດັບນໍ້າທະເລ ຂອງສະຫະລັດ ຈະສູງຂຶ້ນເທົ່າກັບ 100 ປີ ໃນ​ໄລ​ຍະ 30 ປີ​ຕໍ່​ໜ້າ


ແຟ້ມຮູບ-ລະດັບນໍ້າທະເລໃນບໍລິເວນອ່າວ ຟຣານຊິສໂກ ໄດ້ເພີ້ມຂຶ້ນຫຼາຍກວ່າ 20 ຊັງຕີແມັດ ໃນຊ່ວງເວລາ 100 ປີທີ່ຜ່ານມາ. (Photo by Flickr user Nick Amoscato via Creative Commons License)
ແຟ້ມຮູບ-ລະດັບນໍ້າທະເລໃນບໍລິເວນອ່າວ ຟຣານຊິສໂກ ໄດ້ເພີ້ມຂຶ້ນຫຼາຍກວ່າ 20 ຊັງຕີແມັດ ໃນຊ່ວງເວລາ 100 ປີທີ່ຜ່ານມາ. (Photo by Flickr user Nick Amoscato via Creative Commons License)

ລາຍງານຂອງລັດຖະບານສະຫະລັດເຕືອນວ່າ ລະດັບນໍ້າທະເລທີ່ຢູ່ຕາມແຄມຝັ່ງຂອງອາເມຣິກາຈະ​ສູງຂຶ້ນໂດຍສະເລ່ຍ 30.50 ຊັງຕີແມັດໃນຊ່ວງເວລາ 30 ປີໃນຕໍ່ໜ້າ ເຊິ່ງມີລະດັບເກືອບເທົ່າກັນກັບ 100 ປີທີ່ຜ່ານມາ.

ລາຍງານທີ່ໄດ້ເຜີຍແຜ່ອອກໃນມື້ວັນອັງຄານວານນີ້ ໂດຍ​ອົງ​ການ​ຄຸ້ມ​ຄອງທາງດ້ານທະເລ ແລະ​ບັນ​ຍາ​ກາດແຫ່ງຊາດ ຂອງ​ສະ​ຫະ​ລັດ ພ້ອມດ້ວຍ 6 ໜ່ວຍງານຂອງລັດຖະບານໄດ້ຄາດຄະເນໃສ່ບໍລິເວນອ່າວ​ເມັກ​ຊິ​ໂກ ໂດຍສະເພາະແມ່ນ​ລັດເທັກຊັສ ແລະ​ຫລຸຍເຊຍນາ ແມ່ນຈະໄດ້ຮັບຜົນກະທົບທີ່ໜັກທີ່ສຸດ. ບໍລິເວນຝັ່ງ​ມະ​ຫາ​ສະ​ໝຸດແອັດແລນຕິກ ແມ່ນຍັງຈະເຫັນລະດັບນໍ້າທະເລທີ່ເພີ້ມຂຶ້ນສູງກວ່າລະດັບທີ່ເພີ້ມຂຶ້ນໂດຍສະເລ່ຍ, ໃນຂະນະທີ່ມັນມີລະດັບທີ່ໜ້ອຍກວ່າໃນ​ເຂດຝັ່ງ​ມະ​ຫາ​ສະ​ໝຸດປາຊີຟິກ, ລາຍງານກ່າວ.

ນັກວິທະຍາສາດກ່າວວ່າ ລະດັບນໍ້າທະເລທີ່ສູງຂຶ້ນ ເປັນຜົນມາຈາກການປ່ຽນ ແປງຂອງສະພາບອາກາດ ແລະຈະສົ່ງຜົນໃຫ້ເກີດນໍ້າຖ້ວມ ຢູ່ບໍລິເວນແຄມຝັ່ງໃນມື້ທີ່ມີແດດຫຼາຍ ແລະ​ບໍ່ມີລົມພາຍຸໃດໆ.

ຫົວໜ້າທີມຜູ້ຄົ້ນຄວ້າ ທ່ານວີລລຽມ ສະຫວີດ (William Sweet), ເຊິ່ງເປັນຜູ້ສຶກສາກ່ຽວກັບທະເລ ຂອງ​ອົງ​ການ​ຄຸ້ມ​ຄອງທາງດ້ານທະເລ ແລະ​ບັນ​ຍາ​ກາດແຫ່ງຊາດ ຫຼື NOAA ກ່າວວ່າ ສິ່ງທີ່ເປັນຜົນກະທົບທີ່ຮ້າຍແຮງໃນໄລຍະຍາວຂອງລະດັບນໍ້າທະເລທີ່ເພີ້ມຂຶ້ນຈາກການເປຶ່ອຍຂອງແຜ່ນນໍ້າກ້ອນໃນແອນຕາກຕິກ ແລະກຣີນແລນນັ້ນ ອາດຈະຍັງບໍ່ເລີ້ມຮູ້ສຶກໄດ້ ຈົນເຖິງໄລຍະ ຫຼັງຈາກປີ 2100 ໄປ.

ເມືອງຕ່າງໆໃນສະຫະລັດເຊັ່ນ ແອນນາໂປລິສໃນ​ລັດແມຣີແລນ, ໄມອາມີ ບິສຈ໌ໃນ​ລັດຟລໍຣິດາ, ນໍຟອກ​ໃນ​ລັດເວີຈີເນຍ ແມ່ນເກີດນໍ້າຖ້ວມຂະ​ໜາດ​ນ້ອຍປີລະບໍ່ເທົ່າໃດເທື່ອ ເມື່ອເວລາທີ່​ລະ​ດັບ​ນ້ຳ​ທະ​ເລຂຶ້ນສູງ, ແຕ່ນັກວິໄຈກ່າວວ່າ ພາຍໃນປີ 2050 ມັນຈະຖືກແທນທີ່ດ້ວຍນໍ້າຖ້ວມໃນລະດັບປານກາງຫຼາຍໆຄັ້ງໃນແຕ່ລະປີ ອັນຈະສົ່ງຜົນເຮັດໃຫ້ຊັບສິນ ໄດ້ຮັບຄວາມເສຍຫາຍ.

A U.S government report warns that sea levels along America's coast will rise about an average of 30.50 centimeters over the next 30 years, about the same distance as in the past 100 years.

The report released Tuesday by the National Oceanic and Atmospheric Administration and six other federal agencies predicted the Gulf Coast, especially Texas and Louisiana, will get hit hardest. The Atlantic coast will also see higher than average sea level rise, while it will be less on the Pacific coast, the report said.

Scientists say the higher sea levels are the result of climate change and will spark more coastal floods on sunny days when it isn't storming.

The study's lead author, William Sweet, an oceanographer for NOAA's National Ocean Service, said the worst of the long-term effects of the sea level increases from melting ice sheets in Antarctica and Greenland probably won't begin to be felt until after 2100.

U.S. cities such as Annapolis, Maryland; Miami Beach, Florida; and Norfolk, Virginia, already get a few minor floods a year during high tides, but the researchers said that by 2050, those will be replaced by several "moderate" yearly floods that cause property damage.

XS
SM
MD
LG