ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິທະຍາສາດ ສະຫະລັດ ກຳລັງຫາທາງຂະຫຍາຍ ພະລັງງານຄວາມຮ້ອນ ຈາກໃຕ້ດິນ ໂດຍບໍ່ຕ້ອງໃຊ້ນໍ້າພຸຮ້ອນ


ນັກວິທະຍາສາດສະຫະລັດ ກຳລັງຫາທາງຂະຫຍາຍພະລັງງານຄວາມຮ້ອນຈາກໃຕ້ດິນ ໂດຍບໍ່ຕ້ອງໃຊ້ນໍ້າພຸຮ້ອນ

ການຄົ້ນຄວ້າໂດຍນັກທໍລະນີສາດ ໃນລັດຢູທາ, ທາງພາກຕາເວັນຕົກຂອງສະຫະລັດສາມາດຂະຫຍາຍຈໍານວນສະຖານທີ່ ທີ່ຄົນຢູ່ໃນໂລກສາມາດນໍາໃຊ້ພະລັງງານຄວາມຮ້ອນໃຕ້ດິນໄດ້. Lindsay Daniels ມີລາຍງານເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ໃນເຂດພູດອຍຂອງລັດຢູທາໃນພາກຕາເວັນຕົກ, ການເຈາະດິນເພື່ອຊອກຫາ ຫີນຮ້ອນ ສາມາດນໍາເອົາພະລັງງານຄວາມຮ້ອນໃຕ້ດິນ ມາໃຫ້ຄົນໃຊ້ໃນ ທົ່ວໂລກໄດ້ຫຼາຍຂຶ້ນ.

ພະລັງງານຄວາມຮ້ອນໃຕ້ດິນແບບດັ້ງເດີມ ແມ່ນໝູນໃຊ້ການເຈາະເຂົ້າໄປຫານໍ້າຮ້ອນຢູ່ໃຕ້ດິນ ແລະໃຊ້ອາຍນໍ້ານັ້ນ ເພື່ອຂັບເຄື່ອນກັງຫັນ ທີ່ຜະລິດໄຟຟ້າ. ນັ້ນແມ່ນຂຶ້ນກັບແຫຼ່ງນ້ຳພຸຮ້ອນຄົງທີ່ ທີ່ຢູ່ໃກ້ກັບໜ້າດິນ.

​ການ​ຄົ້ນຄວ້າ​ທີ່​ສະໜັບສະໜູນໂດຍກະຊວງ​ພະລັງງານ​ສະຫະລັດອັນນີ້ ​ໃນ​ລັດ ຢູທາ ກຳລັງ​ຊອກ​ຫາ​ວິທີແກ້ໄຂ ຊ່ອງຫວ່າງຂອງ​ຄວາມ​ຮ້ອນ ຢູ່​ໃຕ້​ດິນ. ທ່ານຈອນ ແມັກເລນແນນ (John McLennan) ເປັນຜູ້ນໍາພາດ້ານວິຊາການຂອງໂຄງການດັ່ງກ່າວ.

ທ່ານຈອນ ແມັກເລນແນນ (John McLennan), ອາຈານສອນວິສະວະກໍາດ້ານເຄມີ ໃນມະຫາວິທະຍາໄລຢູທາກ່າວວ່າ:

"ຫຼັກການໃນການເຮັດເຊັ່ນນັ້ນ ແມ່ນການເຈາະນໍ້າສ້າງຕ່າງໆໃຫ້ເລິກ ເພື່ອໃຫ້ ລົງໄປເຖິງຄວາມຮ້ອນ ແລະຫຼັງຈາກນັ້ນ ກໍສ້າງຮອຍແຕກດ້ານລະບົບໃຊ້ພະລັງ ນໍ້າ ຫລື ໄຮໂດຣລິກ ທີ່ເຊື່ອມຕໍ່ນໍ້າສ້າງເຫຼົ່ານີ້ເຂົ້າໃສ່ກັນ ເພື່ອໃຫ້ທ່ານຜະລິດ ລະບົບແລກປ່ຽນຄວາມຮ້ອນ. ບັດນີ້ ທ່ານກໍສາມາດກະຈາຍນໍ້າເຢັນໄປຜ່ານນໍ້າ ສ້າງໜ່ວຍນຶ່ງ. ນໍ້າດັ່ງກ່າວໄຫລຊຶມຜ່ານຮອຍແຕກແຫງຂອງລະບົບໄຮໂດຣລິກເຫຼົ່ານີ້ ທີ່ທ່ານສ້າງຂຶ້ນມາ. ມັນໄດ້ຖືກເກັບເອົາ ຢູ່ໃນນໍ້າສ້າງໜ່ວຍທີສອງ ທີ່ທ່ານໄດ້ເຈາະເພື່ອຕັດກັບຮອຍແຕກແຫງເຫຼົ່ານີ້, ແລະນໍ້າຮ້ອນທີ່ວ່ານີ້ ກໍຖືກນໍາຂຶ້ນມາສູ່ຫນ້າດິນ.”

ບ່ອນທີ່ມັນຖືກນໍາໃຊ້ເພື່ອໃຫ້ຄວາມອຸ່ນ ຫຼື ເພື່ອຜະລິດໄຟຟ້າ, ຊຶ່ງບໍ່ຕ່າງຫຍັງກັນ ກັບຄວາມຮ້ອນໃຕ້ດິນທໍາມະດາ. ມັນແມ່ນສ່ວນນຶ່ງຂອງໂຄງການລິເລີ່ມເອີດ ຊອສ (Earth shots) ພະລັງງານຂອງການລັດຖະບານທ່ານໄບເດັນ ເພື່ອໃຫ້ ບັນລຸການເຮັດໃຫ້ການປ່ອຍອາຍພິດຄາບອນອອກມາໂດຍທີ່ບໍ່ໃຫ້ມັນຄ້າງຢູ່ໃນ ອາກາດ ຫລື net zero carbon emissions ພາຍໃນປີ 2050 ຊຶ່ງໃນທີ່ນີ້ ແມ່ນໂດຍການ ສ້າງໂຄງສ້າງຄວາມຮ້ອນໃຕ້ດິນທີ່ມີການປັບປຸງຢູ່ໃນພື້ນທີ່ຂ້ອນ ຂ້າງນ້ອຍ.

ທ່ານແມັກເລນແນນ (McLennan), ຮອງສາດສະດາຈານສອນວິສະວະກຳ ດ້ານເຄມີ ກ່າວເພີ້ມອີກວ່າ:

“ພວກ​ເຮົາ​ໄດ້​ເຈາະ​ນ້ຳ​ສ້າງ​ສອງ​ໜ່ວຍ, ແລະ​ພວກ​ເຮົາ​ອາດ​ຈະກວມເອົາເນື້ອ​ທີ່ດິນ​ສາມ​ ຫຼື​ສີ່​ເອັກເກີ ​ເພື່ອ​ເຈາະນໍ້າສ້າງນັ້ນ. ເມື່ອທ່ານປຽບທຽບກັບເນື້ອທີ່ຂອງ ການໃຊ້ເຮັດພະລັງງານທົດແທນແບບອື່ນ, ມັນຂ້ອນຂ້າງວ່າເປັນການສິ້ນເປືອງ ໜ້ອຍ.”

ການພັດທະນາຢູ່ໃນຫ້ອງທົດລອງພາກສະຫນາມຢູ່ໃຕ້ດິນທີ່ວ່ານີ້ ໄດ້ດຶງດູດ ຄວາມສົນໃຈຈາກທົ່ວໂລກ, ອີງຕາມທ່ານໂຈ ມໍ (Joe Moore), ຜູ້ຈັດການ ໂຄງການເວົ້າ.

ທ່ານ ໂຈ ມໍ (Joe Moore), ອາຈານສອນວິສະວະກຳໂຍທາ ແລະ ສິ່ງແວດ ລ້ອມ ຢູ່ມະຫາວິທະຍາໄລຢູທາກ່າວວ່າ:

"ລອງວາດພາບເບິ່ງ ຖ້າວ່າພວກເຮົາສາມາດຜະລິດລະບົບຄວາມຮ້ອນໃຕ້ດິນຢູ່ ໃນບ່ອນໃດທີ່ພວກເຮົາຢາກເຮັດກໍໄດ້, ເຊັ່ນ ຢູ່ບ່ອນຈອດລົດຂອງບາງຄົນ. ນີ້ຈະເປັນສິ່ງທີ່ພາໃຫ້ເກີດມີການປ່ຽນແປງຫຼາຍ.”

​ແລະ​ສາມາດ​ນຳ​ເອົາ​ແຫຼ່ງຄວາມ​ຮ້ອນ​ທີ່ສາມາດ​ທົດ​ແທນ​ຄືນ​ໃໝ່ໄດ້ທີ່​ບໍ່ໝົດສິ້ນ ເປັນຈັກເທື່ອ ໄປ​ສູ່​ພາກ​ສ່ວນຕ່າງໆຂອງ​ໂລກໄດ້ຫລາຍຂຶ້ນ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Research by geologists in the western U.S. state of Utah could expand the number of places in the world where people can use geothermal power. Lindsay Daniels has our story.

In the mountains of western Utah, drilling for hot rocks could bring geothermal energy to more people around the world.

Traditional geothermal power taps into hot water below the earth and uses that steam to drive turbines that generate electricity. That depends on a steady source of hot springs close to the surface.

This U.S. Department of Energy-sponsored research in Utah is looking to close the loop on geothermal. John McLennan is the project’s technical lead.

John McLennan, University of Utah Chemical Engineering Professor:

“The principle for doing that is to drill wells to depth to reach the heat and then create hydraulic fractures that connect these wells so that you’ve produced a heat-exchange system. Now you can circulate cold fluid through one well. That fluid percolates through these hydraulic fractures that you’ve created. It’s collected in a second well that you’ve drilled to intersect these fractures, and this hot water is brought to the surface.”

Where it is used for heating or for generating electricity, just like regular geothermal. It is part of the Biden administration’s Energy Earthshots Initiative to reach net zero carbon emissions by 2050, here by engineering enhanced geothermal in a relatively small area.

John McLennan, University of Utah Associate Professor of Chemical Engineering:

“We have drilled two wells, and we’re probably occupying three or four acres to drill that. When you compare that with the footprint of some other renewables, it’s really quite modest.”

Developments at this underground field laboratory have drawn interest from around the world, says project manager Joe Moore.

Joe Moore, University of Utah Professor of Civil and Environmental Engineering:

“Imagine if we could produce a geothermal system wherever we wanted, somebody’s parking lot. This would be a game changer.”

And could bring to more parts of the world the inexhaustible renewable resource of heat from the Earth’s core.

XS
SM
MD
LG