ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ຕົນພວມເຮັດວຽກ ເພື່ອໃຫ້ ກຸ່ມຕາລີບານ ຂອງອັຟການິສຖານ ປະຕິບັດຕາມຄຳໝັ້ນສັນຍາ ທີ່ຈະຕໍ່ຕ້ານ ການກໍ່ການຮ້າຍ


ພວກນັກລົບຂອງອັຟການິສຖານ ຢືນຍາມຂະນະທີ່ປະຊາຊົນຊາວອັຟການິສຖານ ເຂົ້າຮ່ວມພິທີໄຫວ້ພາວັນນາ ໃນວັນ ອີດ ອາລ-ອາດາ (Eid al-Adha), ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 28 ມິຖຸນາ 2023.
ພວກນັກລົບຂອງອັຟການິສຖານ ຢືນຍາມຂະນະທີ່ປະຊາຊົນຊາວອັຟການິສຖານ ເຂົ້າຮ່ວມພິທີໄຫວ້ພາວັນນາ ໃນວັນ ອີດ ອາລ-ອາດາ (Eid al-Adha), ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 28 ມິຖຸນາ 2023.

ເຈົ້າໜ້າທີ່ອະວຸໂສຂອງສະຫະລັດທ່ານນຶ່ງ ກ່າວວ່າ ລັດຖະບານທ່ານໄບເດັນ “ພວມເຮັດວຽກຢ່າງຫ້າວຫັນທຸກໆມື້” ເພື່ອໃຫ້ແນ່ໃຈວ່າ ກຸ່ມຕາລີບານຢຶດຖືຕໍ່ຄຳໝັ້ນສັນຍາຂອງພວກເຂົາເຈົ້າ ທີ່ຈະປ້ອງກັນບໍ່ໃຫ້ອັຟການິຖານ ກາຍເປັນບ່ອນຫລົບລີ້ສຳລັບພວກກໍ່ການຮ້າຍຂ້າມຊາດ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈັກ ຊູ​ລີວັນ ໄດ້ສົນທະນາເລື້ອງດັ່ງກ່າວກັບບັນດານັກຂ່າວ ຂະທີ່ຢູ່ເທິງເຮືອບິນ Air Force One ເມື່ອຖືກຖາມໂດຍ ວີໂອເອ ວ່າ ຖ້າວ່າ ວໍຊິງຕັນ ກຳລັງເຮັດວຽກກັບກຸ່ມຕາລີລານເພື່ອຕາມລ່າຫາເປົ້າໝາຍຕ່າງໆທີ່ເປັນພວກກໍ່ການຮ້າຍຢູ່ໃນດິນແດນ ຂອງອັຟການິສຖານ. ທ່ານຊູລີວັນ ໄດ້ເດີນທາງໄປຍັງນະຄອນຫຼວງລອນດອນ ບ່ອນທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ພົບປະກັບນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ.

ທ່ານຊູລີວັນ ໄດ້ກ່າວວ່າ “ສິ່ງທີ່ຂ້າພະເຈົ້າສາມາດກ່າວໄດ້ ກໍແມ່ນວ່າ ພວກເຮົາກຳລັງໃຫ້ກຸ່ມຕາລີບານປະຕິບັດຕາມຄຳໝັ້ນສັນຍາພາຍໃຕ້ຂໍ້ຕົກລົງໂດຮາ ຊຶ່ງເປັນອັນທີ່ວ່າ ອັຟການິສຖານ ບໍ່ສາມາດຖືກນຳໃຊ້ເປັນບ່ອນຫລົບລີ້ໃຫ້ແກ່ພວກກໍ່ການຮ້າຍ ເພື່ອວາງແຜນການໂຈມຕີຕໍ່ຜູ້ໃດ ແລະໂດຍສະເພາະ, ຈາກຈຸດປະສົງຂອງພວກເຮົາແລ້ວ ຕໍ່ສະຫະລັດອາເມຣິກາ, ບ້ານເກີດເມືອງນອນຂອງພວກເຮົາ, ບັນດາພັນທະມິດຂອງພວກເຮົາ ແລະ ຄູ່ພາຄີທັງຫຼາຍຂອງພວກເຮົາ.”

ທ່ານໄດ້ອ້າງເຖິງຂໍ້ຕົກລົງເມື່ອເດືອນກຸມພາ 2020 ທີ່ລັດຖະບານທ່ານທຣຳ ໄດ້ເຈລະຈາກັບກຸ່ມຕາລີລານ ຊຶ່ງໃນເວລານັ້ນ ເປັນກຸ່ມກະບົດ ຢູ່ໃນນະຄອນຫຼວງ ໂດຮາ ຂອງປະເທດກາຕ້າ. ຂໍ້ຕົກລົງນັ້ນ ໄດ້ແຜ້ວທາງໃຫ້ພວກທະຫານ ເນໂຕ້ ທີ່ນຳພາໂດຍສະຫະລັດ ທັງໝົດ ອອກໄປຈາກອັຟການິສຖານ ໃນກາງເດືອນສິງຫາ 2021 ຫຼັງຈາກທີ່ ໄດ້ມີການພົວພັນໃນສົງຄາມມາໄດ້ສອງທົດສະວັດ. ພວກກໍ່ກະບົດ ກໍຈຶ່ງໄດ້ໃຫ້ຄຳໝັ້ນສັນຍາວ່າ ພວກເຂົາຈະບໍ່ອະນຸຍາດໃຫ້ກຸ່ມກໍ່ການຮ້າຍໃດໆ ລວມທັງ ກຸ່ມອາລ-ກາອີດາ ໃຫ້ເປັນໄພຂົ່ມຂູ່ຕໍ່ປະເທດອື່ນໆໃດ ຈາກດິນແດນຂອງອັຟການິສຖານ.

A senior U.S. official says the Biden administration is "working tirelessly every day" to ensure the Taliban stick to their pledges to prevent Afghanistan from becoming a haven for transnational terrorists.

White House national security adviser Jake Sullivan discussed the matter with reporters aboard Air Force One when asked by VOA if Washington is working with the Taliban to hunt down terrorist targets on Afghan soil. Sullivan traveled to London, where President Joe Biden met with British Prime Minister Rishi Sunak.

"What I could say is that we are holding the Taliban to their commitments under the Doha agreement, which is that Afghanistan cannot be used as a safe haven to plot terrorist attacks against anyone and especially, from our purposes, against the United States of America, our homeland, our allies, and our partners," Sullivan said.

He referred to the February 2020 deal the Trump administration negotiated with the then-insurgent Taliban in Doha, the capital of Qatar. The deal paved the way for all U.S.-led NATO troops to depart Afghanistan in mid-August 2021 after two decades of involvement in the war. The insurgents, in turn, pledged they would not allow terrorist groups, including al-Qaida, to threaten other countries from Afghan soil.

XS
SM
MD
LG