ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເວົ້າວ່າ ເຂົາເຈົ້າພ້ອມແລ້ວ ທີ່ຈະເລີ່ມການເຈລະຈາ ກັບ ຣັດເຊຍ


ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈັດການເຈລະຈາກທາງວິດີໂອ ກັບປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ເມືອງ ໂຊຈີ, ຣັດເຊຍ, 7 ທັນວາ, 2021. (Sputnik/Sergey Guneev/Pool via Reuters)
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈັດການເຈລະຈາກທາງວິດີໂອ ກັບປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ເມືອງ ໂຊຈີ, ຣັດເຊຍ, 7 ທັນວາ, 2021. (Sputnik/Sergey Guneev/Pool via Reuters)

ທຳນຽບຂາວໄດ້ກ່າວໃນວັນຈັນວານນີ້ວ່າ ສະຫະລັດ ແມ່ນພ້ອມແລ້ວທີ່ຈະເລີ່ມການເຈລະຈາດ້ານການທູດກັບ ຣັດເຊຍ ຜ່ານຫຼາຍຊ່ອງທາງ, ແຕ່ເຂົາເຈົ້າໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ຣັດເຊຍ ຕ້ອງແກ້ໄຂຄວາມເປັນຫ່ວງຂອງປະເທດຕາເວັນຕົກ ກ່ຽວກັບ ການເສີມກຳລັງທະຫານ ຢູ່ຕາມເຂດຊາຍແດນ ຢູເຄຣນ.

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ເຈກ ຊຸລລີວານ (Jake Sullivan) ໄດ້ລົມກັບຄູ່ຮ່ວມຕຳແໜ່ງຂອງທ່ານ, ທ່ານ ຢູຣີ ຢູຊາຄອຟ (Yuri Ushakov), ທີ່ປຶກສານະໂຍບາຍຕ່າງປະເທດຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ໂດຍທຳນຽບຂາວກ່າວວ່າ ສະຫະ ລັດ ມີຄວາມຍິນດີ ທີ່ຈະເຈລະຈາໂດຍກົງກັບວັງ ເຄຣັມລິນ, ເຊັ່ນດຽວກັບຜ່ານອົງການ NATO ແລະ ສະພາ ຣັດເຊຍ ກັບອົງການເພື່ອຄວາມປອດໄພ ແລະ ການຮ່ວມມືໃນ ຢູໂຣບ.

ທຳນຽບຂາວໄດ້ກ່າວວ່າ ທ່ານ ຊຸລລີວານ ໄດ້ບອກທ່ານ ຢູຊາຄອຟ ວ່າ “ທຸກໆການເຈລະຈາຕ້ອງຖືກອີງໃສ່ການຕອບແທນຊຶ່ງກັນ ແລະ ກັນ ແລະ ແກ້ໄຂບັນຫາຂອງພວກເຮົາ ກ່ຽວກັບ ການກະທຳຂອງ ຣັດເຊຍ.”

ໃນກອງປະຊຸມສຸດຍອດທາງອອນໄລນ໌ເມື່ອສອງອາທິດທີ່ຜ່ານມາ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເຕືອນທ່ານ ປູຕິນ ວ່າ ສະຫະລັດ ຈະວາງມາດຕະການລົງໂທດທາງເສດຖະ ກິດທີ່ໜັກຕໍ່ ຣັດເຊຍ ຖ້າເຂົາເຈົ້າບຸກລຸກ ຢູເຄຣນ. ມົສກູ ໄດ້ເສີມກຳລັງທະຫານຫຼາຍສິບພັນຄົນ ຢູ່ຕາມເຂດຊາຍແດນທາງພາກຕາເວັນອອກຂອງ ຢູເຄຣນ, ແນວໃດກໍຕາມ ວໍຊິງຕັນ ໄດ້ລະບຸວ່າ ເຂົາເຈົ້າບໍ່ເຊື່ອວ່າທ່ານ ປູຕິນ ໄດ້ຕັດສິນໃຈທີ່ຈະເປີດການໂຈມຕີຕໍ່ ຢູເຄຣນ.

ມັນບໍ່ມີຄຳເຫັນໃນທັນທີຈາກ ມົສກູ ກ່ຽວກັບ ການລົມໂທລະສັບລະຫວ່າງທ່ານ ຊຸລລີວານ ກັບ ທ່ານ ຢູຊາຄອຟ.

ໃນອາທິດທີ່ຜ່ານມາ, ມົສກູ ໄດ້ຈັດລາຍຊື່ຂອງຂໍ້ສະເໜີດ້ານຄວາມປອດໄພທີ່ເຂົາເຈົ້າຢາກຈະເຈ ລະຈາ, ລວມທັງການສັນຍາທີ່ວ່າອົງການ NATO ຈະຍົກເລີກກິດຈະກຳທາງທະຫານທຸກຢ່າງ ໃນຢູໂຣບຕາເວັນອອກ ແລະ ຢູເຄຣນ. ທ່ານ ໄບເດັນ ໄດ້ປະຕິເສດການສົ່ງກຳລັງທະຫານ ສະຫະ ລັດ ໄປປະຈຳການທາງພາກພື້ນດິນຖ້າ ຣັດເຊຍ ບຸກລຸກ ຢູເຄຣນ, ແຕ່ ສະຫະລັດ ແມ່ນໄດ້ຂົນສົ່ງອາວຸດໄປໃຫ້ລັດຖະບານ ກີຢິບ.

The White House said Monday the United States is ready to start diplomatic talks with Russia through multiple channels, but it made clear that Moscow must address Western concerns about its military buildup along the Ukrainian border.

U.S. national security adviser Jake Sullivan spoke with his counterpart, Yuri Ushakov, foreign policy adviser to Russian President Vladimir Putin, with the White House saying the U.S. was willing to talk directly with the Kremlin, as well as through the NATO-Russia Council and the Organization for Security and Co-operation in Europe.

The White House said Sullivan told Ushakov that "any dialogue must be based on reciprocity and address our concerns about Russia's actions."

In a virtual summit two weeks ago, U.S. President Joe Biden warned Putin that the U.S. would impose tough economic sanctions against Russia if it invaded Ukraine. Moscow has amassed tens of thousands of troops along Ukraine's eastern border, although Washington has indicated that it does not believe Putin has decided to launch an attack on Ukraine.

There was no immediate comment from Moscow about the Sullivan-Ushakov call.

Last week, Moscow listed security proposals it wanted to negotiate, including a pledge that NATO would give up any military activity in Eastern Europe and Ukraine. Biden has ruled out deploying U.S. ground troops if Russia invades Ukraine, but the U.S. has been shipping arms to Kyiv.

XS
SM
MD
LG