ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ນາຍພົນມຽນມາ ທີ່ມີສ່ວນກ່ຽວຂ້ອງ ກັບການກໍ່ລັດຖະປະຫານ


ພາບຖ່າຍນີ້ ເມື່ອວັນທີ 6 ມິຖຸນາ 2019, ສະແດງໃຫ້ເຫັນ ຕຶກກະຊວງການເງິນ ສະຫະລັດ ໃນຍາມຄ່ຳຄືນຢູ່ທີ່ນະຄອນຫຼວງ ວໍຊິງຕັນຂອງສະຫະລັດ.
ພາບຖ່າຍນີ້ ເມື່ອວັນທີ 6 ມິຖຸນາ 2019, ສະແດງໃຫ້ເຫັນ ຕຶກກະຊວງການເງິນ ສະຫະລັດ ໃນຍາມຄ່ຳຄືນຢູ່ທີ່ນະຄອນຫຼວງ ວໍຊິງຕັນຂອງສະຫະລັດ.

ສະຫະລັດ ໃນວັນພະຫັດວານນີ້ ໄດ້ປະກາດມາດຕະການລົງໂທດຮອບໃໝ່ອີກຕໍ່ມຽນມາ ຫຼືທີ່ຍັງຮູ້ກັນໃນອີກຊື່ນຶ່ງວ່າ ພະມ້າ ຊຶ່ງຫຼາຍກວ່ານຶ່ງອາທິດຜ່ານມາ ຫຼັງຈາກທີ່ພວກທະຫານຂອງປະເທດດັ່ງກ່າວ ໄດ້ໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງຢ່າງເປັນປະຊາທິປະໄຕ.

ກະຊວງການເງິນສະຫະລັດ ໄດ້ກ່າວໃນວັນພະຫັດວານນີ້ວ່າ ຕົນໄດ້ວາງມາດຕະການລົງໂທດຕໍ່ບຸກຄົນຈຳນວນ 10 ຄົນ ແລະ 3 ອົງການຈັດຕັ້ງ “ຜູ້ທີ່ມີບົດບາດໃນການນຳພາໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງຢ່າງເປັນປະຊາທິປະໄຕຂອງມຽນມານັ້ນ.”

ຖະແຫລງການສະບັບນຶ່ງຈາກກະຊວງການເງິນສະຫະລັດ ໄດ້ກ່າວວ່າ “ມາດຕະການລົງໂທດເຫຼົ່ານີ້ ບໍ່ໄດ້ແນໃສ່ປະຊາຊົນຂອງມຽນມາ.”

ມາດຕະການລົງໂທດດັ່ງກ່າວ ແມ່ນອີງຕາມດຳລັດຝ່າຍບໍລິຫານທີ່ໄດ້ລົງນາມໂດຍປະທານາທິບໍດີ ໂຈ ໄບເດັນ ໃນຕອນເຊົ້າຂອງມື້ດຽວກັນນັ້ນ.

ລັດຖະບານມຽນມາທີ່ໄດ້ທຳການໂຄ່ນລົ້ມ ລັດຖະບານທີ່ມາຈາກການເລືອກຕັ້ງຢ່າງເປັນປະຊາທິປະໄຕ ໃນວັນທີ 1 ກຸມພາ ນັ້ນ ຈຶ່ງໄດ້ກໍ່ໃຫ້ເກີດການເດີນຂະ ບວນປະທ້ວງຕໍ່ຕ້ານການຍຶດອຳນາດຢູ່ຕາມຫົນທາງຢ່າງແຜ່ຫຼາຍຢູ່ທີ່ນັ້ນ ມາໄດ້ຫ້າວັນລຽນຕິດ.

“ໃນຂະນະທີ່ການປະທ້ວງໃຫຍ່ຂຶ້ນ ການໃຊ້ຄວາມຮຸນແຮງຕໍ່ພວກທີ່ສະແດງອອກຊຶ່ງສິດທິປະຊາທິປະໄຕຂອງພວກເຂົາເຈົ້າ ແມ່ນຮັບເອົາບໍ່ໄດ້ ແລະພວກເຮົາຈະສືບຕໍ່ປະກາດມັນອອກມາ” ທ່ານໄບເດັນ ໄດ້ກ່າວໃນວັນພຸດຜ່ານມາ.

ທ່ານກ່າວອີກວ່າ “ປະຊາຊົນມຽນມາແມ່ນກຳລັງສົ່ງສຽງຂອງພວກເຂົາໃຫ້ທົ່ວໂລກໄດ້ຍິນ.”

ອົງການສະຫະປະຊາຊາດແລະອົງການຈັດຕັ້ງອື່ນໆໄດ້ສະແດງອອກເຖິງຄວາມເປັນຫ່ວງ ກ່ຽວກັບການນຳໃຊ້ກຳລັງຕໍ່ພວກປະທ້ວງ. ພວກກຸ່ມປົກປ້ອງສິດທິທີ່ສຳຄັນໆຂອງໂລກ ໄດ້ຮຽກຮ້ອງຄືນໃໝ່ ໃຫ້ບັນດາບໍລິສັດສາກົນທັງຫຼາຍ ຕັດສາຍສຳພັນກັບອົງການໃດໆທີ່ເຊື່ອມໂຍງກັບທະຫານມຽນມາ ແລະໄດ້ຊຸກຍູ້ຕໍ່ບັນດາລັດຖະບານຕ່າງໆໃຫ້ວາງມາດຕະການລົງໂທດທີ່ແນເປົ້າໝາຍໃສ່ພວກນາຍພົນທັງຫຼາຍ ແລະທຸລະກິດຕ່າງໆຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG