ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລົງໂທດ ຕໍ່ເຄືອຂ່າຍ ຜູ້ໃຫ້ກູ້ຢືມເງິນ ແກ່ກະບົດຮູຕີຢູ່ ໃນເຢແມນ


ແຟ້ມ-ກຸ່ມພວກຫົວຮຸນແຮງຮູຕີ ພາກັນນັ່ງຢູ່ທາງຫຼັງລົດກະບະ ໃນເມືອງ ໂຮເດດາ (Hodeidah), ຢູ່ໃນຂົງເຂດທະເລແດງ, ເຢເມນ, ວັນທີ 29 ທັນວາ 2018.
ແຟ້ມ-ກຸ່ມພວກຫົວຮຸນແຮງຮູຕີ ພາກັນນັ່ງຢູ່ທາງຫຼັງລົດກະບະ ໃນເມືອງ ໂຮເດດາ (Hodeidah), ຢູ່ໃນຂົງເຂດທະເລແດງ, ເຢເມນ, ວັນທີ 29 ທັນວາ 2018.

ເພື່ອເປັນການຕອບໂຕ້ຕໍ່ການໂຈມຕີທີ່ເພີ້ມທະວີຂຶ້ນໃສ່ກຳປັ່ນຢູ່ໃນຂົງເຂດພາກ​ໃຕ້ທະເລແດງໂດຍພວກກະບົດ ຮູຕີ (Houthi) ທີ່ໜຸນຫຼັງໂດຍອີຣ່ານ, ສະຫະ ລັດ ໄດ້ປະກາດການລົງໂທດຕໍ່ 13 ຄົນ ແລະບໍລິສັດທີ່ຖືກກ່າວຫາວ່າ ໄດ້ສະໜອງເງິນຫຼາຍສິບລ້ານໂດລາ ຈາກການຂາຍສິນຄ້າ ແລະຂົນສົ່ງສິນຄ້າຂອງອີຣ່ານ ໄປໃຫ້ ພວກກະບົດຮູຕີ ຢູ່ໃນ​ເຢ​ເມນ, ອີງຕາມລາຍງານຂອງອົງການຂ່າວ AP.

ກະຊວງ​ການ​ເງິນ​ກ່າວ​ວ່າ ​ໃນ​ເມື່ອ​ກ່ອນ​ການລົງໂທດຕໍ່ພວກກະບົດຮູຕີ ​ແລະ​ຜູ້​ອຳນວຍ​ຄວາມ​ສະດວກ​ທາງດ້ານ​ການ​ເງິນ​ຂອງ​ອີຣ່ານ ທ້າວຊາອີດ ອາລ-ຈາມາລ (Sa'id al-Jamal) ​ໂດຍໃຊ້​ເຄືອ​ຂ່າຍ ການແລກປ່ຽນລະຫວ່າງ ເຮືອນ ​ແລະ​ບໍລິສັດ​ຕ່າງໆ ​ເພື່ອ​ຊ່ວຍ​ໃຫ້​ເງິນ​ຂອງ​ອີຣ່ານ ​ໄປ​ເຖິງ​ຄູ່ຮ່ວມ ພວກຫົວ​ຮຸນ​ແຮງ​ຢູ່ໃນເຢ​ເມນ.

ການ​ລົງ​ໂທດ ​ໄດ້​ສະກັດ​ກັ້ນ​ການ​ເຂົ້າ​ເຖິງ​ຊັບ​ສິນ ​ແລະ​ບັນຊີ​ທະນາຄານ​ຂອງ​ສະຫະລັດ ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ບຸກຄົນ ​ແລະ​ບໍລິສັດ​ທີ່​ເປັນ​ເປົ້າ​ໝາຍ ​ເຮັດ​ທຸລະ​ກິດ​ກັບ​ຊາວ​ອາ​ເມຣິກັນ.

ບັນດາຜູ້ໃຫ້ກູ້ຢືມເງິນໃນເລບານອນ, ເທີກີ ແລະ ດູໄບ ແມ່ນລາຍຊື່ທີ່ໃຫ້ການຊ່ວຍເຫຼືອ ທ້າວອາລ-ຈາມາລ, ພ້ອມກັບບໍລິສັດຂົນສົ່ງສິນຄ້າຈາກຣັດເຊຍໄປຍັງ ເຊັນທ໌ ກິດສ໌ (St. Kitts) ແລະ ເນວິສ (Nevis), ເຊິ່ງຖືກກ່າວຫາວ່າ ເຄື່ອນຍ້າຍການຂົນສົ່ງສິນຄ້າອີຣ່ານ ຂອງທ້າວອາລ-ຈາມາລ. ພວກ​ທີ່​ມີ​ຊື່ແລະບໍລິສັດທັງໝົດ ຖືກລົງໂທດ ໃນວັນພະຫັດວານນີ້.

WASHINGTON (AP) — Responding to increased attacks on ships in the southern Red Sea by Iranian-backed Houthi rebels, the U.S. announced sanctions against 13 people and firms alleged to be providing tens of millions of dollars from the sale and shipment of Iranian commodities to the Houthis in Yemen.

Treasury says that previously sanctioned Houthi and Iranian financial facilitator Sa'id al-Jamal uses a network of exchange houses and firms to help Iranian money reach the country's militant partners in Yemen.

The sanctions block access to U.S. property and bank accounts and prevent the targeted people and companies from doing business with Americans.

Money lenders in Lebanon, Turkey and Dubai are listed for assisting al-Jamal, along with shipping firms from Russia to St. Kitts and Nevis, which allegedly move al-Jamal's Iranian commodity shipments. All people and firms were hit with sanctions Thursday.

XS
SM
MD
LG