ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ຫລ ລົງ​ໂທດ​ທະ​ນາ​ຄານ ເລ​ບາ​ນອນ ທີ່​ພົວ​ພັນ​ກັບກຸ່ມ ​ເຮ​ສ​ໂບ​ລາ


ຕຶກ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ພາບ​ຖ່າຍ​ໃນວັນ​ທີ 6 ມິຖຸ​ນາ 2019.
ຕຶກ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ພາບ​ຖ່າຍ​ໃນວັນ​ທີ 6 ມິຖຸ​ນາ 2019.

ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ໄດ້​ລົງ​ໂທດ​ທະ​ນາ​ຄານແຈມ​ມາ​ລ ທ​ຣັ​ສ (Jammal
Trust) ຂອງເລບ​າ​ນອນ ທີ່ “ອະ​ນຸ​ຍາດ​ແບບ​ທ້າ​ທາຍ” ເພື່ອເຮັດ​ໃຫ້ກຸ່ມເຮ​ສ​ໂບ​ລາ ທີ່​ເປັນ​
ໂຕ​ແທນ​ຂອງ​ອີ​ຣ່ານ​ຢູ່​ໃນ​ເລບ​າ​ນອນນັ້ນສ​າ​ມາດ​ທຳການ​ເຄື່ອນ​ໄຫວທາງການ​ເງິນໄດ້.
ວໍ​ຊິງ​ຕັນ​ ໃນ​ວັນ​ພະ​ຫັດວາ​ນ​ນີ້​ ໄດ້​ກ່າວ​ຫາ​ທະ​ນາ​ຄານ​ດັ່ງ​ກ່າວ​ວ່າ​ໃຫ້ “ການ​ສະ​ໜັບ​
ສະໜູນ ແລະ​ບໍ​ລິ​ການ​ແກ່​ຫົວ​ໜ້າສະ​ພາ​ບໍ​ລິ​ຫານ​ຂອງ​ກຸ່ມ​ເຮ​ສ​ໂບ​ລາ ແລະ​ມູນ​ນິ​ທິມາ
​ເ​ຕຍ​ຣ໌ (Martyrs Foundation) ຊຶ່ງ​ນຳ​ເອົາ​ເງິນ​ໄປ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ຂອງ​ບັນ
​ດາ​ຜູ້​ວາງ​ລະ​ເບີດ​ສະ​ຫຼະ​ຊີບ.”

ກະ​ຊວງ​ການ​ເງິນ​ຍັງໄດ້​ແນເປົ້າ​ໝາຍ​ໃສ່​ບັນ​ດາ​ບຸກຄົນຢູ່​ໃນ​ໂອ​ມານ ທີ່​ຖືກກ່າວ​ຫາ​
ວ່າ​ເປັນ​ຄົນ​ກາງ ໃນ​ລັກ​ເອົາເງິນ​ສົດຈາກເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກຳ​ລັງທະ​ຫານຄຸດ
(Quds) ຂອງອີ​ຣ່ານ ໄປ​ໃຫ້​ກຸ່ມ​ຮາ​ມາ​ສ ຢູ່​ໃນເຂດ​ກາ​ຊາ.

ທ່ານ​ຊິ​ກາ​ລ ແມນ​ແດ​ລ​ເກີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ດັ່ງ​ກ່າວຮັບ​ຜິດ​ຊອບ​ວຽກ​ງານ
ສອດ​ແນ​ມ​ດ້ານ​ການ​ກໍ່​ການ​ຮ້າຍ ແລະດ້ານການ​ເງິນ ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ
​ນຶ່​ງ ພວ​ກ​ເຈົ້າ​ໜ້າ​ທີ່​ການ​ເງິນ ທີ່​ມີ​ຫ້ອງ​ການ​ຢູ່​ໃນ​ໂອ​ມານ “ໄດ້​ຊຸ​ກ​ເຊື່ອງ​ເງິນ​ຫຼາຍ​ສິບ​
ພັນ​ລ້ານ​ໂດ​ລາໄປ​ໃຫ້ ແກ່​ກຸ່ມຮາ​ມາ​ສ ເພື່ອ​ທຳ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ທີ່ອອກ​ມາ​
ຈາກ​ແຫຼມ​ກາ​ຊາ.”

ກະ​ຊ​ວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ແຕ່ງ​ຕັ້ງ​ເຮ​ສ​ໂບ​ລາວ່າ ເປັນ​ອົງ​ການ​ຈັດ​ຕັ້ງ​ການ
​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ​ໃນ​ເດືອນ​ຕຸ​ລາ 1997.

ການ​ລົງ​ໂທດ​ໝາຍ​ຄວາມ​ວ່າ​ທະ​ນາ​ຄານ​ແຈ​ມ​ມານ​ທ​ຮັ​ສ (Jammal Trust) ບໍ່​ອະ​ນຸ​
ຍາດໃຫ້​ພົວ​ພັນ​ກັບສັນ​ຊາດ​ອາ​ເມ​ຣິ​ກາ​ໃດໆ ຫຼື​ສະ​ຖາ​ບັນ ຊຶ່ງ​ຈະຫລຸດ​ກິດ​ຈະ​ການ
ຮ້າຍ​ແຮງນັ້ນ​ລົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

The U.S. Treasury Department has sanctioned Lebanese Jammal Trust Bank for "brazenly enabling" the financial activities of Hezbollah, Iran's proxy in Lebanon.

Washington on Thursday accused the bank of "support and services to Hezbollah's Executive Council and the Martyrs Foundation, which funnel money to the families of suicide bombers."

Treasury also targeted individuals in Oman who allegedly act as middlemen to funnel cash from Iran's elite Quds Force to Hamas in Gaza.

The Oman-based financiers "funneled tens of millions of dollars ... to Hamas for terrorist attacks originating from the Gaza Strip," Sigal Mandelker, undersecretary for terrorism and financial intelligence, said in a statement.

The State Department designated Hezbollah a foreign terrorist organization in October 1997.

The sanctions mean the Jammal Trust Bank is no longer allowed to deal with any U.S. citizen or institution, which is likely to severely curtail activities.

XS
SM
MD
LG