ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສະ​ມາ​ຊິກ​ສະ​ພາ​ສູງ ​ຫາທາງ​ທີ່​ຈະຮັບ​ຜ່ານ ຮ່າງ​ກົດ​ໝາຍ ຢ່າງ​ໄວ​ ກ່ຽວ​ກັບ​ຮົງ​ກົງ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ຈິມ ຣິ​ສ​ຈ໌ (Jim Risch) ຂວາ ສົ​ນ​ທະ​ນາ​ກັບ​ສະ​ມາ​ຊິກ​ສະ​ພາ​ສູງະທ່ານ​ມາ​ຣ​ໂກຣູ​ບີ​ໂອ (Marco Rubio) ຈາກ​ລັດ​ຟ​ຣໍ​ລິ​ດາ.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ຈິມ ຣິ​ສ​ຈ໌ (Jim Risch) ຂວາ ສົ​ນ​ທະ​ນາ​ກັບ​ສະ​ມາ​ຊິກ​ສະ​ພາ​ສູງະທ່ານ​ມາ​ຣ​ໂກຣູ​ບີ​ໂອ (Marco Rubio) ຈາກ​ລັດ​ຟ​ຣໍ​ລິ​ດາ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ຈິມ ຣິ​ສ​ຈ໌ (Jim Risch) ແລະທ່ານ​ມາ​ຣ​ໂກ
ຣູ​ບີ​ໂອ (Marco Rubio) ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ເຂົາ​ເຈົ້າ​ໄດ້​ເລີ້ມ​ຄວາມ​ພະ​ຍາ​
ຍາມ​ທີ່​ຈະເຮັດ​ໃຫ້​ຮ່າງ​ກົດ​ໝາຍ ທີ່​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ລັດຢັ້ງ​ຢືນ​ວ່າ​ຮົງ​ກົງ​ສົມ​ຄວນ​ທີ່​
ຈ​ະ​ໄດ້​ຮັບ​ການປະ​ຕິ​ບັດ​ຕໍ່ແບບ​ພິ​ເສດ​ຈາກ​ສະ​ຫະ​ລັດຫລືບໍ່​ນັ້ນ​ຖືກຮັບ​ຜ່ານ​ຢ່າງ​ວ່ອງໄວ.

ນິ​ຕະ​ກຳ​ດັ່ງ​ກ່າວຈະ​ຮຽກ​ຮ້ອງ​ໃຫ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດໃຫ້ຢ່າງ​ໜ້ອຍກໍ​ຢັ້ງ​
ຢືນ​ແຕ່​ລະ​ປີວ່າ ຮົງ​ກົງ​ມີ​ສິດ​ປົກ​ຄອງ​ຕົນ​ເອງຢ່າງ​ພຽງ​ພໍ​ທີ່​ຈະຮັບ​ປະ​ກັນການ​ພິ​ຈາ​ລະ​ນາ ຂອງສະ​ຫະ​ລັດ.ໃນ​ດ້ານ​ການ​ຄ້າພິ​ເສດ.

ການ​ຮັບ​ຜ່ານມາດ​ຕະ​ການດັ່ງ​ກ່າວ ຊຶ່ງ​ຍັງ​ຈະ​ອະ​ນຸ​ຍາດ​ໃຫ້​ລົງ​ໂທດ​ບັນ​ດາ​ເຈົ້າ​ໜ້າ​ທີ່ ທີ່​
ຮັບ​ຜິດ​ຊອບ​ຕໍ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸດຢູ່ໃນ​ຮົງ​ກົງນັ້ນ ​ຈະເຮັດ​ໃຫ້ເປັນ​ຜົນ​ປະ​ໂຫຍດ​
ແກ່​ພວກ​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ເມືອງດັ່ງ​ກ່າວ.

ທ່ານ​ຣິ​ສ​ຈ໌ ແລະ​ທ່ານ​ຣູ​ບີ​ໂອ ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ຮັບຜ່ານໂດຍ​ສະ​ພາ​ສູງ ຕໍ່​
ເລື້ອງ​ສິດ​ທິ​ມະ​ນຸດ​ໃນຮົງ​ກົງ ແລະ​ກົດ​ໝາຍ​ປວ່າ​ດ້ວຍະ​ຊາ​ທິ​ປະ​ໄຕ ໂດຍຜ່ານ​ການ​ລົງ​
ຄະ​ແນນ​ສຽງ.

ບັນ​ດາ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ກ່ອນ​ອື່ນ​ຈະ​ເຮັດ​ວຽກແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ
ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ໃນສະ​ບັບ​ທີ່​ສະ​ເໜີ​ໂດຍສະ​ພາ​ຕ່ຳ ແລະ​ໂດຍສະ​ພາ​ສູງ ກ່ອນ​ຈະ
ສົ່ງ​ໄປ​ຫາ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນລ ທ​ຣຳ ເພື່ອ​ໃຫ້​ທ່ານ​ໄດ້ເຊັນເພື່ອ​ໃຫ້​ກາຍ​ເປັນ​ກົດ​ໝາຍ
ຫຼື​ຢັບ​ຢັ້ງມັນ​ໄດ້.

ການ​ປະ​ກາດ​ຂອງບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໃນ​ວັນ​ພະ​ຫັດ​ວານ​ນີ້ ໄດ້​ເກີດ​ຂຶ້ນ​ໃນ​
ຂະ​ນະ​ທີ່​ພວກ​ປະ​ທ້ວງໄດ້ເຮັດ​ໃຫ້​ພາກ​ສ່ວນ​ຕ່າງໆ​ ຂອງເມືອງ​ທີ່ປົກ​ຄອງໂດຍ​ຈີນ ບໍ່
​ສາ​ມາດ​ເຄື່ອນ​ໄຫວ​ຫຍັງ​ໄດ້​ຫລາຍ​ມາເປັນ​ສີ່​ມື້​ຕິດ​ຕໍ່​ກັນແລ້ວຫຼັງ​ຈາກມີກ​ານ​ປະທ້ວງ
ເປັນ​ເວ​ລາ​ຫຼາຍ​ເດືອນຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

U.S. Senators Jim Risch and Marco Rubio said Thursday they have begun an effort to get quick passage of a bill that would require the U.S. to verify whether Hong Kong should continue to receive special treatment by the U.S.

The legislation would require the U.S. Secretary of State to certify at least annually that Hong Kong has enough autonomy to continue to warrant special U.S. trading consideration.

Passage of the measure, which would also allow sanctions against officials responsible for human rights violations in Hong Kong, would benefit pro-democracy protesters in the city.

Risch and Rubio are hoping to get fast Senate approval of the Hong Kong Human Rights and Democracy Act by voice vote.

Lawmakers would first work out differences between House and Senate versions of the bill before it is sent to President Donald Trump for him to either sign into law or veto.

The lawmakers' Thursday announcement came as protesters paralyzed parts of the Chinese-ruled city for the fourth straight day after months of demonstrations.

XS
SM
MD
LG