ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບຸກລຸກ ຢູເຄຣນ ໂດຍ ຣັດເຊຍ ອາດເກີດຂຶ້ນເວລາໃດກໍໄດ້


ຮູບຈາກດາວທຽມທີ່ຖືກຖ່າຍໂດຍບໍລິສັດ Maxar Technologies ສະແດງໃຫ້ເຫັນລົດຂົນສົ່ງເຈົ້າໜ້າທີ່ກັນກະສຸນ ແລະ ລົດບັນທຸກຕ່າງໆຈອດຢູ່ຄັງເກັບອາວຸດ ຄລີໂມໂວ ໃນເມືອງ ບຣີອານສ໌ ໂອບລາສ (Bryansk Oblast), 13​ ກິໂລແມັດທາງພາກເໜືອຂອງເຂດຊາຍແດນລະຫວ່າງ ຣັດເຊຍ ກັບ ຢູເຄຣນ, 19 ມັງກອນ, 2022.
ຮູບຈາກດາວທຽມທີ່ຖືກຖ່າຍໂດຍບໍລິສັດ Maxar Technologies ສະແດງໃຫ້ເຫັນລົດຂົນສົ່ງເຈົ້າໜ້າທີ່ກັນກະສຸນ ແລະ ລົດບັນທຸກຕ່າງໆຈອດຢູ່ຄັງເກັບອາວຸດ ຄລີໂມໂວ ໃນເມືອງ ບຣີອານສ໌ ໂອບລາສ (Bryansk Oblast), 13​ ກິໂລແມັດທາງພາກເໜືອຂອງເຂດຊາຍແດນລະຫວ່າງ ຣັດເຊຍ ກັບ ຢູເຄຣນ, 19 ມັງກອນ, 2022.

ສະຫະລັດ ຕອນນີ້ເຊື່ອວ່າການບຸກລຸກ ຢູເຄຣນ ໂດຍ ຣັດເຊຍ “ອາດເກີດຂຶ້ນເວລາໃດກໍໄດ້,” ທີ່ປຶກສາດ້ານຄວາມປອດໄພທຳນຽບຂາວ ທ່ານ ເຈກ ຊູລລີວານ ໄດ້ກ່າວໃນວັນອາທິດວານນີ້, ໃນສິ່ງທີ່ຈະເປັນການປະຕິບັດການທາງທະ ຫານທີ່ໃຫຍ່ທີ່ສຸດໃນຢູໂຣບ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ.

ທ່ານ ຊູລລີວານ ໄດ້ກ່າວຕໍ່ລາຍການ “Meet the Press” ຂອງໂທລະພາບ NBC ວ່າ “ພວກເຮົາເຊື່ອວ່າ ຣັດເຊຍ ໄດ້ກຽມພ້ອມຄວາມສາມາດທີ່ຈະທຳການປະຕິບັດການທາງທະຫານຂະໜາດໃຫຍ່ໃນ ຢູເຄຣນ, ແລະ ພວກເຮົາໄດ້ເຮັດວຽກຢ່າງໜັກເພື່ອກະກຽມທີ່ຈະຕອບໂຕ້.”

ໃນການສຳພາດຕ່າງຫາກກັບລາຍງານ Fox News Sunday ທ່ານ ຊຸລລີວານ ໄດ້ກ່າວວ່າ, “ມື້ໃດກໍ່ໄດ້ ຣັດເຊຍ ອາດປະຕິບັດການຕໍ່ ຢູເຄຣນ, ຫຼື ມັນອາດເປັນສອງສາມອາທິດ,” ​ໂດຍບັນດາເຈົ້າໜ້າສືບລັບ ສະຫະລັດ ປະເມີນວ່າ ມົສກູ ມີ 70 ເປີເຊັນຂອງກຳລັງໂຈມຕີຂອງເຂົາເຈົ້າກຽມພ້ອມສຳລັບການໂຈມຕີ.

ທ່ານໄດ້ກ່າວວ່າ ການບຸກລຸກຂອງ ຣັດເຊຍ ຈະກໍ່ໃຫ້ເກີດ “ຄວາມເສຍຫາຍດ້ານມະນຸດຢ່າງມະ ຫາສານຕໍ່ ຢູເຄຣນ ແຕ່ຈະເສຍຫາຍທາງດ້ານແຜນຍຸດທະສາດຕໍ່ ຣັດເຊຍ,” ດ້ວຍ ສະຫະລັດ ໄດ້ກຽມ ພ້ອມທີ່ຈະວາງມາດຕະການລົງ ໂທດທາງເສດຖະກິດຢ່າງວ່ອງໄວ ແລະ ຮ້າຍແຮງຕໍ່ ຣັດເຊຍ ເພື່ອສ້າງອຸປະ ສັກຕໍ່ເສດຖະກິດຂອງເຂົາເຈົ້າ.

ທ່ານ ຊຸລລີວານ ໄດ້ກ່າວວ່າ “ບໍ່ວ່າ ຣັດເຊຍ ຈະດຳເນີນການແນວໃດໃນຄັ້ງຕໍ່ໄປ, ອາເມຣິກາ ແມ່ນພ້ອມຢູ່ສະເໝີ.”

ແນວໃດກໍຕາມ, ທ່ານ ຊຸລລີວານ ໄດ້ກ່າວວ່າ ສະຫະລັດ ແມ່ນມີຄວາມຍິນດີທີ່ຈະເຈລະຈາກັບປະ ທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ກ່ຽວກັບ ການອ້າງເຖິງບັນຫາຄວາມປອດໄພຂອງທ່ານໃນການດຳເນີນການຂອງ ສະຫະລັດ ແລະ ພັນທະມິດອົງການ NATO ຂອງເຂົາເຈົ້າ 29 ປະເທດ.

ທ່ານ ຊຸລລີວານ ໄດ້ກ່າວວ່າ “ນັ້ນລວມມີການຕິດຕັ້ງລະບົບລູກສອນໄຟທີ່ສາ ມາດຍິງໄດ້ໄລຍະໃດນຶ່ງ. ມັນລວມມີຄວາມໂປ່ງໃສ ກ່ຽວກັບ ການຝຶກຊ້ອມທາງທະຫານ. ມັນລວມມີຄວາມສາມາດທີ່ຫຼາຍຂຶ້ນກວ່າເກົ່າ ທີ່ຈະສ້າງຄວາມໝັ້ນໃຈ ແລະ ເພື່ອຫຼີກລ່ຽງສິ່ງທີ່ອາດນຳໄປສູ່ຄວາມຮຸນແຮງ ຫຼື ການຄຳນວນຜິດ.“

ທ່ານ ຊຸລລີວານ ໄດ້ກ່າວໂດຍການປະຕິເສດຄຳຮຽກຮ້ອງຂອງທ່ານ ປູຕິນ ທີ່ຈະໃຫ້ອົງການ NATO ປະຕິເສດຄວາມເປັນໄປໄດ້ໃນການຮັບເອົາ ຢູເຄຣນ ເປັນສະມາຊິກວ່າ “ແຕ່ສິ່ງທີ່ພວກເຮົາບໍ່ໄດ້ກະກຽມທີ່ຈະເຈລະຈາກໍແມ່ນກົດເກນພື້ນຖານ ກ່ຽວກັບ ຄວາມປອດໄພທີ່ລວມມີການເປີດປະຕູ​ຂອງອົງການ NATO ສຳລັບປະເທດຕ່າງໆຜູ້ທີ່ສາມາດບັນລຸຂໍ້ຮຽກຮ້ອງຕ່າງໆ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG