ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ພອມ​ພຽວ ກ່າວ​ວ່າ ທ່ານ​ທ​ຣຳ ຕ້ອງ​ການ ສາຍ​ພົວ​ພັນ​ ທີ່​ດີກວ່າ ກັບຣັດ​ເຊຍ ແຕ່ວ່າ ຄວາມ​ບໍ່​ເຫັນ​ພ້ອມ​ ຍັງ​ຄົງ​ມີ​ຢູ່ ຕໍ່​ມາ


Pompeo Says Trump Wants Better Ties With Russia, But Disagreements Remain
please wait

No media source currently available

0:00 0:01:54 0:00

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ວ່າ
ສະ​ຫະ​ລັດ ໝາຍ​ໝັ້ນ​ຕັ້ງ​ໃຈ ທີ່​ຈະ​ປັບ​ປຸງ​ສາຍ​ພົວ​ພັນກັບ​ຣັດ​ເຊຍ ເວລາເພິ່ນພົບປະ
ກັບ ຄູ່ຕຳແໜ່ງຂອງເພິ່ນ ທ່ານ Sergey Lavrov ແລະ ປະ​ທາ​ນາ​ທິ​ບໍ​ດີ​ ວ​ລາ​ດິ​ເມຍ
ປູ​ຕິ​ນ ໃນນະ​ຄອນ​ໂຊ​ຈີ ໃນ​ວັນ​ອັງ​ຄານ​ວານ​ນີ້. ແຕ່​ວ່າ ພວກທ່ານ​ນັກ​ການ​ທູດທັງ​ສອງ ຕ່າງກໍໄດ້ຮັບ​ຮູ້​ ເຖິງຄວາມບໍ່ເຫັນພ້ອມນຳກັນ ທີ່ມີສືບ​ຕໍ່ມາ ໃນ​ບັນ​ຫາການ​ເຂົ້າ​ໄປ​
ກ້າວ​ກ່າຍໃນ​ການ​ເລືອກ​ຕັ້ງ​ຕ່າງ​ປະ​ເທດ ເລື້ອງເວ​ເນ​ຊູ​ເອ​ລາ ແລະ​ອີ​ຣ່ານ. ​ນັກ​ຂ່າວ
​ດ້ານ​ການ​ທູດ​ຂອງວີ​ໂອ​ເອ ຊິນ​ດີ ເຊນ ມີ​ລາຍ​ງານ​ເພີ້ມ​ຕື່ມ ​ຈາກກະ​ຊວງ​ການ​ຕ່າງ​
ປະ​ເທດ ຊຶ່ງວັນ​ນະ​ສອນ ຈະ​ນຳລາຍ​ລະ​ອຽດ​ ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບຕໍ່​ໄປ.

ພາບ​ວີ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີປູ​ຕິ​ນ ໄດ້ປາກົດໂຕອອກມາຈາກປະຕູ
ທາງຂ້າງ ຈັບມືກັບທ່ານ ພອມພຽວ ແລະຈະເຫັນທ່ານ ທຣຳກັບທ່ານປູຕິນນຳ ໃນວີດີໂອ ທີ່ແຮນຊິນກີ ແລ້ວກັບມາຫາທ່ານປູຕິນ ໃນມື້ນີ້.

ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ​ວ​ລາ​ດິ​ເມຍ ປູ​ຕິ​ນ ​ຍັງ​ຕິດພັນຢູ່​ໃນ​ຄວາມ​ຄິດ​ທາງ​ບວກ ໃນ​ວັນ
ອັງ​ຄານ​ວານ​ນີ້ ໂດຍ​ກ່າວ​ວ່າ ທ່ານ​ມີ​ຄວາມ​ຮູ້​ສຶກວ່າ ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ຢາກ​ສ້າງ​
ສາຍພົວ​ພັນດ້ວຍ​ໃຈ​ຈິງ​ລະຫວ່າງ ​ສະ​ຫະ​ລັດ ກັບ​ຣັດ​ເຊຍລຸນຫຼັງອັນ​ທີ່​ເອີ້ນ​ວ່າ
​ການ​ກ່າວ​ຫາທີ່ “​ປອມແປງ” ເລື້ອງ​ການ​ສົມ​ຮູ້​ຮ່ວມ​ຄິດ ລະ​ຫ​ວ່າງໜ່ວຍ​ໂຄ​ສະ​ນາ​ຫາ​
ສຽງ​ຂອງ​ທ່ານທ​ຣຳ ກັບ​ຣັດ​ເຊຍ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ​ວ​ລາ​ດິ​ເມຍ ປູ​ຕິ​ນ ກ່າວ​ເປັນ​ພາ​ສາ​ຣັດ​ເຊຍ​ວ່າ:“ຂໍ​ຕາງ​ໜ້າ
​ຝ່າຍພວກ​ເຮົາ, ພວກ​ເຮົາໄດ້​ກ່າວ​ມາ​ໃນ​ຫຼາຍ​ຄັ້ງ​ແລ້ວ​ວ່າ ພວກ​ເຮົາ​ຢາກຈະ​ສ້າງ​
ສາຍ​ພົວພັນ​ຢ່າງ​ເຕັມ​ປ່ຽມ​ກັບ​ຄືນ​ໃໝ່ ແລະ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໃນ​ຂະ​ນະ​ນີ້ ສະ​ຖາ​ນະ
​ການແມ່ນ​ກຳ​ລັງອຳນວຍໃຫ້ແລ້ວ.”

ແຕ່​ວ່າ ຄວາມ​ແຕກ​ຕ່າງ​ໄດ້​ເກີດ​ຂຶ້ນ ໃນ​ຂະ​ນະ​ທີ່ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ມີຄວາມ
ເຄັ່ງຕຶງ ກ່ອນໜ້ານັ້ນໃນວັນ​ອັງ​ຄານ​ວານ​ນີ້ ໂດຍລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌
ພອມ​ພຽວ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຣັດ​ເຊຍ ທ່ານ Lavrov.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ
“ກ່ຽວ​ກັບເວ​ເນ​ຊູ​ເອ​ລາ, ພວກ​ເຮົາ​ມີ​ຄວາມເຫັນບໍ່ຕົງ​ກັນ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​
ຣັດ​ເຊຍ ເພື່ອນຮ່ວມງານຂອງພວກເຮົາ ເຂົ້າ​ໄປ​ຊ່ອຍປະ​ຊາ​ຊົນ​ຊາວເວ​ເນ​ຊູ​ເອ​ລາ
ໃນຂະ​ນະ​ທີ່ພວກ​ເຂົາ​ເຈົ້າສົ່ງ​ຄືນ​ປະ​ຊາ​ທິ​ປະ​ໄຕ ໃຫ້ແກ່ປະ​ເທດຂອງ​ພວກ​ເຂົາ​ເຈົ້າ
ຢູ່ນີ້. ສະ​ຫ​ະ​ລັດ ແລະ​ອີກ 50 ປະ​ເທດ ຕ່າງ​ພາ​ກັນ​ເຫັນ​ພ້ອມ​ນຳ​ກັນ​ວ່າ ມັນ​ເຖິງ​ເວ​ລາ​
ແລ້ວ ທີ່​ທ່ານນິ​ໂຄ​ລັ​ສ ມາ​ດູ​ໂຣ ຈະລົງ​ຈາກ​ຕຳ​ແໜ່ງ​.”

ການ​ເປັນ​ປໍ​ລະ​ປັກ​ເພີ້ມ​ຂຶ້ນ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ອີ​ຣ່ານ ທ່ານ Lavrov ກ່າວ​ວ່າ ​
ແມ່ນ​ຄວາມ​ເປັນ​ຫ່ວງ​ສຳ​ລັບ​ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຣັດ​ເຊຍ ທ່ານ Sergey Lavrov ກ່າວ​ວ່າ“ໃນ​ການ​
ທ້າ​ທາຍ ເລື້ອງ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ, ຂ້າ​ພະ​ເຈົ້າ ຫວັງ​ວ່າເຫດ​ຜົນ​
ດັ່ງ​ກ່າວ​ນີ້ ຈະສະແດງອອກມາໃຫ້ເຫັນ, ຂ່າວ​ນອງ​ນັນຂອງສະ​ຫະ​ລັດ​ທີ່​ວ່າ ມີການ​
ສົ່ງກອງ​ກຳ​ລັງ​ທະ​ຫານໄປ ຈຳ​ນວນ 120,000 ນັ້ນ ​ແມ່ນ​ເປັນ​ແຕ່ພຽງ​ຂ່າວນອງນັນ
ຊື່ໆ. ຄູ່​ຕຳ​ແໜ່ງຂອງຂ້າພະເຈົ້າ ​ໄມ​ຄ໌ ເອີ້ນ​ຂ່າວນີ້ວ່າ ເປັນ​ ຂ່າວນອງ​ນັນທີ່​ບໍ່​ມີ
​ພື້ນ​ຖານ.”​

ທ່ານ​ພອມ​ພຽວ ​ກ່າວ​ວ່າ ສະ​ຫະ​ລັດ ບໍ່​ຢາກ​ເຮັດສົງຄາມ​ກັບອີ​ຣ່ານ, ແຕ່​ວ່າ ຈະ​ປ້ອງ​ກັນ
​ຕົວ​ເອງ ຖ້າ​ຫາກວ່າ​ຖືກ​ໂຈມ​ຕີ.

ເພິ່ນບອກທ່ານ Lavrov ຕໍ່ໄປວ່າ ການ​ແຊກ​ແຊງ​ຂອງ​ຣັດ​ເຊຍເຂົ້າ​ໃນ​ການເລືອກ​ຕັ້ງ​
ຂອງ​ສະ​ຫະ​ລັດ ແມ່ນຮັບ​ເອົາ​ບໍ່​ໄດ້.

ທ່ານ​ພອມ​ພຽວ ກ່າວ​ວ່າ “ຖ້າ​ຫາກວ່າ​ຣັດ​ເຊຍ ເຂົ້າ​ໄປ​ພົວ​ພັນ ໃນ​ປີ 2020 ມັນຍິ່ງ​
ຈະ​ເຮັດ​ໃຫ້​ສາຍ​ພົວ​ພັນຂອງພວກເຮົາ ​ຮ້າຍແຮງຂຶ້ນກວ່າເທົ່າ​ທີ່​ເຄີຍ​ເປັນ ມາ
ແລະ​ຂ້າ​ພະ​ເຈົ້າ ຂໍຊຸກຍູ້​ບໍ່ໃຫ້​ເຮັດ​ຈັ່ງ​ຊັ້ນ. ພວກເຮົາຈະອະນຸໂລມບໍ່ໄດ້.”

ທ່ານ​ພອມ​ພຽວ ແລະ​ທ່ານ Lavrov ໄດ້​ຕົກ​ລົງ​ທີ່​ຈະ​ໂອ້​ລົມກັນຕໍ່​ ເລື້ອງ​ທັງ​ຫຼາຍ​ນີ້
ແລະບັນ​ຫາອື່ນໆ ເຊັ່ນ​ໃນ​ຊິ​ເຣຍ, ເກົາ​ຫຼີ​ເໜືອ ແລະ​ເລື້ອງຄວບຄຸມ​ອາ​ວຸດ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG