ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ແລະ ຣັດເຊຍ ຈະຈັດການເຈລະຈາ ກ່ຽວກັບ ຄວາມປອດໄພໃນເດືອນມັງກອນ


ກຳລັງທະຫານ ຣັດເຊຍ ເຂົ້າຮ່ວມໃນການຊ້ອມລົບຢູ່ສະໜາມຍິງປືນ ຄາດາມອຟສກີ (Kadamovskiy) ໃນພາກພື້ນ ຣອສຕອຟ ທາງພາກໃຕ້ຂອງ ຣັດເຊຍ, ໃກ້ຊາຍແດນຕິດກັບ ຢູເຄຣນ. 14 ທັນວາ, 2021.
ກຳລັງທະຫານ ຣັດເຊຍ ເຂົ້າຮ່ວມໃນການຊ້ອມລົບຢູ່ສະໜາມຍິງປືນ ຄາດາມອຟສກີ (Kadamovskiy) ໃນພາກພື້ນ ຣອສຕອຟ ທາງພາກໃຕ້ຂອງ ຣັດເຊຍ, ໃກ້ຊາຍແດນຕິດກັບ ຢູເຄຣນ. 14 ທັນວາ, 2021.

ສະຫະລັດ ແລະ ຣັດເຊຍ ຈະຈັດການເຈລະຈາໃນເດືອນມັງກອນນີ້ ກ່ຽວກັບ ການຄວາມຄູມອາວຸດນິວເຄລຍ ແລະ ຄວາມເຄັ່ງຕຶງຢູ່ຕາມເຂດຊາຍແດນລະຫວ່າງ ຣັດເຊຍ ແລະ ຢູເຄຣນ.

ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວໄດ້ກ່າວຕໍ່ບັນດານັກຂ່າວວ່າທັງສອງຝ່າຍຈະຈັດການປະຊຸມໃນວັນທີ 10 ມັງກອນ, ຕາມດ້ວຍການເຈລະຈາລະຫວ່າງ ຣັດເຊຍ-NATO ໃນວັນທີ 12​ ມັງກອນ. ນອກຈາກນັ້ນ, ຣັດເຊຍ ແລະ ສະຫະລັດ ແລະ ສະມາຊິກອື່ນໆຂອງອົງການເພື່ອຄວາມປອດໄພ ແລະ ການຮ່ວມມືໃນ ຢູໂຣບ, ເຊິ່ງລວມມີ ຢູເຄຣນ ນັ້ນ, ຈະເຂົ້າຮ່ວມການປະຊຸມໃນວັນທີ 13 ມັງກອນ.

ໂຄສົກຄົນດັ່ງກ່າວໄດ້ເວົ້າວ່າ “ເວລາທີ່ພວກເຮົານັ່ງລົງເພື່ອເຈລະຈາ, ຣັດເຊຍ ສາມາດນຳເອົາບັນຫາຕ່າງໆຂອງເຂົາເຈົ້າຂຶ້ນມາ, ແລະ ພວກເຮົາກໍຈະເອົາບັນຫາຂອງພວກເຮົາກັບກິດຈະກຳຕ່າງໆຂອງ ຣັດເຊຍ ຂຶ້ນມາເຊັ່ນກັນ, ມັນຈະມີຂອບເຂດທີ່ພວກເຮົາສາມາດທຳຄວາມກ້າວໜ້າ ແລະ ຂອບເຂດທີ່ພວກເຮົາຈະບໍ່ເຫັນພ້ອມກັນ. ນັ້ນແມ່ນກ່ຽວກັບ ການທູດ.”

ລັດຖະບານປະເທດຕາເວັນຕົກໄດ້ຕື່ນຕົກໃຈກັບການລວມກຳລັງທະຫານ ຣັດເຊຍ ຢູ່ຕາມເຂດຊາຍແດນຕິດກັບ ຢູເຄຣນ, ໂດຍສະແດງຄວາມເປັນຫ່ວງ ກ່ຽວກັບ ແຜນການທີ່ອາດເປັນໄປໄດ້ສຳລັບການບຸກລຸກຂອງ ຣັດເຊຍ. ຜູ້ນຳ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ປະຕິເສດແຜນການດັ່ງກ່າວ ແລະ ໄດ້ຮຽກຮ້ອງການຄໍ້າປະກັນຕໍ່ການຂະຫຍາຍຂອບເຂດຂອງອົງການ NATO ໄປໃກ້ເຂດແດນຂອງເຂົາເຈົ້າ.

ທ່ານ ດີມີໂຕຣ ຄູເລບາ (Dmytro Kuleba), ລັດຖະມົນຕີການຕ່າງປະເທດຂອງ ຢູເຄຣນ, ໄດ້ຂຽນຂໍ້ຄວາມ ກ່ຽວກັບ ການສະໜັບສະໜູນຂອງ ຢູເຄຣນ ລົງໃນທວິດເຕີ ສຳລັບການເຈລະຈາ ແລະ ຄວາມປາຖະໜາທີ່ຈະເຂົ້າຮ່ວມ.

ທ່ານໄດ້ຂຽນວ່າ “ພວກເຮົາສະໜັບສະໜູນຄວາມຄິດຂອງ ສະຫະລັດ, ສະຫະພາບ ຢູໂຣບ ແລະ NATO ທີ່ຈະເຈລະຈາກັບ ຣັດເຊຍ ຕາບໃດທີ່ຫົວຂໍ້ຕົ້ນຕໍແມ່ນການສິ້ນສຸດຄວາມຂັດແຍ້ງຕິດອາວຸດສາກົນ, ສົງຄາມຂອງ ຣັດເຊຍ ຕໍ່ ຢູເຄຣນ. ຄວາມປອດໄພລະຫວ່າງ ຢູໂຣບ-ແອັດແລນຕິກ ແມ່ນມີຄວາມສ່ຽງໃນ ຢູເຄຣນ, ສະນັ້ນ ຢູເຄຣນ ຄວນເປັນສ່ວນນຶ່ງຂອງການປຶກສາຫາລືດ້ານຄວາມປອດໄພ ກ່ຽວກັບ ບັນຫາດັ່ງກ່າວ.”

ໂຄສົກສະພາບຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ໄດ້ກ່າວວ່າ ກ່ຽວກັບ ຜົນປະໂຫຍດຂອງ ຢູເຄຣນ ເອງນັ້ນ, ການເຈລະຈາລະຫວ່າງ ສະຫະລັດ ແລະ ຣັດເຊຍ ຈະບໍ່ບັນລຸການຕັດສິນໃຈໃດໆ ກ່ຽວກັບ ຢູເຄຣນ.

The United States and Russia will hold talks in January about nuclear arms control and tensions along the Russia-Ukraine border.

A spokesperson for the White House National Security Council told reporters the two sides would meet January 10, followed by Russia-NATO talks on January 12. In addition, Russia, the United States and other members of the Organization for Security and Co-operation in Europe, which includes Ukraine, will participate in a meeting January 13.

"When we sit down to talk, Russia can put its concerns on the table, and we will put our concerns on the table with Russia's activities as well," the spokesperson said. "There will be areas where we can make progress and areas where we will disagree. That's what diplomacy is about."

Western governments have been alarmed by the buildup of Russian troops along the border with Ukraine, expressing concern about potential plans for a Russian invasion. Russian leader Vladimir Putin has denied any such plans and has demanded guarantees against NATO expansion close to its territory.

Dmytro Kuleba, Ukraine's foreign affairs minister, has tweeted Ukraine's support for the talks and desire to participate.

"We support the idea of the US, the EU, NATO talking to Russia as long as the primary topic is ending the international armed conflict, Russia's war on Ukraine. Euro-Atlantic security is at stake in Ukraine, therefore Ukraine should be part of security consultations on the matter."

[[https://twitter.com/dmytrokuleba/status/1474351219258892303?s=21]]

The U.S. National Security Council spokesperson said that in respect to Ukraine's own interests, the U.S.-Russia talks will not reach any decisions about Ukraine.

XS
SM
MD
LG