ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວິພາກວິຈານ ຣັດເຊຍ ສຳລັບການໂຈມຕີ ດ້ວຍອາວຸດເຄມີໃນ ຊີເຣຍ


ຮູບພາບນີ້ຖືກເປີດເຜີຍໂດຍກຸ່ມປົກປ້ອງພົນລະເຮືອນ ຊີເຣຍ ໝວກກັນກະທົບສີຂາວ ຫຼື Syrian Civil Defense White Helmets, ເຊິ່ງໄດ້ຖືກຮັບຮອງອີງຕາມຫົວຂໍ້ການສະເໜີ
ຂອງເຂົາເຈົ້າ ແລະ ການລາຍງານອື່ນໆຂອງອົງການຂ່າວ
AP, ສະແດງໃຫ້ເຫັນຄວັນໄຟປິວຂຶ້ນທ້ອງຟ້າ ຫຼັງຈາກການໂຈມຕີທາງອາກາດຂອງລັດຖະບານ ຊີເຣຍ ໄດ້ຕົກຖືກເມືອງ ດູມາ, ໃນພາກພື້ນ ກູຕາ ຕາເວັນອອກຂອງນະຄອນຫຼວງ ດາມາສກັນ, ປະເທດ ຊີເຣຍ. 7 ເມສາ, 2018.
ຮູບພາບນີ້ຖືກເປີດເຜີຍໂດຍກຸ່ມປົກປ້ອງພົນລະເຮືອນ ຊີເຣຍ ໝວກກັນກະທົບສີຂາວ ຫຼື Syrian Civil Defense White Helmets, ເຊິ່ງໄດ້ຖືກຮັບຮອງອີງຕາມຫົວຂໍ້ການສະເໜີ ຂອງເຂົາເຈົ້າ ແລະ ການລາຍງານອື່ນໆຂອງອົງການຂ່າວ AP, ສະແດງໃຫ້ເຫັນຄວັນໄຟປິວຂຶ້ນທ້ອງຟ້າ ຫຼັງຈາກການໂຈມຕີທາງອາກາດຂອງລັດຖະບານ ຊີເຣຍ ໄດ້ຕົກຖືກເມືອງ ດູມາ, ໃນພາກພື້ນ ກູຕາ ຕາເວັນອອກຂອງນະຄອນຫຼວງ ດາມາສກັນ, ປະເທດ ຊີເຣຍ. 7 ເມສາ, 2018.

ສະຫະລັດ ໄດ້ຮຽກຮ້ອງໃຫ້ ຣັດເຊຍ ຢຸດເຊົາການສະໜັບສະໜູນຢ່າງເຕັມສ່ວນຂອງ
ເຂົາເຈົ້າແກ່ລັດຖະບານ ຊີເຣຍ ໃນທັນທີ ແລະ “ເຮັດວຽກກັບປະຊາຄົມນານາຊາດ
ເພື່ອປ້ອງກັນການໂຈມຕີດ້ວຍອາວຸດເຄມີ ທີ່ໂຫດຮ້າຍປ່າເຖື່ອນໃນອະນາຄົດ.”

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ ເຮເທີ ນາວເອີດ "Heather
Nauert" ໄດ້ກ່າວ ໃນຖະແຫຼງການສະບັບນຶ່ງວ່າ ສະຫະລັດ ແມ່ນກຳລັງຕິດຕາມລາຍ
ງານທີ່ໜ້າເປັນຫ່ວງໃນວັນທີ 7 ເມສາ ທີ່ຜ່ານມາຢ່າງໃກ້ຊິດ ກ່ຽວກັບ ການໂຈມຕີທີ່
ຖືກກ່າວຫາວ່າ ເປັນອາວຸດເຄມີ ອີກຄັ້ງນຶ່ງ, ເຊິ່ງເທື່ອນີ້ໄດ້ແນເປົ້າໃສ່ໂຮງໝໍໃນເມືອງ
ດູມາ, ປະເທດ ຊີເຣຍ.

ຖະແຫຼງການນັ້ນ ໄດ້ກ່າວວ່າ “ຣັດເຊຍ, ພ້ອມກັບການສະໜັບສະໜູນອັນໜັກແໜ້ນ
ຂອງເຂົາເຈົ້າສຳລັບລະບອບການປົກຄອງນັ້ນ, ເປັນຜູ້ຮັບຜິດຊອບຢ່າງສິ້ນເຊີງ ຕໍ່
ການໂຈມຕີທີ່ໂຫດຮ້າຍພວກນີ້, ເຊິ່ງແນເປົ້າໝາຍ ໃສ່ພົນລະເຮືອນຈຳນວນນັບບໍ່
ຖ້ວນ ແລະ ການສັງຫານຄົນໃນຊຸມຊົນທີ່ມີຄວາມສ່ຽງທີ່ສຸດຂອງ ຊີເຣຍ ດ້ວຍອາວຸດ
ເຄມີ.”

ພວກຕໍ່ຕ້ານລັດຖະບານໄດ້ອ້າງວ່າ ກອງກຳລັງລັດຖະບານໄດ້ຖິ້ມຖັງລະເບີດທີ່ບັນ
ຈຸສານເຄມີພິດໃສ່ພົນລະເຮືອນໃນວັນເສົາວານນີ້, ສັງຫານປະຊາຊົນຫຼາຍສິບຄົນ,
ໃນຂະນະທີ່ ຊີເຣຍ ໄດ້ສືບຕໍ່ການໂຈມຕີຂອງເຂົາເຈົ້າໃສ່ເມືອງແຫ່ງສຸດທ້າຍ ທີ່ພວກ
ຕໍ່ຕ້ານລັດຖະບານຄວບຄຸມຢູ່ ໃນພາກພື້ນ ກູຕາ ຕາເວັນອອກ.

ສື່ມວນຊົນລັດຖະບານ ຊີິເຣຍ ໄດ້ປະຕິເສດການກ່າວອ້າງຂອງພວກຕໍ່ຕ້ານລັດຖະ
ບານ, ໃນຂະນະທີ່ກອງກຳລັງທະຫານໄດ້ເປີດການໂຈມຕີໃສ່ເມືອງ ດູມາ, ໃກ້ກັບ
ນະຄອນຫຼວງ ດາມາສກັສ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ແລະ ກຸ່ມຊ່ວຍເຫຼືອດ້ານການແພດຊື່ວ່າ ສັງຄົມ
ການແພດ ອາເມຣິກັນ ຊີເຣຍ ຫຼື SAMS ໄດ້ກ່າວວ່າ ຢ່າງໜ້ອຍປະຊາຊົນ 30 ຄົນ
ໃນເມືອງ ດູມາ ໄດ້ຖືກຂ້າຕາຍໃນການໂຈມຕີທາງອາກາດເມື່ອວັນເສົາວານນີ້, ພ້ອມ
ກັບອີກຫຼາຍສິບຄົນໄດ້ຮັບບາດເຈັບ.

ກຸ່ມ SAMS ໄດ້ກ່າວວ່າ ລະເບີດສານ ຄລໍຣີນ ໄດ້ຕົກໃສ່ໂຮງໝໍ ເມືອງ ດູມາ, ແຕ່
ແນວໃດກໍຕາມ ຜູ້ອຳນວຍການອົງການສິ້ງຊອມທ່ານ ຣາມີ ອັບດູລຣາມັນ "Rami
Abdulrahman ໄດ້ກ່າວວ່າ ທ່ານບໍ່ສາມາດຢືນຢັນການໃຊ້ອາວຸດເຄມີນີ້ໄດ້.

ການຕໍ່ສູ້ໄດ້ມີຂຶ້ນຫຼັງຈາກກຸ່ມຕໍ່ຕ້ານລັດຖະບານກຸ່ມອື່ນໆໃນພາກພື້ນ ກູຕາ ໄດ້ຍອມ
ຮັບເອົາການໃຫ້ທາງຜ່ານທີ່ປອດໄພ ເຂົ້າໄປໃນຂົງເຂດທີ່ພວກຕໍ່ຕ້ານລັດຖະບານ
ຄວບຄຸມຢູ່ ໃນພາກທາງເວັນອອກສຽງເໜືອຂອງເມືອງ ອາເລັບໂປ.

The United States has called on Russia to end its unmitigated support for the Syrian government immediately and "work with the international community to prevent further, barbaric chemical weapons attacks."

U.S. State Department spokeswoman Heather Nauert said in a statement that the United States is closely following the disturbing reports on April 7 of another alleged chemical weapons attack, this time targeting a hospital in Douma, Syria.

The statement said "Russia, with its unwavering support for the regime, ultimately bears responsibility for these brutal attacks, targeting of countless civilians, and the suffocation of Syria's most vulnerable communities with chemical weapons."

Rebels claimed Syrian government forces dropped barrel bombs containing poisonous chemicals on civilians Saturday, killing dozens, as Syria continued its offensive against the last rebel-held town in eastern Ghouta

Syrian state media denied the rebels' claim, as troops launched an assault on Douma, near the capital Damascus.

The Syrian Observatory for Human Rights and the medical relief group Syrian American Medical Society (SAMS) said at least 30 people in Douma had been killed in airstrikes on Saturday, with dozens more injured.

SAMS said a chlorine bomb hit Douma hospital, however Observatory director Rami Abdulrahman said he could not confirm the use of chemical weapons.

The fighting comes after other rebel groups in Ghouta accepted a safe passage to rebel-held areas northeast of Aleppo.

XS
SM
MD
LG