ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ຣັດເຊຍ ຈະປະເຊີນກັບ ເສັ້ນຕາຍ ສຳລັບ ການຫຼຸດຜ່ອນ ອາວຸດນິວເຄລຍ


Despite Tensions, US and Russia Complying with Arms Reduction Treaty
please wait

No media source currently available

0:00 0:02:52 0:00

ເຖິງແມ່ນວ່າ ມີຄວາມເຄັ່ງຕຶງ ລະຫວ່າງ ກັນກໍຕາມ ແຕ່ສະຫະລັດ ກັບ ຣັດເຊຍ ກໍແມ່ນຈະຕ້ອງປະຕິບັດຕາມ ສົນທິສັນຍາ ວ່າດ້ວຍ ການຫລຸດຜ່ອນອາວຸດຍຸດທະສາດ ຫຼື New START ລົງ

ສະຫະລັດ ເຊື່ອວ່າ ຣັດເຊຍ ຈະປະຕິບັດຕາມຄຳໝັ້ນໝາຍຂອງຕົນ ພາຍໃຕ້ສົນທິ
ສັນຍາສອງຝ່າຍ ວ່າດ້ວຍການຫລຸດຜ່ອນອາວຸດດ້ານຍຸດທະສາດ ທີ່ເອີ້ນຫຍໍ້ວ່າ
New START ພາຍໃນວັນຈັນມື້ນີ້ ເຊິງເປັນວັນເສັ້ນຕາຍ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ແຮເຕີ ນາວເອີດ ກ່າວວ່າ “ສະຫະລັດໄດ້
ປະຕິບັດຕາມ ຂອບເຂດພາຍໃນຂໍ້ຈຳກັດຕ່າງໆ ຂອງສົນທິສັນຍາດັ່ງກ່າວນັ້ນແລ້ວ
ໃນເດືອນສິງຫາ ປີ 2017. ໃນເວລານີ້ ພວກເຮົາປະເມີນວ່າ ຣັດເຊຍ ກໍຈະມີຄວາມ
ຄືບໜ້າໄປຫາ ຂອບເຂດຈຳກັດເຫຼົ່ານັ້ນເຊັ່ນກັນ. ພວກເຮົາບໍ່ມີເຫດຜົນອັນໃດ ທີ່ຈະ
ເຊື່ອວ່າ ລັດຖະບານຂອງຣັດເຊຍ ຈະບໍ່ສາມາດປະຕິບັດຕາມຂໍ້ຈຳກັດເຫຼົ່ານັ້ນໄດ້
ເຊັ່ນກັນ.”

ກະຊວງການຕ່າງປະເທດ ໄດ້ກ່າວໃນຖະແຫລງການສະບັບທີ່ໄດ້ຖືກເປີດເຜີຍ ເມື່ອ
ຕອນແລງ ວັນອາທິດວານນີ້ ວ່າ ທັງສອງປະເທດ ຈະແລກປ່ຽນຂໍ້ມູນຊຶ່ງກັນແລະກັນ
ກ່ຽວກັບອາວຸດນິວເຄລຍຂອງຕົນ “ພາຍໃນເດືອນໜ້ານີ້ ດັ່ງທີ່ພວກເຮົາໄດ້ປະຕິບັດ
ມາແລ້ວ ສອງຄັ້ງ ຕໍ່ປີ ຕະຫລອດໄລຍະ 7 ປີຜ່ານມາ ອີງຕາມສົນທິສັນຍາດັ່ງກ່າວ.”

ສົນທິສັນຍາ ນິວ ສຕາຣຕ໌ ໄດ້ຖືກລົງນາມຢູ່ໃນນະຄອນຫຼວງ ປຣາກ ຂອງສາທາລະນະ
ລັດ ເຊັກສ໌ ເມື່ອວັນທີ 8 ເມສາ ປີ 2010 ແລະ ໄດ້ຖືກບັງຄັບໃຊ້ ໃນວັນທີ 5 ກຸມພາ ປີ
2011 ເປັນຕົ້ນມາ.

ສົນທິສັນຍານີ້ ຈຳກັດ ສະຫະລັດ ແລະ ຣັດເຊຍ ໃຫ້ມີຫົວລະເບີດນິວເຄລຍ ບໍ່ເກີນ
1,550 ຫົວ ແລະ ຍັງຈຳກັດ ການສົ່ງໄປປະຈຳການ ຫຼືການບໍ່ນຳໃຊ້ ພວກລູກສອນໄຟ
ຂີປະນາວຸດຂ້າມທະວີບ ເຮືອບິນຖິ້ມລະເບີດ ແລະ ເຮືອດຳນ້ຳທີ່ສາມາດຍິງລູກສອນໄຟ
ຂີປະນາວຸດ ທັງຫຼາຍເຫຼົ່ານີ້.

ບັນດານັກຊ່ຽວຊານ ກ່າວວ່າ ເຖິງແມ່ນວ່າ ຈະມີຄວາມແຕກແຍກກັນ ລະຫວ່າງ ມົສກູ
ກັບ ວໍຊິງຕັນ ກ່ຽວກັບເລື່ອງທີ່ວ່າ ຣັດເຊຍໄດ້ແຊກແຊງເຂົ້າ ໃນການເລືອກຕັ້ງ ແລະ ໃນ
ເລື່ອງຂອງ ຊີເຣຍ ໄຄຣເມຍ ຢູເຄຣນ ແລະ ບັນຫາອື່ນໆ ກໍຕາມ ແຕ່ຄວາມຈິງກໍແມ່ນວ່າ
ທັງສອງຝ່າຍ ແມ່ນຍັງຮ່ວມໄມ້ຮ່ວມມືກັນ ແລະ ຍິນຍອມກັບການຕິດຕາມກວດກາ ແລະ
ການກວດສອບຢັ້ງຢືນ ໃນດ້ານຂອງອາວຸດນິວເຄລຍ ນັ້ນ ແມ່ນສຳຄັນຍິ່ ງຕໍ່ຄວາມໝັ້ນ
ຄົງ ແລະ ສະຖຽນລະພາບຂອງໂລກຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG