ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະຣັດເຊຍ ຕອບໂຕ້ກັນ ຢູ່ທີ່ກອງປະຊຸມສຸດຍອດ ໃນໄອຊ໌ແລນ ກ່ຽວກັບການເສີມກຳລັງທະຫານຢູ່ໃນເຂດອາກຕິກ


 ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ) ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ ທ່ານເຊີເກ ລາວຣັອບ ຢູ່ທີ່ກອງປະຊຸມສຸດຍອດ ສະພາອາກຕິກ, ໃນນະຄອນຫຼວງເຣຍຈາວິຄຂອງໄອຊ໌ແລນ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ) ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ ທ່ານເຊີເກ ລາວຣັອບ ຢູ່ທີ່ກອງປະຊຸມສຸດຍອດ ສະພາອາກຕິກ, ໃນນະຄອນຫຼວງເຣຍຈາວິຄຂອງໄອຊ໌ແລນ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວເຕືອນ ເຖິງການເສີມກຳລັງທະຫານຂອງຣັສເຊຍ ຢູ່ໃນຂົງເຂດຂົ້ວໂລກເໜືອ ຫຼື ອາກຕິກ ຢູ່ທີ່ກອງປະຊຸມສຸດຍອດຂອງສະພາອາກຕິກ ໃນປະເທດໄອຊ໌ແລນ ເມື່ອຕອນແລງ ວັນພະຫັດວານນີ້.

“ພວກເຮົາໝັ້ນໝາຍທີ່ຈະກ້າວໄປສູ່ສັນຕິພາບຢູ່ໃນຂົງເຂດອາກຕິກ ບ່ອນທີ່ການຮ່ວມມືຈະມີຜົນດີຕໍ່ສະພາບອາກາດ ສະພາບແວດລ້ອມ ວິທະຍາສາດ ແລະຄວາມປອດໄພ ແລະບ່ອນທີ່ການພັດທະນາເສດຖະກິດແບບຍືນຍົງຈະເປັນຜົນປະໂຫຍດ ແກ່ປະຊາຊົນຂອງຂົງເຂດນີ້” ທ່ານບລິງເກັນໄດ້ກ່າວຕໍ່ຄະນະຜູ້ແທນທີ່ໄດ້ເຕົ້າໂຮມກັນຢູ່ໃນນະຄອນຫຼວງເຣຍຈາວິຄ.

ລັດຖະມົນຕີກະຊວງການຕ່າງປະເທດຂອງມົສກູ ທ່ານເຊີເກ ລາວຣັອບ ໄດ້ຕັ້ງຄຳຖາມ ເຖິງເຈດຕະນາຂອງອົງການເນໂຕ້ ໃນການສົ່ງເຮືອບິນຖິ້ມລະ ເບີດແລະເຮືອດຳນ້ຳ ໄປປະຈຳການຢູ່ພາກພື້ນດັ່ງກ່າວ. ທ່ານລາວຣັອບ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກກອງປະຊຸມສຸດຍອດ ວ່າ “ບັນ ຫາຕ່າງໆ ທີ່ກ່ຽວຂ້ອງກັບຄວາມເຄັ່ງຕຶງທີ່ທະວີຂຶ້ນໃນດ້ານການທະຫານແລະການເມືອງນັ້ນ ຍັງຄົງມີຢູ່ກໍຍ້ອນກຳລັງທະຫານຂອງຕ່າງຊາດຢູ່ໃນນໍເວແລະ ໃນຂົງເຂດບອລຕິກ.”

ຣັດເຊຍ ແມ່ນຍັງຊຸກຍູ້ໃຫ້ບັນດາປະເທດໃນອາກຕິກ ຈັດກອງປະຊຸມທາງດ້ານທະຫານລະດັບສູງຄືນໃໝ່ ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນເລື້ອຍໆຢູ່ໃນຂົງເຂດ ຊຶ່ງເປັນການເຄື່ອນໄຫວທີ່ວໍຊິງຕັນໄດ້ຄັດຄ້ານ.

ທ່ານລາວ໌ຣັອຟ ໄດ້ກ່າວວ່າ “ມັນເປັນສິ່ງສຳຄັນທີ່ຈະຂະຫຍາຍສາຍສຳພັນໃນທາງບວກ ທີ່ພວກເຮົາມີນຳກັນພາຍໃນສະພາອາກຕິກ ເພື່ອໃຫ້ປະກອບດ້ວຍການທະຫານເຊັ່ນກັນ.”

ກອງປະຊຸມປະຈຳປີ ລະຫວ່າງບັນດາຜູ້ບັນຊາການທະຫານຂອງປະເທດຈາກອາກຕິກໄດ້ຍຸຕິລົງໃນປີ 2014 ຫຼັງຈາກທີ່ຣັດເຊຍໄດ້ເຂົ້າຍຶດເອົາແຫຼມຄຣາຍ ເມຍ.

ຣັດເຊຍໄດ້ເຂົ້າຮັບຕຳແໜ່ງເປັນປະທານວຽນຂອງສະພາອາກຕິກ ຈາກໄອຊ໌ແລນ ໃນວັນພະຫັດວານນີ້. ອົງການນີ້ ໄດ້ຖືກກໍ່ຕັ້ງຂຶ້ນໃນປີ 1996 ໂດຍມີຈຸດປະສົງ ເພື່ອອຳນວຍຄາວມສະດວກ ໃນການປຶກສາຫາລື ກ່ຽວກັບເລື້ອງຕ່າງໆທີ່ມີຜົນປະໂຫຍດຮ່ວມກັນ ແລະມີສະມາຊິກຈາກແປດປະເທດອະທິປະໄຕຢູ່ພາຍໃນດິນແດນຂອງອາກຕິກ ຄື: ການາດາ ເດັນມາກ ຟິນແລນ ໄອຊ໌ແລນ ນໍເວ ຣັດເຊຍ ສະວີເດັນ ແລະສະຫະລັດ. ສິດອຳນາດຂອງສະ ພາດັ່ງກ່າວ ລະບຸຢ່າງຊັດເຈນໃຫ້ຍົກເວັ້ນເລື້ອງຕ່າງໆກ່ຽວກັບການທະຫານ. ປະເທດອື່ນໆ ລວມທັງຈີນແມ່ນກຳລັງຊຸກຍູ້ໃຫ້ມີຖານະເປັນເຈົ້າໜ້າທີ່ສັງເກດການຢູ່ທີ່ເວທີການສົນທະນານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG