ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຣັດເຊຍ ໃຫ້ສັນຍານ ເຖິງຄວາມຄືບໜ້າ ໃນການເຈລະຈານິວເຄລຍ


ຮູບພາບຈາກກະຊວງປ້ອງກັນປະເທດຣັດເຊຍ ສະແດງໃຫ້ເຫັນລູກສອນໄຟໄວກວ່າສຽງ Kinzhal hypersonic ວັນທີ 11 ກຸມພາ 2018.
ຮູບພາບຈາກກະຊວງປ້ອງກັນປະເທດຣັດເຊຍ ສະແດງໃຫ້ເຫັນລູກສອນໄຟໄວກວ່າສຽງ Kinzhal hypersonic ວັນທີ 11 ກຸມພາ 2018.

ສະຫະລັດ ແລະຣັດເຊຍໄດ້ໃຫ້ສັນຍານເຖິງຄວາມເຕັມໃຈຂອງເຂົາເຈົ້າ ໃນວັນ ອັງຄານວານນີ້ເພື່ອຈະບັນລຸຂໍ້ຕົກລົງຄວບຄຸມອາວຸດນິວເຄລຍສະບັບໃໝ່ ໂດຍ ຈະດຳເນີນງານໄປສູ່ການຈຳກັດໃນການເກັບສະສົມຫົວລະເບີດນິວເຄລຍເປັນເວ ລານຶ່ງປີ ຫຼັງຈາກການໝົດອາຍຸລົງໃນເດືອນກຸມພາຂອງສົນທິສັນຍາກ່ຽວກັບອາ ວຸດດັ່ງກ່າວ ສະບັບປັດຈຸບັນ.

ຣັດເຊຍໄດ້ສະເໜີໃຫ້ຕໍ່ອາຍຸສົນທິສັນຍາ ຄວບຄຸມອາວຸດ START ສະບັບໃໝ່ ຊຶ່ງ ກະຊວງຕ່າງປະເທດສະຫະລັດ ໃນເວລາຫຼາຍໆຊົ່ວໂມງຕໍ່ມາກ່າວວ່າ ຕົນພໍໃຈ ໃນ “ຄວາມເຕັມໃຈຂອງຣັດເຊຍ ທີ່ຈະສ້າງຄວາມຄືບໜ້າ ຕໍ່ບັນຫາ ການຄວບ ຄຸມອາວຸດນິວເຄລຍ.”

ກະຊວງຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດ “ພວມກະກຽມທີ່ຈະພົບປະໃນທັນທີ ເພື່ອຕົກລົງກັນຂັ້ນສຸດທ້າຍ ກ່ຽວກັບ ສົນທິສັນຍາທີ່ສາມາດພິສູດໄດ້. ພວກເຮົາຄາດວ່າຣັດເຊຍຈະໃຊ້ອຳນາດທາງການທູດຂອງຕົນປະຕິບັດເຊັ່ນດຽວກັນ.”

ມົສກູ ໄດ້ກ່າວວ່າ ຕົນ “ພ້ອມແລ້ວ ພ້ອມດ້ວຍສະຫະລັດ ທີ່ຈະໃຫ້ຄວາມໝັ້ນ ໝາຍທາງດ້ານການເມືອງ ເພື່ອ “ຈຳກັດ” ຈໍານວນຫົວລະເບີດນິວເຄລຍ ທີ່ທັງ ສອງຝ່າຍມີຢູ່ນັ້ນ ໄປຈົນຮອດເດືອນກຸມພາ ປີ 2022 ໃນຂະນະທີ່ສົນທິສັນຍາ ສະບັບໃໝ່ພວມມີການເຈລະຈາກັນຢູ່ນັ້ນ.

ສົນທິສັນຍາຫລຸດກຳລັງອາວຸດຍຸດທະສາດ ສະບັບໃໝ່ ໄດ້ເຊັນກັນໃນປີ 2010 ແລະໄດ້ວາງມາດຕະການຈຳກັດຄັງອາວຸດຍຸດທະສາດນິວເຄລຍ ຂອງທັງສອງ ປະເທດໄວ້. ສົນທິສັນຍາດັ່ງກ່າວສາມາດມທີ່ຈະຕໍ່ອາຍຸໄດ້ຕື່ມອີກຫ້າປີ ຊຶ່ງມົສກູ ໄດ້ກ່າວວ່າ ຕົນພ້ອມແລ້ວ ທີ່ຈະກະທຳການດັ່ງກ່າວ ໂດຍປາສະຈາກ ການຕັ້ງເງື່ນອໄຂລ່ວງໜ້າ.

ຄວາມເປັນໄປໄດ້ ໃນການຕໍ່ອາຍຸຂອງຂໍ້ຕົກລົງນີ້ ເຖິງແມ່ນພຽງແຕ່ນຶ່ງປີ ກໍຈະເປັນຂີດໝາຍ ໃນຄວາມສຳພັນສອງຝ່າຍ ລະຫວ່າງປະເທດທັງສອງ ກ່ຽວກັບ ການຄວບຄຸມອາວຸດ.

ທຳນຽບຂາວໄດ້ຖອນຕົວອອກຈາກສົນທິສັນຍາຄວບຄຸມອາວຸດນິວເຄລຍສະບັບ ອື່ນໆກັບຣັດເຊຍ ໂດຍກ່າວຫາວັງເຄັຣມລິນວ່າ ລະເມີດຕໍ່ຂໍ້ຕົກລົງເຫຼົ່ານີ້ ແລະ ອ້າງວ່າ ບັນດາຂໍ້ຕົກລົງດັ່ງກາວ ໃຫ້ຜົນປະໂຫຍດແກ່ຣັດເຊຍຫຼາຍກວ່າສະຫະ ລັດ ນີ້ແມ່ນຮວມທັງ ສົນທິສັນຍາກຳລັງນິວເຄລຍໄລຍະປານກາງ ຫຼື INF ໃນສະໄໝສົງຄາມເຢັນ ແລະ ໃນທີ່ສຸດ ກໍໄດ້ຖອນຕົວອອກຈາກຂໍ້ຕົກລົງເປີດທ້ອງ ຟ້າ ທີ່ໄດ້ອະນຸຍາດໃຫ້ທັງສອງປະເທດ ທໍາການບິນສອດແນມ ຢູ່ເທິງດິນແດນ ຂອງກັນແລະກັນ.

ທ່ານໂຈ ໄບເດັນ ຜູ້ທ້າທາຍຈາກພັກເດໂມແຄຣັດຂອງທ່ານທຣໍາໃນການເລືອກ ຕັ້ງປະທານາທິທບໍດີ ໃນວັນທີ 3 ພະຈິກນີ້ ໃຫ້ການສະໜັບສະໜູນ ໃນການຕໍ່ ອາຍຸຂອງຂໍ້ຕົກລົງ START ສະບັບໃໝ່ “ເພື່ອໃຊ້ເປັນພືຶ້ນຖານ ໃນການຈັດ ແຈງການຄວບຄຸມອາວຸດສະບັບໃໝ່.”

ທ່ານໄບເດັນ ໄດ້ກ່າວວ່າ ສົນທິສັນຍານີ້ ຊຶ່ງໄດ້ມີການຕົກລົງກັນໃນເວລາທ່ານ ເປັນຮອງປະທານາທິບໍດີ ພາຍໃຕ້ປະທານາທິບໍດີບາຣັກ ໂອບາມາ ນັ້ນ ແມ່ນ“ເປັນຍຸດທະສາດຫຼັກ ເພື່ອສ້າງຄວາມທຸ່ນ ລະຫວ່າງສະຫະລັດ ແລະຣັດເຊຍ.”

The U.S. and Russia signaled their willingness Tuesday to reach a new deal on nuclear arms control by working toward a freeze on warhead arsenals for a year past the February expiration of the current weapons pact.

Russia proposed extending the accord for the New START arms-control treaty, with the U.S. State Department hours later saying it appreciated Russia’s “willingness to make progress on the issue of nuclear arms control.”

The State Department said the U.S. “is prepared to meet immediately to finalize a verifiable agreement. We expect Russia to empower its diplomats to do the same.”

Moscow said it was “ready, together with the United States, to make a political commitment to 'freeze' the number of nuclear warheads held by the parties” through February 2022 while a new treaty is negotiated.

The New Strategic Arms Reduction Treaty was signed in 2010 and imposes limits on the two countries' strategic nuclear arsenals. It can be extended for five years, which Moscow has said it is ready to do without preconditions.

The possible extension of the pact — even by a year — would mark a rare improvement in bilateral relations between the two countries on arms control.

The White House already had withdrawn from other arms-control treaties with Moscow, accusing the Kremlin of violating them and claiming the agreements benefited Russia more than the United States. This included the Cold War-era Intermediate Range Nuclear Forces (INF) Treaty, and it unilaterally exited Open Skies, a pact that permitted the two countries to conduct reconnaissance flights over each other's territory.

Joe Biden, Trump’s Democratic challenger in the Nov. 3 presidential election, supports extending New START "to use that as a foundation for new arms-control arrangements."

Biden has said the treaty, which was negotiated when he was vice president under President Barack Obama, is an "anchor of strategic stability between the United States and Russia."

XS
SM
MD
LG