ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳ ສະຫະລັດ ແລະ ຣັດເຊຍ ເດີນທາງໄປ ນະຄອນ ເຈນີວາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ


US-RUSSIA - SUMMIT PREVIEW - USAGM
please wait

No media source currently available

0:00 0:02:34 0:00

ປະທານາທິບໍດີ ໄບເດັນ ແລະ ຜູ້ນຳ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈະພົບປະກັນຢູ່ນະຄອນ ເຈນີວາ ໃນວັນທີ 16 ມິນຸຸນາມື້ອື່ນນີ້ເປັນຄັ້ງທຳອິດ ນັບຕັ້ງແຕ່ທ່ານ ໄບເດັນ ໄດ້ເຂົ້າດຳລົງຕຳແໜ່ງ ໃນເດືອນມັງກອນທີ່ຜ່ານມາ. ດັ່ງທີ່ນັກຂ່າວວີໂອເອ ຊາລສ໌ ເມນສ໌ (Charles Maynes) ລາຍງານຈາກນະຄອນຫຼວງ ມົສກູ ນັ້ນ, ຜູ້ນຳທັງສອງແມ່ນຄາດວ່າຈະປຶກສາຫາລືກັນ ກ່ຽວກັບ ວິທີທີ່ຈະຟື້ນຟູສາຍພົວພັນທີ່ໄດ້ມີຄວາມເຄັ່ງຕຶງຍິ່ງຂຶ້ນໃຫ້ເປັນປົກກະຕິ. ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນການກຳອຳນາດດົນກວ່າສອງທົດສະວັດ, ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ເຝົ້າຕິດຕາມ ໃນຂະນະທີ່ປະທານາທິບໍດີ ອາເມຣິກັນ ຈາກທັງພັກເດໂມແຄຣັດ ແລະ ພັກຣີພັບບລີກັນ ໄດ້ສັນຍາທີ່ຈະປັບສາຍພົວພັນກັບ ມົສກູ ນັ້ນ, ແມ່ນໄດ້ພົບແຕ່ເຫັນຄວາມເສຍໃຈຕ່າງໆກອງສູງຂຶ້ນ.

ທ່ານ ພາແວລ ຊາຣິກອຟ, ຈາກສະຖາບັນ ສະຫະລັດ-ການາດາ ໄດ້ກ່າວວ່າ “ວາລະແຜນການແມ່ນຊັບຊ້ອນຫຼາຍ, ເຫຼືອລົ້ມດ້ວຍຫຼາຍບັນຫາແຕກຕ່າງກັນ. ສະນັ້ນຂ້າພະເຈົ້າເຊື່ອວ່າການເຈລະ ຈາແມ່ນມີຄວາມຈຳເປັນເພື່ອຜົນປະໂຫຍດຂອງການເຈລຈານັ້ນ.”

ປະທານາທິບໍດີ ໄບເດັນ ໄດ້ລິເລີ່ມຄວາມພະຍາຍາມຫຼ້າສຸດນີ້ຂອງທ່ານ ໂດຍກ່າວວ່າທ່ານຢາກເຮັດໃຫ້ສາຍພົວພັນ ສະຫະລັດ ກັບ ຣັດເຊຍ ມີຮາກຖານທີ່ “ໝັ້ນຄົງ, ຄາດເດົາໄດ້.”

ແຕ່ທ່າທີດັ່ງກ່າວໄດ້ມີອອກມາຫຼັງຈາກຜູ້ນຳ ອາເມຣິກັນ ດັ່ງກ່າວໄດ້ເອີ້ນທ່ານ ປູຕິນ ວ່າເປັນ “ນັກຂ້າ” ໃນການສຳພາດທາງໂທລະພາບເມື່ອເດືອນມີນາທີ່ຜ່ານມາ, ຈົນກໍ່ໃຫ້ເກີດຄວາມໂກດແຄ້ນໃນ ມົສກູ.

ແລະ ໃນຂະນະດຽວກັນວັງ ເຄຣັມລິນ ກໍໄດ້ສົ່ງກຳລັງທະຫານ ຣັດເຊຍ ຫຼາຍສິບພັນຄົນໄປຢູ່ຕາມເຂດຊາຍແດນຂອງ ຢູເຄຣນ.

ບັນດານັກສັງເກດການດ້ານການເມືອງເວົ້າວ່າ ເຫດການດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ ທ່ານ ໄບເດັນ ແມ່ນບໍ່ສາມາດເມີນເສີຍຕໍ່ທ່ານ ປູຕິນ.

ທ່ານ ຄີຣິລ ໂຣກອຟ, ນັກວິເຄາະການເມືອງເວົ້າວ່າ “ເປັນຫຍັງຈຶ່ງພົບປະກັບ “ນັກຂ້າ”? ເຈົ້າພົບ ປະກັບພວກຜູ້ນຳທີ່ເຈົ້າບໍ່ມີທາງເລືອກ ແຕ່ຈະພົບປະເພື່ອຜົນປະໂຫຍດຂອງຄວາມປອດໄພຂອງໂລກ. ສະນັ້ນ, ທ່ານ ປູຕິນ ຈຶ່ງພໍໃຈທີ່ໄດ້ຊະນະໃນຮອບນີ້ ແລະ ການພົບປະ. ບໍ່ວ່າຈະແມ່ນຫຍັງທີ່ເຂົາເຈົ້າເຮັດ ຫຼື ບໍ່ປຶກສາຫາລື.”

ນັບຕັ້ງແຕ່ນັ້ນມາ ທ່ານ ປູຕິນ ໄດ້ສະແດງຄວາມຫວັງວ່າກອງປະຊຸມສຸດຍອດຈະຊ່ວຍຟື້ນຟູ “ສາຍ ພົວພົນໃຫ້ເປັນປົກກະຕິ.”

ທ່ານ ວລາດິເມຍ ປູຕິນ ໄດ້ກ່າວວ່າ “ພວກເຮົາຈະປຶກສາຫາລື ກ່ຽວກັບ ສາຍພົວພັນສອງຝ່າຍ. ຂ້າພະເຈົ້າຄິດວ່າພວກເຮົາຄວນພະຍາຍາມຊອກຫາວິທີເພື່ອແກ້ໄຂສາຍພົວພັນພວກນີ້. ໃນເວລານີ້ມັນຢູ່ລະດັບທີ່ຕໍ່າຢ່າງແຮງ.”

ຢູ່ເບື້ອງຫຼັງຄວາມປໍລະປັກນີ້: ປະຊາຊົນ ອາເມຣິກັນ ແມ່ນໂມໂຫ ກ່ຽວກັບ ການກ່າວຫາທີ່ວ່າ ຣັດ ເຊຍ ໄດ້ແຊກແຊງການເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນປີ 2016, ທີ່ໄດ້ນຳໄປສູ່ການວາງມາດຕະການລົງໂທດຕອບໂຕ້ກັນ ແລະ ການຂັບໄລ່ນັກການທູດ.

ພ້ອມກັນນັ້ນ, ການກ່າວຫາຂອງ ສະຫະລັດ ທີ່ວ່າ ຣັດເຊຍ ແມ່ນຜູ້ຢູ່ເບື້ອງຫຼັງການໂຈມຕີທາງໄຊເບີເມື່ອບໍ່ດົນມານີ້ຕໍ່ພື້ນຖານໂຄງລ່າງຂອງ ອາເມຣິກາ, ເຊິ່ງແມ່ນອີກການກ່າວຫານຶ່ງທີ່ ມົສກູ ໄດ້ປະຕິເສດ.

ແທ້ຈິງແລ້ວ, ວັງ ເຄຣັມລິນ ໄດ້ໂຕ້ຖຽງວ່າມັນແມ່ນ ສະຫະລັດ ທີ່ເປັນຜູ້ແຊກແຊງ…

ເປັນການກ່າວຫາທີ່ເຂົາເຈົ້າໄດ້ໃຊ້ເພື່ອສະແດງເຫດຜົນ ກ່ຽວກັບ ການປາບປາມຕໍ່ຄວາມບໍ່ພໍໃຈຍິ່ງຂຶ້ນໃນປະເທດ… ແລະ ຕໍ່ການລຸກຂຶ້ນສະໜັບສະໜູນຕາເວັນຕົກໃນບັນດາປະເທດທີ່ຢູ່ໃກ້ຄຽງຄືປະເທດ ເບລາຣຸສ.

ທ່ານ ອີວານ ຄູຣິລລາ, ຈາກມະຫາວິທະຍາໄລ ຢູໂຣລ ໃນເມືອງ ເຊັ້ນ ປີເຕີສເບີກ ໄດ້ກ່າວວ່າ “ຄວາມເຂົ້າໃຈຂອງຂ້າພະເຈົ້າກໍແມ່ນວ່າ, ທ່ານ ປູຕິນ ຕ້ອງການ ອາເມຣິກາ ໃຫ້ເປັນສັດຕູສຳລັບຈຸດປະສົງພາຍໃນປະເທດ ແຕ່ໃນເວລາດຽວກັນ ທ່ານຕ້ອງການ ອາເມຣິກາ ເປັນຄູ່ຮ່ວມໃນສາ ກົນ.”

ແທ້ຈິງແລ້ວ, ທັງສອງຝ່າຍໄດ້ສະແດງໃຫ້ເຫັນວ່າເຂົາເຈົ້າສາມາດເຊື່ອມໂຍງຄວາມແຕກຕ່າງທັງ ຫຼາຍ ເມື່ອເວົ້າເຖິງບັນຫາຕ່າງໆໃນໂລກຫຼາຍຂຶ້ນເຊັ່ນ ການຄວບຄຸມອາວຸດ, ການຕໍ່ຂະຫຍາຍສົນ ທິສັນຍາການເລີ່ມຕົ້ນໃໝ່ໃນວັນຕົ້ນໆຂອງລັດຖະບານທ່ານ ໄບເດັນ.

ແລະ ເວັ້ນເສຍແຕ່ວ່າຈະມີຂໍ້ຕົກລົງທີ່ບໍ່ຄາດຄິດ, ຫຼາຍຄົນພິຈາລະນາວ່າຂໍ້ຕົກລົງເພື່ອສົ່ງຄືນນັກການທູດທີ່ຖືກຂັບໄລ່ກັບປະເທດນັ້ນ ແມ່ນວິທີທີ່ມີຄວາມເປັນໄປໄດ້ທີ່ຈະສືບຕໍ່ການສົນທະນານອກເໜືອຈາກຢູ່ນະຄອນ ເຈນີວາ ແລະ ໄປສູ່ວັນທີ່ດີກວ່າເກົ່າໃນອະນາຄົດ.

President Biden and Russian leader Vladimir Putin meet in Geneva this week (June 16) — for the first time since Biden took office in January. As Charles Maynes reports from Moscow, the two leaders are expected to discuss ways to normalize relations that have become increasingly tense.

Over his two decades in power, Russian President Vladimir Putin has watched as American presidents….both Democrats and Republicans…promise to reset relations with Moscow.....

…only to see the grievances pile up.

“The agenda is so, so, so complex, so overloaded with different issues…so I believe the dialogue is needed //// for the sake of the dialogue.”

President Biden initiated this latest effort….saying he wants to put U.S.-Russian relations on a more “stable, predictable” footing.

But the gesture came after the American leader in March labeled Putin “a killer” in a TV interview…causing outrage in Moscow…

..and as the Kremlin massed tens of thousands of Russian troops along Ukraine’s border.

Political observers say the events prove that Putin can’t be ignored by Biden.

“Why meet with a “killer"? You meet with leaders that you have no choice but to meet with for the sake of global security. So, Putin is satisfied having won this round…and a meeting. Whatever they do or don’t discuss.”

Putin has since expressed hope the summit will help ‘normalize’ ties.

"We’ll discuss bilateral reltions. I think we should try to find a way to resolve these relations. At the moment they are at an extremely low level."

Behind the animosity: American anger over Russia’s alleged interference in the 2016 U.S. presidential elections…that led to tit-for-tat sanctions and diplomatic expulsions.

Also, U.S. accusations that Russia is behind recent cyberattacks on American infrastructure…another charge Moscow denies.

In fact, the Kremlin argues it’s the U.S. who interferes…

An accusation it has used to justify a crackdown on growing discontent at home…

…and against pro-Western uprisings in neighboring states…like Belarus

"My understanding is that – yes, Putin needs America as an enemy for domestic purposes…but at the same time he needs America as a partner internationally.”

Indeed, the two sides have shown they can bridge differences when it comes to more global issues…such as arms control…extending the New Start Treaty in the first days of the Biden administration.

And — barring a surprise deal — many view an agreement to return expelled diplomats as a likely way to continue the conversation beyond Geneva…and toward better days to come.

XS
SM
MD
LG