ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກຸ່ມປົກປ້ອງສິດທິ ມະນຸດ ສະຫະລັດ ຕ້ອງຕິ ອັງກາຣາ ທີ່ປາບປາມ ການໃຊ້ສື່ສັງຄົມ

ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ໂອ້ລົມກັບສື່ມວນຊົນ ໃນຂະນະທີ່ ເຂົາເຈົ້າກຳລັງ ຈັດຕັ້ງການປະທ້ວງ ຢູ່ດ້ານນອກສານແຫ່ງນຶ່ງ ໃນນະຄອນ ອິສຕານບູລ, ວັນທີ 25 ຕຸລາ 2017.
ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ໂອ້ລົມກັບສື່ມວນຊົນ ໃນຂະນະທີ່ ເຂົາເຈົ້າກຳລັງ ຈັດຕັ້ງການປະທ້ວງ ຢູ່ດ້ານນອກສານແຫ່ງນຶ່ງ ໃນນະຄອນ ອິສຕານບູລ, ວັນທີ 25 ຕຸລາ 2017.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫຼື HRW ທີ່ມີຫ້ອງການຕັ້ງຢູ່ໃນ
ສະຫະລັດ ໄດ້ຕຳໜິຢ່າງແຮງຕໍ່ເທີກີ ໃນການຄຸມຂັງພວກຄົນ “ຈຳນວນຫຼວງຫຼາຍ”
ຜູ້ທີ່ໄດ້ນຳເອົາ ການຕຳໜິຕໍ່ການປະຕິບັດງານດ້ານທະຫານທີ່ນຳພາໂດຍເທີກີ ໃນການ
ຕໍ່ຕ້ານພວກທະຫານບ້ານ ຊາວເຄີດ ຢູ່ໃນຊີເຣຍ ລົງເຜີຍແຜ່ທາງສື່ສັງຄົມ.

ລາຍງານດັ່ງກ່າວໄດ້ອ້າງອີງເຖິງ “ການປາບປາມທີ່ລະເມີດສິດທິໃນການສະແດງ
ອອກຄວາມຄິດເຫັນ ຢ່າງສັນຕິ.”
ອັງກາຣາ ກຳລັງປະເຊີນກັບ ຄວາມກົດດັນທາງ
ການທູດເພີ້ມຂຶ້ນ ກ່ຽວກັບປະຫວັດ ການລະເມີດສິດທິມະນຸດ ຂອງປະເທດ ທີ່ກວ້າງ
ຂວາງອອກໄປກວ່າເກົ່າ.

ກຳລັງທະຫານຂອງເທີກີ ເຂົ້າຄວບຄຸມ ຈອມພູ ບູຣໄຊຢາ ທີ່ແບ່ງແຍກດິນແດນຂອງເມືອງ ອັຟຣິນ ທີີ່ປົກຄອງໂດຍຊາວເຄີດ ອອກຈາກ ເມືອງ ອາຊາສ ຂອງຊີເຣຍ ທີ່ຄວບຄຸມໂດຍເທີກີ, ວັນທີ 28 ມັງກອນ 2018.
ກຳລັງທະຫານຂອງເທີກີ ເຂົ້າຄວບຄຸມ ຈອມພູ ບູຣໄຊຢາ ທີ່ແບ່ງແຍກດິນແດນຂອງເມືອງ ອັຟຣິນ ທີີ່ປົກຄອງໂດຍຊາວເຄີດ ອອກຈາກ ເມືອງ ອາຊາສ ຂອງຊີເຣຍ ທີ່ຄວບຄຸມໂດຍເທີກີ, ວັນທີ 28 ມັງກອນ 2018.

​ຕັ້ງແຕ່ເດືອນມັງກອນເປັນຕົ້ນມາ ໃນເວລາ ອັງກະລາ ໄດ້ເລີ່ມຕົ້ນປະຕິບັດການບຸກ
ໂຈມຕີຂອງທະຫານ ທີ່ເອີ້ນວ່າ Operation Olive Branch ເຂົ້າໄປໃນເຂດເມືອງ
ອັຟຣິນ ຂອງຊີເຣຍ ເຊິງພວກຕ້ອງຕິອ້າງວ່າ ພວກທີ່ບໍ່ເຫັນດີນຳການບຸກໂຈມຕີ ນັ້ນ
ໄດ້ຖືກທັບມ້າງຈົນໝົດ.

ໂດຍອ້າງອີງເຖິງຕົວເລກຈາກກະຊວງພາຍໃນແລ້ວ ອົງການ HRW ໄດ້ກ່າວວ່າ 648
ຄົນ ໄດ້ຖືກຄວບຄຸມຕົວ ໃນລະຫວ່າງ ວັນທີ 20 ຫາ ວັນທີ 26 ກຸມພາ ຖານນຳເອົາ
ການຕຳໜິຕິຕຽນ ຕໍ່ປະຕິບັດການດັ່ງກ່າວ ລົງເຜີຍແຜ່ໃນສື່ສັງຄົມ ແລະ ສະແດງອອກ
ເຖິງການສະໜັບສະໜູນ ແກ່ພວກຄົນທີ່ທຳການປະທ້ວງຕໍ່ຕ້ານການໂຈມຕີ ຢູ່ຕາມ
ຖະໜົນ.

ກຸ່ມປົກປ້ອງສິດທິນີ້ ໄດ້ກ່າວອີກວ່າ ກະຊວງພາຍໃນ ໄດ້ຢືນຢັນວ່າ ການຄຸມຂັງຕື່ມອີກ
ຍັງດຳເນີນຕໍ່ໄປ ຈົນຮອດເດືອນມີນາ.

ຈາກຊ້າຍຫາຂວາ, ນາຍົກລັດຖະມົນຕີ ຂອງ ບຸລກາເຣຍ ທ່ານ ໂບຍໂກ ໂບຣີຊອບ (Boyko Borisov) ປະທານສະພາຂອງຢູໂຣບ ທ່ານ ດໍໂນລ ທັສ (Donald Tusk) ປະທານາທິບໍດີຂອງເທີກີ ທ່ານ ເຣເຊັບ ໄທຢິບ ເອີໂດອານ (Recep Tayyip Erdogan) ແລະ ຫົວໜ້າຄະນະກຳມາທິການ ຂອງຢູໂຣບ ທ່ານ ຊອນ-ຄລອດ ຈັງເກີ (Jean-Claude Juncke) ເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວຮ່ວມ ກ່ຽວກັບຜົນສະລຸບ ກອງປະຊຸມສຸດຍອດ ລະຫວ່າງ ສະຫະພາບຢູໂຣບ ແລະ ເທີກີ, ຢູ່ໃນຣີສອດແຫ່ງທະເລດຳ ຂອງເມືອງ ວາຣນາ ປະເທດບຸລກາເຣຍ, ເມື່ອວັນຈັນ ທີ 26 ມີນາ 2018.

ທ່ານ ຫີວ ວີລລຽມສັນ (Hugh Williamson) ຜູ້ອຳນວຍການອົງການ HRW ປະຈຳ
ພາກພື້ນ ຢູໂຣບ ແລະ ເອເຊຍກາງ ກ່າວວ່າ “ການຈັບກຸມ ແລະ ການດຳເນີນຄະດີ ຕໍ່
ພວກຄົນ ທີ່ຂຽນຂໍ້ຄວາມລົງທວີດເຕີ ເພື່ອຮຽກຮ້ອງໃຫ້ມີສັນຕິ ພາບ ນັ້ນ ແມ່ນການ
ກະທຳໃໝ່ທີ່ຕ່ຳຊ້າ ສຳລັບລັດຖະບານຂອງເທີກີ.”
ທ່ານກ່າວຕໍ່ໄປອີກວ່າ “ທາງການ
ຂອງເທີກີ ຄວນເຄົາລົບສິດທິ ໃນການວິພາກວິຈານຢ່າງສັນຕິ ຂອງປະຊາຊົນ ຕໍ່
ນະໂຍບາຍຕ່າງໆ ຂອງລັດຖະບານ ລວມທັງ ການປະຕິບັດການດ້ານທະຫານ ແລະ
ໃຫ້ຍົກເລີກຄະດີເຫຼົ່ານີ້ ທີ່ບໍ່ສົມເຫດສົມຜົນ.”

ລາຍງານເນັ້ນໜັກໃສ່ວ່າ ພວກທີ່ຖືກຄຸມຂັງຫຼາຍໆຄົນປະກອບດ້ວຍຜູ້ທີ່ມີສື່ສຽງ ໃນ
ສັງຄົມຂອງເທີກີ ເຊິ່ງ 4 ຄົນ ເປັນສະມາຊິກຂອງພັກ HDP ຂອງເທີກີ ທີ່ສະໜັບສະໜູນ
ຊາວເຄີດ ພ້ອມກັນນັ້ນ ກໍຍັງມີພວກນັກວິຊາການນຳດ້ວຍ.

ອົງການ HRW ໄດ້ອ້າງເຖິງ ຄະດີນຶ່ງວ່າ ເປັນຄະດີທີ່ຂີ້ຮ້າຍທີ່ສຸດ ໃນການຄຸມຂັງ
ສະມາຊິກ ຜູ້ອາວຸໂສ ຂອງສະມາຄົມການແພດຂອງເທີກີ ຫຼື TTB ຈຳນວນ 11 ຄົນ
ທີ່ລວມທັງ ປະທານຂອງສະມາຄົມ ທ່ານ ຣາສິດ ຕູໂກລ ໃນຖານ ນຳເອົາການສະແດງ
ອອກເຖິງຄວາມເປັນຫ່ວງ ສຳລັບສະຖານະການດ້ານມະນຸດສະທຳ ຍ້ອນການປະຕິບັດ
ການຂອງເທີກີ ຢູ່ໃນຊີເຣຍ ນັ້ນ ລົງເຜີຍແຜ່ໃນສື່ສັງຄົມ.

ບັນດາລັດຖະມົນຕີຂອງເທີກີ ກໍບໍ່ໄດ້ສົນໃຈນຳ ຄວາມກັງວົນທັງຫຼາຍ ກ່ຽວກັບປະຕິບັດ
ການ Olive Branch ຕະຫຼອດມາ ໂດຍຖືວ່າ ເປັນ “ການໂຄສະນາຊວນເຊື່ອຂອງ
ກຸ່ມກໍ່ການຮ້າຍ”
ໂດຍເນັ້ນຢ້ຳວ່າ ບໍ່ມີພົນລະເຮືອນ ຄົນດຽວ ໄດ້ເສຍຊີວິດ ຫຼື ບາດເຈັບ
ໂດຍກຳລັງຂອງຕົນເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG