WASHINGTON —
ບັນດານັກວິທະຍາສາດອາເມຣິກັນ ກໍາ
ລັງທໍາການທົດລອງຄົ້ນຄ້ວາ ທີ່ເຂົາເຈົ້າຫວັງວ່າ ຈະເພິ່ມທະ
ວີຈໍານວນປອດ ທີ່ຄົນບໍລິຈາກໃຫ້ ພວກຄົນເຈັບທີ່ຕ້ອງການ
ຜ່າຕັດປອດໃໝ່ນັ້ນ. ຄືເຂົາເຈົ້າກໍາລັງພະຍາ ຍາມຊອກຫາ
ວິທີທີ່ດີທີ່ສຸດເພື່ອເກັບຮັກສາປອດ ທີ່ເອົາມາຈາກຜູ້ບໍລິຈາກ
ທີ່ຕາຍແລ້ວນັ້ນ ໃຫ້ໄດ້ດີແລະດົນທີ່ສຸດ ຈົນກ່ວາຈະສາມາດ
ນໍາໄປຜ່າຕັດໃສ່ໃຫ້ຄົນເຈັບ ທີ່ຕ້ອງການປອດໃໝ່ນັ້ນ. ດາຣາ
ມີລາຍລະອຽດ ກ່ຽວກັບເລື້ອງນີ້ມາສະເໜີທ່ານ ຈາກລາຍງານ
ຂອງ Zlatica Hoke.
ທີມນັກວິທະຍາສາດ ທີ່ນໍາພາໂດຍ Dr. Thomas Egan ແຫ່ງມະຫາວິທະຍາໄລລັດ
ແຄໂຣລາຍນາ ທີ່ເມືອງ Chapel Hill ເປັນຜູ້ທໍາການທົດລອງຄົ້ນຄ້ວາທີ່ວ່ານີ້. ປອດ
ແມ່ນເປັນອະໄວຍະວະ ທີ່ຍັງຢູ່ໃນສະພາບດີ ໄດ້ດົນກ່ວາອະໄວຍະວະອື່ນໆ ເພາະວ່າ
ຍັງມີອາກາດຢູ່ທາງໃນປອດ ຫລັງຈາກເຈົ້າຂອງປອດໄດ້ເສຍຊີວິດໄປແລ້ວ. Dr. Egan
ກ່າວວ່າ ພວກນັກຄົ້ນຄ້ວາຫວັງວ່າ ຈະຄົ້ນພົບວິທີທີ່ຖ່ວງດຶງເວລາການເສື່ອມເສຍຂອງ
ປອດນັ້ນ ໄວ້ໃຫ້ໄດ້ດົນທີ່ສຸດ.
Dr. Egan ເວົ້າວ່າ “ການຄົ້ນພົບວິທີທີ່ວ່ານີ້ ຈະສົ່ງຜົນໃຫ້ຈໍານວນຂອງປອດ
ທີ່ຈະມີໄວ້ສໍາລັບຜ່າຕັດໃຫ້ຄົນເຈັບນັ້ນ ມີເພີ່ມຂຶ້ນ. ເວລານີ້ ຢູ່ໃນສະຫະລັດ
ພວກເຮົາທໍາການຜ່າຕັດປອດ ປີລະ 1.800 ເທື່ອ. ພວກເຮົາຄິດວ່າ ເຮົາສາ
ມາດເຮັດໄດ້ຮອດ 40 ພັນຫາ 50 ພັນເທື່ອຕໍ່ປີ.”
ສໍາລັບຫລາຍໆພັນຄົນແລ້ວ ການຜ່າຕັດແມ່ນຄວາມຫວັງອັນດຽວເທົ່ານັ້ນທີ່ເຂົາເຈົ້າມີ
ທີ່ຈະເຮັດໃຫ້ເຂົາເຈົ້າສາມາດຫາຍໃຈໄດ້ຢ່າງເປັນປົກກະຕິ. ນາງ Lisa Bowman ກໍ
ເປັນຜູ້ນຶ່ງໃນນັ້ນ.
ນາງ Lisa ເວົ້າວ່າ “ຂ້ອຍບໍ່ເຄີຍມີມື້ໃດ ທີ່ຫາຍໃຈໄດ້ເປັນປົກກະຕິ ເລີຍ.”
ແຕ່ວ່າການໄປຜ່າຕັດເອົາອະໄວຍະວະປອດ ມາຈາກຜູ້ບໍລິຈາກທີ່ເສຍຊີວິດຢ່າງກະທັນ
ຫັນ ແລະບໍ່ໄດ້ຕາຍຢູ່ໂຮງໝໍນັ້ນ ໂດຍສ່ວນໃຫຍ່ແລ້ວ ແມ່ນເປັນເລື້ອງທີ່ຫຍຸ້ງຍາກແລະ
ເພາະສະນັ້ນ ມີຮອດ 80 ເປີເຊັນຂອງປອດທີ່ໄດ້ຮັບບໍລິຈາກມາ ຈະໃຊ້ການບໍ່ໄດ້. ແລະ
ເຖິງແມ່ນວ່າ ປອດສໍາລັບການຜ່າຕັດນັ້ນ ສ່ວນໃຫຍ່ຈະມາຈາກຜູ້ບໍລິຈາກທີ່ເສຍຊີວິດ
ຢູ່ໂຮງໝໍກໍຕາມ ແຕ່ປອດເຫລົ່ານັ້ນກໍມັກໄດ້ຮັບຄວາມເສຍຫາຍ ຍ້ອນພັດລົມແລະອາ
ການແຊກຊ້ອນອື່ນໆໃນລະຫວ່າງ ທີ່ລໍຖ້າຢູ່ໂຮງໝໍ. Dr. Egan ຢາກໃຫ້ໄປຮອດໄປ
ເຖິງ ຜູ້ບໍລິຈາກທີ່ຕາຍຢ່າງກະທັນຫັນ ຢູ່ບ້ານຂອງເຂົາເຈົ້າ ຫລືແຫ່ງອື່ນໆໃນປະຊາຄົມ
ນັ້ນໂດຍໄວ ແລ້ວໃຫ້ພະນັກງານແພດປໍ້າເອົາອາກາດໜ້ອຍນຶ່ງເຂົ້າໃສ່ໃນປອດຂອງ
ເຂົາເຈົ້າ ເພື່ອຮັກສາປອດນັ້ນໄວ້ ໃນຂະນະທີ່ຍ້າຍສົບໄປ ຍັງໂຮງໝໍ ເພື່ອຜ່າຕັດເອົາ
ປອດອອກ.
ໃນການທົດລອງນີ້ ທີມງານຂອງ Dr. Egan ຈະປະຕິບັດຂັ້ນຕອນນຶ່ງທີ່ເອິ້ນວ່າ ex
vivo lung perfusion ໂດຍໃຊ້ເຄື່ອງຈັກອັນນຶ່ງ ປໍ້າເອົາອາກາດແລະນໍ້າ ຜ່ານເຂົ້າໄປ
ໃນປອດ ເພື່ອໃຫ້ປອດມີຊີວິດຢູ່ໄດ້ ດົນຂຶ້ນ ແລະເພື່ອໃຫ້ສາມາດກວດເບິ່ງໄດ້ວ່າ ປອດ
ນັ້ນ ມີພະຍາດຫລືບໍ່ ຫລືວ່າ ໃຊ້ການບໍ່ໄດ້ແລ້ວ.
Dr. Egan ເວົ້າວ່າ “ໂດຍການເຮັດແນວນີ້ຢູ່ເລື້ອຍໆ ພວກເຮົາກໍມີທາງທີ່ຈະ
ເຮັດມັນໄດ້ ຢ່າງມີປະສິດທິຜົນຫລາຍຂຶ້ນ ຊຶ່ງກໍຈະປັບປຸງໂອກາດໃຫ້ດີຂຶ້ນ
ບໍ່ພຽງແຕ່ໃນການຜ່າຕັດປອດໃຫ້ຄົນເຈັບ ແຕ່ຍັງຈະມີປອດທີ່ທໍາງານໄດ້ດີ
ຂຶ້ນ ຫລັງຈາກເອົາມາຈາກຜູ້ບໍລິຈາກທີ່ຕາຍຢ່າງກະທັນຫັນນັ້ນ.”
ພວກປອດທີ່ຜ່ານການກວດສຸຂະພາບແລ້ວນັ້ນ ຈະຖືກນໍາໄປຜ່າຕັດໃສ່ ໃຫ້ພວກຄົນ
ເຈັບ ທີ່ເຂົ້າຮ່ວມໃນການຄົ້ນຄ້ວາທີ່ໄດ້ຮັບທຶນຈາກສະຖາບັນສຸຂະພາບແຫ່ງຊາດ.
ນາງ Lisa Bowman ໄດ້ມີຊື່ຢູ່ໃນບັນຊີພວກລໍຖ້າຜ່າຕັດປອດໃໝ່ ມາເປັນເວລາສອງ
ປີແລ້ວ ຫລັງຈາກທີ່ພະຍາດກໍາມະພັນທີ່ຫາຍາກຊະນິດນຶ່ງ ຄ່ອຍໆທໍາລາຍປອດຂອງ
ນາງ. ນາງຫວັງວ່າ ການຄົ້ນຄ້ວານີ້ຈະຊ່ວຍໃຫ້ນາງພົບຜູ້ບໍລິຈາກ ທີ່ມີປອດຄືກັນກັບ
ຂອງນາງໄດ້ໄວຂຶ້ນ.
ນາງ Lisa ເວົ້າວ່າ “ຂ້ອຍບໍ່ຄິດວ່າ ຈະມີສິ່ງໃດໜ້າຕຶື່ນເຕ້ນຫລາຍໄປກ່ວານີ້
ອີກແລ້ວ. ຂ້ອຍຄິດວ່າ ການສາມາດຫາຍໃຈໄດ້ເປັນປົກກະຕິນັ້ນ ແມ່ນເປັນ
ສິ່ງຍອດຍ້ຽມທີ່ສຸດ.”
ບັນດານາຍແພດຊ່ຽວຊານດ້ານການຜ່າຕັດ ກໍພາກັນຕິດຕາມເບິ່ງດ້ວຍ ຄວາມສົນໃຈ
ຢ່າງໃຫຍ່ ວ່າ ໂຄງການນີ້ຈະໄດ້ຜົນບໍ່?