ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖ້າສະພາ ສົ່ງຮ່າງກົດໝາຍ ໃຫ້ ປ. ທຣຳ ພາຍໃນ ວັນຄຣິສມັສ ຊາວອາເມຣິກັນ ຈະເລີ່ມເຫັນ ການຫຼຸດພາສີ ໃນເດືອນກຸມພາ


ປະທານາທິບໍດີ ທຣຳ, ຄຽງຂ້າງໂດຍ ທ່ານແຄບວິນ ເບຣດີ (Kevin Brady), ຊ້າຍ, ແລະ ສະມາຊິກສະພາສູງ ທ່ານອົວຣິນ ແຮັດຈ໌ (Orrin Hatch), ຂວາ, ກ່າວໃນລະຫວ່າງ ກອງປະຊຸມ ທັງສອງສະພາ ກັບບັນດາສະມາຊິກສະພາ ທີ່ທຳງານກ່ຽວກັບ ການຕັດພາສີ ໃນຫ້ອງປະຊຸມ ຄະນະລັດຖະບານ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 13 ທັນວາ 2017.
ປະທານາທິບໍດີ ທຣຳ, ຄຽງຂ້າງໂດຍ ທ່ານແຄບວິນ ເບຣດີ (Kevin Brady), ຊ້າຍ, ແລະ ສະມາຊິກສະພາສູງ ທ່ານອົວຣິນ ແຮັດຈ໌ (Orrin Hatch), ຂວາ, ກ່າວໃນລະຫວ່າງ ກອງປະຊຸມ ທັງສອງສະພາ ກັບບັນດາສະມາຊິກສະພາ ທີ່ທຳງານກ່ຽວກັບ ການຕັດພາສີ ໃນຫ້ອງປະຊຸມ ຄະນະລັດຖະບານ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 13 ທັນວາ 2017.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ຖ້າຫາກ ລັດຖະສະພາ ສົ່ງຮ່າງກົດໝາຍວ່າດ້ວຍ
ພາສີ ໃຫ້ທ່ານ ພາຍໃນວັນຄຣິສມັສ ນີ້ແລ້ວ ຊາວອາເມຣິກັນ ຈະເລີ່ມເຫັນພາສີຂອງ
ເຂົາເຈົ້າ ຫລຸດລົງ ແລະໄດ້ຮັບເງິນເດືອນທີ່ສູງຂຶ້ນກວ່າເກົ່າ ເລີ່ມໃນເດືອນກຸມພາ.

ທ່ານທຣຳ ໄດ້ກ່າວ ຢູ່ທຳນຽບຂາວ ໃນວັນພຸດວານນີ້ ໃນຂະນະທີ່ ບັນດານັກເຈລະຈາ
ຂອງສະພາຕ່ຳ ແລະສະພາສູງ ປາກົດວ່າ ໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບຮ່າງ
ກົດໝາຍ ປະຕິຮູບພາສີ ສະບັບດຽວ ທີ່ສາມາດຮັບຜ່ານ ທັງສອງສະພາໄດ້ ແລະ ປະທານາທິບໍດີ ກໍຈະລົງນາມ.

ທ່ານທຣຳໄດ້ຖະແຫລງວ່າ “ພວກເຮົາ ແມ່ນໃກ້ຈະໄດ້ຮັບໄຊຊະນະ ທາງດ້ານນິຕິ
ບັນຍັດ ທີ່ເປັນປະຫວັດການ”
ໃນຂະນະທີ່ນັ່ງຢູ່ຂ້າງບັນດາສະມາຊິກສະພາຕ່ຳ ແລະ
ສະພາສູງ ທີ່ສຳຄັນໆ ຜູ້ທີ່ ໄດ້ຮ່າງຂໍ້ຕົກລົງ ໃນດ້ານພາສີ ຕະຫຼອດລະຍະສອງສາມມື້
ຜ່ານມານີ້

ປະທານາທິບໍດີ ດໍໂນລ ທຣຳ, ຄົນທີສາມຈາກຊ້າຍ, ກ່າວໃນລະຫວ່າງ ການປະຊຸມທັງສອງສະພາ ກັບບັນດາສະມາຊິກສະພາ ທີ່ທຳງານກ່ຽວກັບ ການຕັດພາສີ ໃນຫ້ອງປະຊຸມຄະນະລັດຖະບານ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນພຸດ ທີ 13 ທັນວາ 2017.
ປະທານາທິບໍດີ ດໍໂນລ ທຣຳ, ຄົນທີສາມຈາກຊ້າຍ, ກ່າວໃນລະຫວ່າງ ການປະຊຸມທັງສອງສະພາ ກັບບັນດາສະມາຊິກສະພາ ທີ່ທຳງານກ່ຽວກັບ ການຕັດພາສີ ໃນຫ້ອງປະຊຸມຄະນະລັດຖະບານ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນພຸດ ທີ 13 ທັນວາ 2017.

ຫລັງຈາກນັ້ນ ທ່ານທຣຳ ໄດ້ກ່າວວ່າ “ໃນຂະນະທີ່ເປັນຜູ້ສະໝັກຢູ່ນັ້ນ ຂ້າພະເຈົ້າ
ໄດ້ສັນຍາວ່າ ພວກເຮົາຈະຮັບຜ່ານກົດໝາຍການຕັດພາສີຂະໜາດໃຫຍ່ ສຳລັບ
ຊາວອາເມຣິກັນ ທີ່ເຮັດວຽກທຸກໆມື້ ຜູ້ທີ່ເປັນສັນຫລັງ ແລະ ຊີວິດຈິດໃຈ ຂອງ
ປະເທດພວກເຮົາ. ບັດນີ້ ພວກເຮົາເຫຼືອພຽງບໍ່ເທົ່າໃດມື້ ຈາກການຮັກສາຄຳໝັ້ນ
ສັນຍານັ້ນ ແລະ ນຳເອົາໄຊຊະນະ ທີ່ສຸດຍອດແທ້ໆເລີຍ ມາໃຫ້ແກ່ຄອບຄົວຊາວ
ອາເມຣິກັນ ທັງຫຼາຍ. ພວກເຮົາຢາກໃຫ້ເຈົ້າ ປະຊາຊົນຊາວອາເມຣິກັນ ໄດ້ຮັບ
ການຕັດພາສີ ຂະໜາດໃຫຍ່ ສຳລັບວັນຄຣິສມັສ.”

ເພື່ອທີ່ຈະສະໜັບສະໜູນ ການຢືນຢັນຂອງທ່ານ ທີ່ວ່າ ພວກຊົນຊັ້ນກາງ ຈະໄດ້ຮັບ
ຜົນປະໂຫຍດ ຈາກແຜນການຕັດພາສີຂອງທ່ານ ນັ້ນ ທ່ານທຣຳ ໄດ້ອະນຸຍາດ ໃຫ້ຄອບຄົວພວກຄົນຊັ້ນເຮັດວຽກ ກ່າວແທນທ່ານ ດ້ວຍຕົວຂອງພວກເຂົາເຈົ້າເອງ
ໂດຍການແນະນຳໂຕ ພວກເຈົ້າຂອງທຸລະກິດຂະໜາດນ້ອຍ ຈາກທົ່ວປະເທດ.

ໃນຂະນະທີ່ຢືນຢູ່ເວທີຂອງປະທານາທິບໍດີ ພວກເຂົາເຈົ້າ ໄດ້ຂອບໃຈທ່ານທຣຳ ແລະ
ກ່າວວ່າ ພວກເຂົາຈະໃຊ້ເງິນເພີ່ມຕື່ມ ຈາກການຕັດພາສີ ສຳລັບ ໂຄງການຕ່າງໆ
ຫຼາຍຢ່າງ.

ຮ່າງກົດໝາຍດັ່ງກ່າວ ຈະຕັດພາສີຕ່າງໆລົງ ໃນຈຳນວນ 1 ພັນ 500 ຕື້ໂດລາ ໃນ
ໄລຍະ 10 ປີຕໍ່ໜ້າ. ພາສີທີ່ຈະຖືກຕັດສ່ວນໃຫຍ່ ກໍຈະແມ່ນສຳລັບບັນດາບໍລິສັດ
ໃຫຍ່ຕ່າງໆ ຊຶ່ງໃນປັດຈຸບັນນີ້ ປະເຊີນກັບ ອັດຕາພາສີ 35 ເປີ ເຊັນ.

ທ່ານທຣຳ ກ່າວວ່າ ອັນນີ້ ຈະນຳໄປສູ່ການສ້າງວຽກເຮັດງານທຳຫຼາຍຂຶ້ນ ການລົງທຶນ
ຫຼາຍຂຶ້ນ ແລະ ເຮັດໃຫ້ອຸດສາຫະກຳ ຂອງສະຫະລັດ ມີການແຂ່ງຂັນຫຼາຍຂຶ້ນ ຢູ່ໃນ
ຕະຫຼາດໂລກ.

ສ່ວນທຳນຽບຂາວ ກ່າວວ່າ ປະຊາຊົນທີ່ຈ່າຍພາສີ ຫຼາຍລ້ານຄົນ -- ແຕ່ບໍ່ແມ່ນໝົດ
ທຸກຄົນ -- ຈະເຫັນພັນທະການຈ່າຍພາສີປະຈຳປີ ໃຫ້ແກ່ລັດຖະບານ ຂອງພວກ
ເຂົາເຈົ້າ ຫລຸດລົງ ໃນຫຼາຍໆກໍລະນີ ຫລຸດລົງ ສອງສາມຮ້ອຍໂດລາເທົ່ານັ້ນ ຫຼືໃນ
ກໍລະນີຂອງພວກຈ່າຍພາສີ ທີ່ຮັ່ງມີ ກໍຈະຫລຸດລົງຫຼາຍພັນໂດລາ.

Trump Republicans Taxes
please wait

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG