ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາຍ​ງານ ຂອງ ສ​ຫລ ເຕືອນວ່າ ​ເຄືອ​ຂ່າຍ ກໍ່ການຮ້າຍ ​ເປັນ​ໄພ​ຂົ່ມ​ຂູ່ ເພີ້ມຂື້ນ (ວີ​ດີ​ໂອ)


US Report: Al-Qaida Affiliates Pose Growing Threat
please wait

No media source currently available

0:00 0:01:58 0:00
ອີງ​ຕາມ ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ນັ້ນ ກໍ​ແມ່ນ
​ວ່າ ການ​ໂຈມຕີ​ທີ່​ຮ້າຍ​ແຮງ ຢູ່ສູນ​ການຄ້າ​ແຫ່ງ​ນຶ່ງ ​ໃນ​ນະ
ຄອນຫລວງ​ໄນ​ໂຣບີ ຂອງ​ປະ​ເທດ​ເຄັນ​ຢາ ​ເມື່ອເດືອນ​ກັນ
ຍາປີ​ແລ້ວ​ນີ້ ​ແມ່ນ​ເປັນຮອ່ງຮອຍ​ຊີ້ໃຫ້​ເຫັນວ່າ ສູນ​ກາງ
ການນຳ ຂອງ al-Qaida ກຳ​ລັງ​ອ່ອນ​ແອ​ລົງ ​ໃນ​ຂະນະ​
ທີ່​ພວກ​ສາຂາ ຫລືພວກ​ກຸ່ມກໍ່ການ​ຮ້າຍ​ ທີ່​ມີ​ແນວຄິດ​ຄ້າຍ
ຄື​ກັນ ​ມີ​ຄວາມ​ເຂ້​ມ​ແຂງຂື້ນ ເຊັ່ນໃນ​ກໍລະນີ​ການ​ໂຈມ​ຕີ​ທີ່
​ກ່າວ​ມາ​ນັ້ນ ຊຶ່ງ​ແມ່ນ​ກຸ່ມ al-Shabab ​ຂອງໂຊ​ມາ​ເລຍ
​ເປັນ​ຜູ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ.

ລາຍ​ງານກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ​ ປະຈຳປີ 2013 ຂອງ
​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ບັນດາ​ຜູ້
ນຳ​ສູງ​ສຸດ ຂອງ​ກຸ່ມ al-Qaida ​ເຊັ່ນນາຍ Ayman al-Zawahiri ກຳລັງ​ສູນເສຍ​ອຳ
​ນາດ​ຄວບຄຸມ ພວກສາຂາຂອງ​ al-Qaida ຫລາຍໆ​ກຸ່ມ.

​ ແລະພວກສາຂາ​ເຫລົ່າ​ນັ້ນ ​ປີກ​ກ້າ​ຂາ​ແຂງ ​ແລະ​ເອົາ​ທ່າ​
ທີ​ຮຸກ​ຮານຫລາຍ​ຂື້ນ ​ອີງຕາມ ເອກ​ອັກຄະ​ລັດຖະທູດ Tina Kaidanow ຜູ້​ປະສານ​
ງານ ຝ່າຍ​ຕ້ານຢັນ​ການ​ກໍ່​ການ​ຮ້າຍຂອງ ກະຊວງ​ການ​ຕ່າງປະ​ເທດສະຫະລັດ.

​ທ່ານ​ນາງ Tina Kaidanow ກ່າວ​ວ່າ “ຫລັກ ​ຖານ​ທີ່​ພວກ​ເຮົາ​ໄດ້​ເຫັນ ສະ​ແດງໃຫ້
​ຮູ້ວ່າ ເວລາ​ນີ້ ພວກ​ al-Qaida ບໍ່​ສາມາດເຮັດ​ໄດ້ ​ໃນ​ສິ່ງທີ່ພວກ​ເຂົາໄດ້ເຄີຍ​ເຮັດ​ມາ
ຄື​ແຕ່ກ່ອນ ​ໃນແງ່​ຂອງ​ການ​ຊີ້ນຳ​ກິດຈະກຳ​ຂອງ​ກຸ່ມ​ສາຂາ​ຂອງ​ພວກ​ເຂົາ ຢູ່​ໃນ​ທົ່ວ​
ໂລກ​. ​ເພາະສະ​ນັ້ນ ຂ້າພະ​ເຈົ້າຄິດວ່າ ບໍ່​ວ່າ​ຈະ​ໃຊ້ມາດ​ຕະ ຖານ​ໃດໆວັດ​ແທກກໍ​
ຕາມ ນັ້ນ​ໝາຍ​ຄວາມ​ວ່າ ການຫລຸດ​ລະດັບແລະ​ທັບ​ມ້າງເຄືອ​ຂ່າຍ​ຂອງ​ພວກ​ເຂົາ
​ແມ່ນໄດ້ຜົນ​. ​ແຕ່ເຖິງຢ່າງ​ໃດກໍ​ຕາມ ມັນ​ກໍຍັງ​ມີແກນນຳຂອງ al-Qaida ຢູ່ ທີ່​ພວກ
​ເຮົາ​ຕ້ອງ​ລະມັດລະວັງ ​ແລະ​ຕິດຕາມ​ສິ້ງ​ຊອມ​ເບິ່ງ.”

ລາຍ​ງານຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ແມ່ນ​ເພ່ງ​ເລັງໃສ່​ ໄພ​ຂົ່ມຂູ່​ຢູ່ໃນ
ພາກຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາ ​ເປັນສ່ວນ​ໃຫຍ່ ຮວມທັງພວກກຸ່ມ ​ກໍ່​ການ​
ຮ້າຍ ເຊັ່ນ​ al-Shabab ​ແລະ Boko Haram ຢູ່​ ​ໄນ​ຈີ​ເຣຍ.

ເອກ​ອັກຄະ​ລັດຖະທູດ Tina Kaidanow ຜູ້​ປະສານ​ງານ ຝ່າຍ​ຕ້ານ​ຢັນ​ການ​ກໍ່​ການ​
ຮ້າຍຂອງກະຊວງ​ການ​ຕ່າງປະ​ເທດ ກ່າວ​ຕໍ່​ໄປວ່າ:

ທ່ານ​ນາງ Kaidanow ​ເວົ້າ​ວ່າ “ໄລຍະສອງ​ສາມ​ປີ​ທີ່​ຜ່ານ​ມາ ​ໄດ້​ເຫັນ​ການ​ໂຜ່ໂຕ
ຂຶ້ນ​ມາ ຂອງ​ພວກ​ສາຂາ​ເຄືອ​ຂ່າຍ al-Qaida ​ແລະ​ກຸ່ມ​ທີ່​ມີ​ແນ​ວຄິດ ຄ້າຍຄື​ກັນມີ​
ທ່າ​ທີ​ຮຸກ​ຮານ​ຫລາຍ​ຂຶ້ນ ​ໂດຍ​ສະ​ເພາະຢູ່​ໃນ ​ເຢ​ເມັນ ຊີ​ເຣຍ ອີຣັກໃນ​ພາກຕາ​ເວັນ​
ຕົກ​ສຽງ​ເໜືອ​ຂອງອາ​ຟຣິກາ ​ແລະ ຢູ່​ໂຊ​ມາ​ເລຍ.”

ທ່ານ​ນາງ Kaidanow ກ່າວວ່າ ການ​ຂັດແຍ້​ງສູ້​ລົບ​ທີ່ດຳ​ເນີນ​ຢູ່​ຕໍ່​ມາ ໃນຊີ​ເຣຍ ​ກໍ
ເປັນດ້ານທີ່ ​ສຳຄັນ​ດ້ານ​ນຶ່ງ ຂອງ​ຄວາມ​ເປັນ​ຫ່ວງໄລຍະ​ຍາວ ​ເພາະວ່າ ຄວາມຮຸນ​
ແຮງ​ຢູ່​ທີ່​ນັ້ນ​ ກຳລັງດຶງດູດ​ເອົາ ພວກ​ຫົວ​ຮຸນ​ແຮງ​ ຈາກ​ເຂດ​ອື່ນໆຂອງ​ໂລກ​.

ທ່ານ​ນາງ Kaidanow ​ເວົ້າວ່າ “ ​ຕາບ​ໃດທີ່ຊີ​ເຣຍຍັງສືບ​ຕໍ່ ເປັນ​ບັນຫາ​ການ​ເມືອງ
​ແລະ​ການຂັດ​ແຍ້​ງທາງການ​ເມືອງ ຍັງ​ດຳ​ເນີນສືບ​ຕໍ່ໄປໃນຊີ​ເຣຍ ​ມັນ​ກໍ​ຈະ​ດຶງ​ດູດ​
ເອົາ​ຫລາຍໆ​ຄົນ ທີ່​ອາດ​ຈະ​ກາຍ​ເປັນ​ພວກ​ຫົວ​ຮຸນ​ແຮງ​ໄປ​ ​ເວລາ​ພວກ​ເຂົາ​ໄປ​
ຮອດ​ຊີ​ເຣຍ ​ແລະ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ ພວກ​ເຂົາ​ກໍ​ກັບ​ຄື​ນ​ເມືອ​ບ້ານ. ພວກ​ເຂົາ​ເຈົ້າ
ອາດ​ຈະມາ​ທີີ່​ສະຫະລັດນີ້ໄດ້ ຄື​ກັນ. ນັ້ນ​ແມ່ນເປັນ​ໄປ​ໄດ້​ຢ່າງ​ແນ່ນອນ.”

ລາຍ​ງານ​ ຂອງກະຊວງ​ການ​ຕ່າງປ​ະ​ເທດສະຫະລັດ ກ່າວ​ວ່າ ອີຣ່ານ​ສືບ​ຕໍ່ເປັນ​ປະ​
ເທດໃຫ້ການ​ອຸປະຖຳ​ການ​ກໍ່​ການ​ຮ້າຍ​ ທີ່​ສຳຄັນ ​ໃນ​ປີ​ກາຍ​ນີ້. ລາຍ​ງານ​ກ່າວ​ຫາ
ລັດຖະບານ​ເຕຮະຣ່ານວ່າ ​ໜຸນ​ຫລັງພວກ Hezbollah ​ໃນ​ເລ​ບາ​ນອນ ອຳນວຍ​
ໃຫ້​ພວກ​ເຂົາ​ ມີໜ້າ​ຫລາຍ​ຂຶ້ນ ຢູ່​ໃນອາ​ຟຣິກາ ​ແລະ​ລັກ​ລອບ​ອາວຸດ​ເຂົ້າ​ໄປ
ຊີ​ເຣຍ ເຢ​ເມັນ ​ແລະ ບາເຣນ.
XS
SM
MD
LG