ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຟື້ນຟູ ການຮຽກຮ້ອງໃຫ້ທຸກປະເທດ ຍົກລະດັບຄວາມທະເຍີທະຍານໃນເລື້ອງດິນຟ້າອາກາດ


ລົດທີ່ທ່ານຈອນ ແຄຣີ ທູດພິເສດຂອງປະທານາທິບໍດີ ສຳລັບດິນຟ້າອາກາດ ນັ່ງໄປຢູ່ນັ້ນ ໄດ້ເດີນທາງໄປຮອດໂຮງແຮມຕ້ອນຮັບແຂກຕ່າງປະເທດຂອງທາງການ ໃນລະຫວ່າງການຢ້ຽມຢາມ ນະຄອນຊຽງໄຮ ຂອງຈີນ, ວັນທີ 14 ເມສາ 2021.
ລົດທີ່ທ່ານຈອນ ແຄຣີ ທູດພິເສດຂອງປະທານາທິບໍດີ ສຳລັບດິນຟ້າອາກາດ ນັ່ງໄປຢູ່ນັ້ນ ໄດ້ເດີນທາງໄປຮອດໂຮງແຮມຕ້ອນຮັບແຂກຕ່າງປະເທດຂອງທາງການ ໃນລະຫວ່າງການຢ້ຽມຢາມ ນະຄອນຊຽງໄຮ ຂອງຈີນ, ວັນທີ 14 ເມສາ 2021.

ສະຫະລັດ ກຳລັງຟື້ນຟູການຮຽກຮ້ອງຕໍ່ທຸກປະເທດລວມທັງສະຫະລັດແລະຈີນ ວ່າ “ຕ້ອງຍົກລະດັບຄວາມທະເຍີທະຍານຂອງພວກເຂົາ” ໃນເລື້ອງຄວາມເປັນກາງຂອງແກັສຄາຣບອນ ໃນຂະນະທີ່ບັນດາເຈົ້າໜ້າທີ່ຈາກສອງປະເທດທີ່ປ່ອຍແກັສດັ່ງກ່າວຫຼາຍທີ່ສຸດຂອງໂລກໄດ້ຈັດການເຈລະຈາຢູ່ໃນຊຽງໄຮ ເມື່ອວັນພະຫັດວານນີ້.

https://www.state.gov/special-presidential-envoy-for-climate-john-kerry-travels-to-the-peoples-republic-of-china-and-the-republic-of-korea/

ບັນດາເຈົ້າໜ້າທີ່ສະຫະລັດ ແລະບັນດານັກວິເຄາະ ກ່າວວ່າ ການປຶກສາຫາລືຂອງທ່ານຈອນ ແຄຣີ ທູດພິເສດຂອງປະທານາທິບໍດີ ສຳລັບດິນຟ້າອາກາດ ກັບຄູ່ຮ່ວມຕຳແໜ່ງຂອງທ່ານຈາກຈີນ ໃນອາທິດແລ້ວນີ້ ແມ່ນແຜ້ວທາງໃຫ້ກອງປະຊຸມສຸດຍອດລະດັບຜູ້ນຳທາງອອນໄລນ໌ກ່ຽວກັບດິນຟ້າອາກາດ ໃນອາທິດໜ້ານີ້ ແຕ່ກໍເຕື່ອນວ່າ ຈະບໍ່ມີຄວາມກ້າວໜ້າຢ່າງວ່ອງໄວ.

https://www.whitehouse.gov/briefing-room/statements-releases/2021/03/26/president-biden-invites-40-world-leaders-to-leaders-summit-on-climate/

“ພວກເຮົາຕ້ອງເນັ້ນໜັກຕໍ່ປັກກິ່ງໃຫ້ເຮັດຫຼາຍຂຶ້ນ ເພື່ອຫລຸດຜ່ອນການປ່ອຍແກັສຄາບອນ ແລະຊ່ອຍກັນແກ້ໄຂວິກິດການດ້ານດິນຟ້າອາກາດໃນທົ່ວໂລກ” ນັ້ນແມ່ຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດສະຫະລັດ ຜູ້ທີ່ໄດ້ກ່າວຕໍ່ບັນດານັກຂ່າວໂດຍປະສົງບໍ່ຂໍອອກຊື່.

ໂຄສົກຄົນນີ້ ກ່າວຕື່ມວ່າ ຈີນ “ແມ່ນຍັງບໍ່ທັນໄປຕາມເສັ້ນທາງທີ່ຈະອຳນວນໃຫ້ໂລກ ໄປເຖິງເປົ້າໝາຍໃນການຮັກສາອຸນຫະພູມຂອງໂລກທີ່ກຳລັງເພີ້ມຂຶ້ນຢູ່ເລື້ອຍໆນັ້ນ ໃຫ້ຢູ່ໃນລະດັບສະເລ່ຍຕ່ຳກວ່າ 2 ອົງສາແຊລສິດ ແລະໃຫ້ຫາທາງພະຍາຍາມຈຳກັດການເພີ້ມຂຶ້ນຂອງອຸນຫະພູມໃຫ້ຢູ່ໃນ 1.5 ອົງສາແຊລສິດ.”

“ແນ່ນອນ, ມັນຈະເປັນເລື້ອງງາຍເລີຍ” ທ່ານນາງເຈນ ນາກາໂນ ໄດ້ກ່າວໄປ ຜູ້ທີ່ເປັນອາຈານອະວຸໂສ ໃນໂຄງການດ້ານຄວາມໝັ້ນຄົງຂອງພະລັງງານ ແລະການປ່ຽນແປງຂອງດິນຟ້າອາກາດ ຢູ່ທີ່ສູນກາງການສຶກສາດ້ານຍຸດທະສາດແລະລະຫວ່າງປະເທດ ຫຼື CSIS ທີ່ມີຫ້ອງການຕັ້ງຢູ່ໃນວໍຊິງຕັນ.

ທ່ານນາງນາກາໂນ ໄດ້ກ່າວໃນວັນອັງຄານຜ່ານມານີ້ ວ່າ ຫຼາຍໆປະເທດ ບໍ່ພຽງແຕ່ສະຫະລັດ “ແມ່ນຕ່າງກໍຫວັງທີ່ຈະເຫັນການໃຫ້ຄວາມເຫັນທີ່ແຈ່ມແຈ້ງຫຼາວຂຶ້ນ ກ່ຽວກັບວ່າ ຈີນມີແຜນການ ໃນການຫລຸດຜ່ອນໃນລະດັບການປ່ອຍແກັສແນວໃດ.”

ຢູ່ໃນປັກກິ່ງ ບັນດາເຈົ້າໜ້າທີ່ ໃຫ້ຫຼາຍລະອຽດພຽງໜ້ອຍດຽວ ໃນເລື້ອງການເຈລະຈາຂອງທ່ານແຄຣີ ກັບທ່ານ ສີ ເຊັນຫົວ (Xie Zhenhua) ທູດພິເສດຂອງຈີນ ກ່ຽວກັບການປຽນແປງຂອງດິນຟ້າອາກາດ.

“ຂ້າພະເຈົ້າບໍ່ມີຂໍ້ມູນໃດໆທີ່ຈະສະເໜີໃຫ້” ທ່ານຊາວ ລີຈຽນ ໂຄສົກຈາກກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວໄປໃນວັນພະຫັດວານນີ້.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ແມ່ນລວມຢູ່ໃນ ບັນດາຜູ້ນຳຂອງໂລກ 40 ທ່ານ ທີ່ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມສຸດຍອດ ທີ່ຈັດຂຶ້ນໃນວັນທີ 22 ແລະ 23 ເດືອນເມສານີ້.

ການເຊື້ອເຊີນມີມາ ໃນຂະນະທີ່ສາຍສຳພັນລະຫວ່າງປັກກິ່ງ ແລະສະຫະລັດນັ້ນ ແມ່ນຢູ່ໃນຊ່ວງໄລຍະທີ່ເຄັ່ງຕຶກມາໄດ້ຫຼາຍທົດສະວັດແລ້ວ ຍ້ອນບັນຫາຕ່າງໆທີ່ກ່ຽວກັບ ຊິນຈຽງ ຮົງກົງ ໄຕ້ຫວັນ ທະເລຈີນໃຕ ຄວາມໝັ້ນຄົງໃນພາກພື້ນ ແລະການບີບບັງຄັບທາງດ້ານເສດຖະກິດຂອງຈີນ ຕໍ່ບັນດາປະເທດພັນທະມິດຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The United States is renewing a call that all nations including the U.S. and China "must raise their ambitions" on carbon neutrality, as officials from the world’s two largest emitters held talks in Shanghai on Thursday.

U.S. officials and analysts say Special Presidential Envoy for Climate John Kerry’s consultations with his Chinese counterparts this week are paving the way for next week’s virtual Leaders Summit on Climate, but caution against a quick breakthrough.

“We must insist Beijing do more to reduce emissions and help tackle the worldwide climate crisis,” said a State Department spokesperson who spoke to reporters on condition of anonymity.

The spokesperson added China “is not yet on a path that will allow the world to meet the Paris Agreement’s goal of holding the increase in the global average temperature to well below 2 degrees Celsius and pursue efforts to limit the temperature increase to 1.5 degrees Celsius.”

“Of course, it's not going to be easy,” said Jane Nakano, a senior fellow in the Energy Security and Climate Change Program at the Washington-based Center for Strategic and International Studies (CSIS).

Nakano said Thursday that many countries, not just the U.S., “are hoping to see much more clear articulation [on] how China plans on reducing its emissions level.”

In Beijing, officials gave few details on Kerry’s talks with China's special envoy on climate change, Xie Zhenhua.

"I don’t have any information to offer," Zhao Lijian, a spokesperson from China's Ministry of Foreign Affairs, said Thursday.

Chinese President Xi Jinping is among the 40 world leaders invited to attend the climate summit on April 22-23.

The invitation comes as relations between Beijing and Washington are at their most strained for decades because of clashes over Xinjiang, Hong Kong, Taiwan, the South China Sea, regional security and China’s economic coercion of U.S. allies.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG