ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະ​ຮັບ ອົບ​ພະ​ຍົບ ຈາກປະ​ເທດ ໃນ ອາ​ຟ​ຣິ​ກາ ແລະ ​ຕາ​ເວັນ​ອອກ​ຕາ​ກາງ ​ຫຼຸດ​ລົງ


ຫົວ​ໜ້າ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຊາວ ໂຊ​ມາ​ເລຍ ທ້າວ ຈາ​ມາ​ລ ດາ, ຂວາ, ຜູ້​ທີ່​ໄດ້​ເຂົ້າ​ມາ​ຢູ່​ໃນ ສະ​ຫະ​ລັດ ເມື່ອສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ຍື່ນ​ເຂົ້າ​ໜົມ​ໃຫ້​ເດັກ​ຊາຍ​ຄົນ​ນຶ່ງ ຢູ່​ຫ້ອງ​ຮຽນການ​ມີ​ສ່ວນ​ຮ່ວມ​ໃນ​ສັງ​ຄົມ ແລະ ພາ​ສາ​ພົນ​ລະ​ເມືອງ ສຳ​ລັບຊາວ ໂຊ​ມາ​ເລຍ ຜູ​້​ທີ່​ເຄີຍ​ອາ​ໄສ​ຢູ່​ໃນ​ເມືອງ ຜອດ​ແລນ ຕາ​ເວັນ​ອອກ (East Portland), ລັດ ອໍ​ເຣ​ກັອນ. 21 ກໍ​ລະ​ກົດ, 2015.
ຫົວ​ໜ້າ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຊາວ ໂຊ​ມາ​ເລຍ ທ້າວ ຈາ​ມາ​ລ ດາ, ຂວາ, ຜູ້​ທີ່​ໄດ້​ເຂົ້າ​ມາ​ຢູ່​ໃນ ສະ​ຫະ​ລັດ ເມື່ອສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ຍື່ນ​ເຂົ້າ​ໜົມ​ໃຫ້​ເດັກ​ຊາຍ​ຄົນ​ນຶ່ງ ຢູ່​ຫ້ອງ​ຮຽນການ​ມີ​ສ່ວນ​ຮ່ວມ​ໃນ​ສັງ​ຄົມ ແລະ ພາ​ສາ​ພົນ​ລະ​ເມືອງ ສຳ​ລັບຊາວ ໂຊ​ມາ​ເລຍ ຜູ​້​ທີ່​ເຄີຍ​ອາ​ໄສ​ຢູ່​ໃນ​ເມືອງ ຜອດ​ແລນ ຕາ​ເວັນ​ອອກ (East Portland), ລັດ ອໍ​ເຣ​ກັອນ. 21 ກໍ​ລະ​ກົດ, 2015.

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ສະ​ເໜີ​ວ່າ ສະ​ຫະ​ລັດ ໄດ້​ຮັບ​ອົບ​ພະ​ຍົບ​ຈາກ
ອາຟຣິກາ ແລະ ພາກຕາເວັນອອກກາງໜ້ອຍກວ່າທີ່ເຂົາເຈົ້າໄດ້ວາງແຜນໄວ້ໃນປີກາຍ
ນີ້, ໃນທາງກົງກັນຂ້າມໄດ້ເລືອກເອົາອົບພະຍົບຈາກ ເອເຊຍ ແລະ ຢູໂຣບ, ເຂດອາເມ
ຣິກາ ລາຕິນ ແລະ ທະເລຄາຣິບຽນ ແທນໃນອະນາຄົດອັນໃກ້ນີ້ ອີງຕາມຂໍ້ມູນຂອງກະ
ຊວງການຕ່າງປະເທດ.

ໃນ​ອີ​ເມ​ລ​ສະ​ບັບຫຼ້າ​ສຸດນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຢືນ​ຢັນກ່ຽວ​ກັບ​ໂຕ​ເລກ
ທີ່ຈະຮັບເອົາອົບພະຍົບຂອງພາກພື້ນ ທີ່ຖືກລາຍງານທຳອິດໂດຍເວັບໄຊທ໌ Politico
ເມື່ອສັບປະດາທີ່ຜ່ານມາ.

ຈຳ​ນວນຕົວ​ເລກນັ້ນ​ຍັງ​ບໍ່​ແມ່ນ​ຂັ້ນ​ສຸດ​ທ້າຍ​ເທື່ອ, ແຕ່​ແນວ​ໃດ​ກໍ​ຕາມ, ກະ​ຊວງ​ການ​ຕ່າງ​
ປະເທດໄດ້ກ່າວຕໍ່ວີໂອເອໃນອາທິດທີ່ຜ່ານມາວ່າ ເຂົາເຈົ້າກຳລັງຢູ່ໃນຂັ້ນຕອນຂອງ
ການວາງແຜນ ການປຶກສາຫາລືທີ່ເປັນການບັງຄັບ ກັບລັດຖະສະພາ ກ່ອນສິ້ນສຸດປີງົບ
ປະມານໃນວັນທີ 30 ກັນຍານີ້, ຫຼັງຈາກນັ້ນ ປະທານາທິບໍດີ ດໍໂນລ ທຣຳ ກໍຈະອອກຖະ
ແຫຼງການປະທານາທິບໍດີປະຈຳປີ ເພື່ອຢືນຢັນໃນອັນທີ່ເອີ້ນວ່າ ຂີດຈຳກັດອົບພະຍົບ.
ມັນແມ່ນຕົວເລກສູງສຸດຂອງອົບພະຍົບທີ່ຈະໄດ້ຮັບອະນຸດຍາດ ໃຫ້ເດີນທາງເຂົ້າ ສະ
ຫະລັດ ໃນ 12 ເດືອນຂ້າງໜ້າ.

ການ​ປ່ຽນ​ແປງ​ໃນ​ການ​ຮັບ​ເອົາ​ອົບ​ພະ​ຍົບ​ຈາກ​ພາກ​ພື້ນ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຂໍ້​ສະ​ເໜີ ​ທີ່​
ຈະຫຼຸດຈຳນວນອົບພະຍົບ ທີ່ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າປະເທດສຳລັບສົກງົບ
ປະມານປີ 2019 ເປັນ 30,000 ຄົນ, ເປັນຈຳນວນທີ່ຕ່ຳທີ່ສຸດໃນປະຫວັດສາດສຳລັບ
ໂຄງການ ສະຫະລັດ.

ໃນ​ເວ​ລານີ້, ຈຳ​ນວນ​ທີ່​ຖືກ​ສະ​ເໜີ​ສຳ​ລັບ​ແຕ່​ລະ​ພາກ​ພື້ນ, ອີງ​ຕາມ​ກະ​ຊວງ​ການ​ຕ່າງ​
ປະເທດນັ້ນແມ່ນ:

ອາ​ຟ​ຣິ​ກາ 11,000 ຄົນ ຫຼຸດ​ລົງ​ຈາກ 19,000 ໃນ​ງົບ​ປະ​ມານ​ປີ 2018.

​ພາກຕາ​ເວັນ​ອອກ​ໃກ້ ແລະ ເອ​ເຊຍ​ໃຕ້ (ລວມ​ທັງຕາ​ເວັນ​ອອກ​ກາງ) 9,000 ຄົນ, ຫຼຸດ​
ລົງຈາກ 17,500 ຄົນ.

ເອ​ເຊຍ​ຕາ​ເວັນ​ອອກ 4,000 ຄົນ, ຫຼຸດ​ລົງ​ຈາກ 5,000 ຄົນ.

ຢູ​ໂຣບ 3,000 ຄົນ ເພີ່ມ​ຂຶ້ນ​ຈາກ 2,000 ຄົນ.

ອາ​ເມ​ຣິ​ກາ ລາ​ຕິນ ແລະ ​ເຂດ​ທະ​ເລຄາ​ຣິ​ບຽນ 3,000 ຄົນ, ເພີ່ມ​ຂຶ້ນ​ຈາກ 1,500 ຄົນ.

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ​ມີ​ໂອ​ກາດ​ທີ່​ຈະ​ພິ​ຈາ​ລະ​ນາ​ ລະ​ດັບ​ດັ່ງ​ກ່າວ​ນັ້ນ ໃນ​ລະ​
ຫວ່າງກອງປະຊຸມກັບບັນດາເຈົ້າໜ້າທີ່ລັດຖະບານ ກ່ອນການພິຈາລະນາຄັ້ງສຸດທ້າຍ
ຈະຖືກປະກາດ.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG