ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານີ ເຣດາ ແຫ່ງໃໝ່ ຂອງ ສຫລ ໃນອອສເຕຣເລຍ ອາດເຮັດໃຫ້ຈີນ ບໍ່ພໍໃຈ


ລມຕຕ່າງປະເທດອອສເຕຣເລຍ Bob Carr (ຂວາ) ແລະ ລມຕ
ປ້ອງກັນປະເທດອອສເຕຣເລຍ Stephen Smith (ທີ 2 ຈາກຊ້າຍ) ເຈລະຈາກັບທ່ານນາງຄລິນຕັນ ພ້ອມດ້ວຍ ທ່ານພາແນັດຕ້າ ລມຕ ປ້ອງ ກັນປະເທດສະຫະລັດ ກ່ຽວກັບສະຖານີເຣດາ
ລມຕຕ່າງປະເທດອອສເຕຣເລຍ Bob Carr (ຂວາ) ແລະ ລມຕ ປ້ອງກັນປະເທດອອສເຕຣເລຍ Stephen Smith (ທີ 2 ຈາກຊ້າຍ) ເຈລະຈາກັບທ່ານນາງຄລິນຕັນ ພ້ອມດ້ວຍ ທ່ານພາແນັດຕ້າ ລມຕ ປ້ອງ ກັນປະເທດສະຫະລັດ ກ່ຽວກັບສະຖານີເຣດາ
ການຕັດສິນໃຈຂອງອອສເຕຣເລຍ ທີ່ຈະຕິດຕັ້ງ ສະຖານີເຣດ້າ
ແລະກ້ອງສ່ອງອະວະ ກາດທີ່ມີພະລັງແຮງທີ່ສຸດ ແຫ່ງນຶ່ງຂອງ
​ສະຫະລັດ ຢູ່ໃນປະເທດຂອງຕົນນັ້ນ ແມ່ນໄດ້ກໍ່ໃຫ້ ເກີດມີ
ຄວາມເປັນຫ່ວງກັນຢ່າງໃຫຍ່ ໃນກຸ່ມນັກສັງເກດການ ລະດັບ
ຂົງເຂດຂຶ້ນມາວ່າ ອາດຈະສ້າງຄວາມເຄັ່ງຕຶງຢ່າງຮຸນແຮງ ກັບ
ຈີນໄດ້. ແຜນການດັ່ງກ່າວນີ້ ໄດ້ປະກາດ​ໃຫ້​ຊາບໃນວັນພຸດ
ອາທິດຜ່ານມານີ້ ຢູ່ທີ່ກອງປະຊຸມການເຈລະຈາດ້ານຍຸທະສາດ
ປະຈຳ​ປີ ລະຫວ່າງສອງປະເທດພັນທະມິດ ທີ່ເມືອງ Perth
ເມືອງຫຼວງຂອງ​ລັດອອສເຕຣເລຍຕາ​ເວັນ​ຕົກ.

ການຕິດຕັ້ງສະຖານີເຣດ້າແລະກ້ອງສ່ອງ​ອະວະກາດທີ່ມີພະລັງ
ສູງດັ່ງກ່າວໃນອອສເຕຣເລຍນັ້ນ ຄືພາກສ່ວນນຶ່ງຂອງການປະຕິ
ບັດການສືບລັບທີ່ທັນສະໄໝທີ່ສຸດຂອງສະຫະລັດ ຊຶ່ງໂຮມທັງສະຖານີ Pine Gap ຊຶ່ງເປັນ
ສະຖານີຕິດຕາມດາວທຽມ ທີ່ຕັ້ງຢູ່ໃກ້ເມືອງ Alice Springs ທາງພາກເໜືອ ຂອງປະເທດອອສເຕຣເລຍ.

ບັນດາດາວທຽມ ທີ່ສະຖານີດັ່ງກ່າວຄວບຄຸມນັ້ນ ຕາມລາຍງານວ່າ ມີຄວາມສາມາດກວມ ເອົາເນື້ອທີ່ກວ້າງເຖິງນຶ່ງສ່ວນສາມຂອງພື້ນທີ່ທັງໝົດ ຂອງໂລກ ຊຶ່ງໂຮມທັງບາ​ງ​ເຂດ​ຂອງ ຈີນ ຣັດເຊຍແລະພາກຕາເວັນອອກກາງ.

ທ່ານ Michael McGinley ນັກບັນລະຍາຍອາວຸໂສ ໃນດ້ານຄວາມສໍາ ພັນລະຫວ່າງຊາ ແລະການສຶກສາຍຸທະສາດ ປະຈໍາມະຫາວິທະຍາໄລ ແຫ່ງຊາດ ຂອງອອສເຕຣເລຍ ຫຼື Australian National University ເຊື່ອວ່າ ສະຖານີເຣດ້າແລະກ້ອງສ່ອງ​ອະວະກາດ ໃໝ່ດັ່ງກ່າວນີ້ ອາດຈະ​ສ້າງ​ຄວາມເປັນປໍລະປັກກັບຈີນໄດ້.

ກ່າວວ່າ: “ຈຸດເພັ່ງເລັງສ່ວນໃຫຍ່ແມ່ນຢູ່ເຂດອ້ອມແອ້ມ ເມືອງ Alice Springs
ທີ່ສະຖານີ Pine Gap ແຕ່ມັນກໍເປັນພາກສ່ວນ ຫຼັກຂອງການສືບລັບຖາວອນ
ຂອງ​ສະຫະລັດແຫ່ງນຶ່ງ ພາຍໃນປະເທດອອສເຕຣເລຍ ທີ່ຕິດຕາມ​ຄວບ​ຄຸມ​ເບິ່ງ​
ບໍລິ​ເວນ​ສ່ວນ​ໃຫຍ່ ຂອງຂົງເຂດເອເຊຍ-ປາຊິຟິກ ສະນັ້ນມັນບໍ່ແມ່ນສິ່ງໃໝ່ ແຕ່ ມັນກໍມີຄວາມ​ເປັນ​ໄປ​ໄດ້​ສູງ ທີ່ຈະເປັນອີກສິ່ງນຶ່ງ ທີ່ຈະ​ເກີດ​ການຂັດແຍ້ງ ​ໃນຄວາມສໍາພັນກັບຈີນ.”


ຖານທັບເຮືອແລະສະໜາມບິນແຫ່ງຕ່າງໆຂອງອອສເຕຣເລຍຖືວ່າສໍາຄັນທີ່ສຸດຕໍ່ແຜນ ການຂອງວໍຊິງຕັນ ທີ່ໄດ້ປະກາດອອກໄປເມື່ອປີຜ່ານມາ ເພື່ອຫັນຍຸດທະສາດຂອງຕົນ ເພັ່ງເລັງ​ໃສ່ຂົງເຂດເອເຊຍ-ປາຊິຟິກ ໃນຂະນະທີ່​ແສນ​ຍານຸພາບທາງທະຫານ ແລະການ ເຕີບ ໂຕທາງ​ດ້ານເສດຖະກິດຂອງ
ຈີນ ຍັງ​ສືບ​ຕໍ່ເພີ່ມຂຶ້ນໄປຢ່າງບໍ່ລົດລະນັ້ນ.

ຈີນໄດ້ໂຕ້ແຍ້ງວ່າການເຄຶ່ອນໄຫວຂອງສະຫະລັດເພື່ອເສີມຂະຫຍາຍການມີໜ້າຂອງຕົນ ຢູ່ໃນຂົງເຂດເອເຊຍຕາ​ເວັນ​ອອກແລະ​ມະຫາ​ສະມຸດປາຊິຟິກນັ້ນ ແມ່ນແນເປົ້າໝາຍ ໃສ່ ເພື່ອຄວບຄຸມການຂະຫຍາຍອິດທິພົນຢູ່ຂົງເຂດຂອງຈີນ ທີ່ກໍາລັງເຕີບໂຕຂຶ້ນໄປນັບມື້ນັ້ນ.

ລັດຖະມົນຕີປ້ອງກັນປະເທດແລະຕ່າງປະເທດຈາກທັງອອສເຕຣເລຍ ແລະ ສະຫະລັດໄດ້ ສະລຸບການເຈລະຈາກັນເປັນເວລາສອງມື້ທີ່ເມືອງ Perth ເມື່ອວັນພຸດອາທິດຜ່ານມານີ້ ໂດຍທີ່ທັງສອງຝ່າຍໄດ້ປຶກສາຫາລືກັນເຖິງ ການອະນຸມັດໃຫ້ອະເມຣິກັນ​ໃຊ້ຖານທັບ ອາກາດແລະທ່າ​ກຳ​ປັ່ນ​ແຫ່ງ​ຕ່າງໆ ໃນພາກເໜືອຂອງອອສເຕຣເລຍ ໃນອະນາຄົດໄດ້.

ຖະແຫຼງການຮ່ວມສະບັບນຶ່ງ ເວົ້າວ່າ ການເສີມຂະຫຍາຍການມີໜ້າທາງ ທະຫານ​ໃດໆກໍ​ຕາມຂອງສະຫະລັດຢູ່ໃນດິນແດນອອສເຕຣເລຍນັ້ນ ແມ່ນຈະຕ້ອງໄດ້ທໍາການສຶກສາ​ເພີ່ມ​ຕື່ມ ແລະຈະຕ້ອງມີການຕັດສິນໃຈຕື່ມອີກ ໂດຍທັງສອງລັດຖະບານ.

ຄວາມສໍາພັນດ້ານຄວາມໝັ້ນຄົງຢ່າງເປັນທາງການຂອງອອສເຕຣເລຍກັບ ສະຫະລັດນັ້ນ ແມ່ນຢ້ອນຫຼັງຄືນໄປໄດ້ຫຼາຍກວ່າ 60 ປີຜ່ານມາ ເຊັ່ນສົນທິສັນຍາ ANZUS ຊຶ່ງເປັນ ສົນທິ ສັນຍາດ້ານຄວາມໝັ້ນຄົງທີ່ປະກອບ ດ້ວຍສາມປະເທດຄື ອອສເຕຣເລຍ, ນີວຊີ ແລນດ໌ ແລະສະຫະລັດນັ້ນ ແມ່ນໄດ້ເຊັນລົງນາມກັນທີ່ນະຄອນ San Francisco ໃນ ເດືອນກັນຍາ ປີ 1951 ໃນຊ່ວງທີ່​ມີ​ຄວາມ​ເຄັ່ງ​ຕຶງສຸດຂອງສົງຄາມເຢັນ. ລັດຖະບານ ອອສເຕຣເລຍທີ່​ເຂົ້າກຳ​ອຳນາດ​ຕໍ່​ເນື່ອງກັນ​ມາ ແມ່ນໄດ້ຢືນຢັດວ່າ ການເປັນພັນທະມິດ ທາງທະຫານກັບ ສະຫະລັດນັ້ນ ຖືວ່າເປັນຫຼັກພື້ນຖານຕໍ່ຄວາມໝັ້ນຄົງໄລຍະຍາວຂອງ ອອສເຕຣເລຍ.
XS
SM
MD
LG