ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນ ອີຣ່ານ ກ່ຽວກັບ ການປະທ້ວງ.


US Puts Iran 'on Notice' Over Protests
please wait

No media source currently available

0:00 0:03:06 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ສະຫະລັດ ໄດ້ເຕືອນ ອີຣ່ານ ທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນວັນ
ສຸກທີ່ຜ່ານມາ, ກ່ຽວກັບ ການປະທ້ວງຕໍ່ຕ້ານລັດຖະບານໃນປະເທດສາທາລະນະລັດ
ອິສລາມນັ້ນ, ບ່ອນທີ່ປະຊາ ຊົນຫຼາຍກວ່າ 20 ຄົນຖືກຂ້າຕາຍ ແລະ ຖືກຈັບກຸມຈຳ
ນວນຫຼວງຫຼາຍໃນສັບປະດາທີ່ຜ່ານມາ. ນັກຂ່າວວີໂອເອ ມາກາເຣັດ ເບເຊຍ
"Magaret Besheer" ມີລາຍງານເພີ່ມເຕີມຈາກອົງການສະຫະປະຊາຊາດ, ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການປະທ້ວງທີ່ສະຫງົບໄດ້ແຜ່ລາມອອກໄປສູ່ຕົວເມືອງ ແລະ ເມືອງຕ່າງໆຫຼາຍສິບ
ແຫ່ງຂອງ ອີຣ່ານ ຢ່າງວ່ອງໄວ ນັບຕັ້ງແຕ່ມັນໄດ້ເລີ່ມຂຶ້ນໃນວັນທີ 28 ທັນວາປີກາຍນີ້.

ພວກປະທ້ວງພາກັນບໍ່ພໍໃຈ ກ່ຽວກັບ ສະຖານະພາບທາງເສດຖະກິດ ແລະ ການໃຊ້
ແຫຼ່ງຊັບພະຍາກອນຕ່າງໆຂອງລັດຖະບານໃນ ອີຣັກ, ຊີເຣຍ, ເລບານອນ ແລະ ເຢ
ເມນ, ແທນທີ່ຈະແມ່ນໃນປະເທດຕົນເອງ.

ທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາ
ຊາດກ່າວວ່າ “ມື້ນີ້ປະຊາຊົນ ອີຣ່ານ ໄດ້ພາກັນອອກມາເວົ້າຕໍ່ລັດຖະບານຂອງເຂົາເຈົ້າ,
ແລະ ຂໍ້ຄວາມຂອງເຂົາເຈົ້າແມ່ນບໍ່ສາມາດປະຕິເສດໄດ້. ຢຸດການສະໜັບສະໜູນລັດ
ທິກໍ່ການຮ້າຍ. ຢຸດເອົາເງິນຫຼາຍພັນລ້ານຂອງພວກເຮົາໄປໃຫ້ພວກນັກຂ້າ ແລະ ພວກ
ຜະເດັດການທັງຫຼາຍ. ຢຸດເອົາຊັບສິນຂອງພວກເຮົາ ແລະ ໃຊ້ມັນກັບພວກນັກຮົບຕ່າງ
ປະເທດ ແລະ ສົງຄາມທີ່ຕົນບໍ່ໄດ້ເຂົ້າຮ່ວມ. ຄິດກ່ຽວກັບພວກເຮົາແດ່.”

ທ່ານນາງ ເຮລີ ໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມສຸກເສີນ, ແຕ່ບໍ່ແມ່ນທຸກປະເທດສະມາ
ຊິກທີ່ເຫັນດີກັບສະພາວ່າ ມັນແມ່ນກອງປະຊຸມທີ່ຖືກຕ້ອງ. ການລົງຄະແນນສຽງສາທາ
ລະນະທີ່ຄາດວ່າຈະຂຶ້ນ ກ່ຽວກັບ ວ່າການຈັດກອງປະຊຸມຄວນຖືກຈັດຂຶ້ນຫຼືບໍ່ນັ້ນ ແມ່ນ
ໄດ້ຖືກຫຼີກລ່ຽງ, ແຕ່ຄວາມແບ່ງແຍກໃນສະພາ ແມ່ນຍັງຄົງເຫັນໄດ້ຢ່າງຊັດເຈນຢູ່.

ທູດພິເສດຂອງ ຣັດເຊຍ ແມ່ນຜູ້ທີ່ວິຈານໜັກກວ່າໝູ່. ທ່ານໄດ້ກ່າວຫາ ສະຫະລັດ
ກ່ຽວກັບ ການລ່ວງລະເມີດຕຳແໜ່ງໃນສະພາຂອງເຂົາເຈົ້າເພື່ອຈັດກອງປະຊຸມ ກ່ຽວ
ກັບ “ບັນຫາທາງການເມືອງພາຍໃນຂອງປະເທດນັ້ນຢ່າງສິ້ນເຊີງ” ແລະ ທ່ານຍັງໄດ້
ອ້າງອີງການປະທ້ວງຕ່າງໆຂອງ ອາເມຣິກາ ໃນອະດີດ.

ທ່ານ ວາສ໌ຊີລີ ເນເບັນເຊຍ "Vassily Nebenzia" ເອກອັກຄະລັດຖະທູດ ຣັດເຊຍ
ປະຈຳອົງການສະຫະປະຊາຊາດ ກ່າວວ່າ “ຂ້າພະເຈົ້າເຂົ້າໃຈເຫດຜົນຂອງເຈົ້າ, ແລ້ວ
ພວກເຮົາຄວນຈັດກອງປະຊຸມຂອງສະພາຄວາມໝັ້ນຄົງ ຫຼັງຈາກເຫດການຕ່າງໆໃນ
ເມືອງ ເຟີກູສັນ "Ferguson" ໃນລັດ ມິສຊູຣີ "Missouri," ຫຼື ຫຼັງຈາກການແຕກກະ
ຈາຍ ໂດຍການໃຊ້ກຳລັງຂອງຂະບວນການຄອບຄອງຕະຫຼາດຮຸ້ນ ວອລ໌ ສຕຣິີດ
"Wall Street" ໃນນະຄອນ ແມນແຫັດຕັນ "Manhattan." ຫຼືບາງເທື່ອພວກເຮົາຄວນ
ສະເໜີຈັດກອງປະຊຸມສະພາຄວາມໝັ້ນຄົງ ເມື່ອເກີດມີຄື້ນຂອງການປະທ້ວງໃນບາງ
ປະເທດຕາເວັນຕົກບໍ?”

ແຕ່ແມ່ນກະທັ້ງທີ່ບັນດາພັນທະມິດດັ້ງເດີມຂອງ ສະຫະລັດ ກໍຍັງໄດ້ສະແດງຂໍ້ຄັດຄ້ານ
ບາງຢ່າງ.

ທ່ານ ຝຣັງຊົວ ເດີລັທຣ໌ "Francois Delattre" ເອກອັກຄະລັດຖະທູດ ຝຣັ່ງ ປະຈຳອົງ
ການສະຫະປະຊາຊາດ ກ່າວວ່າ “ມັນຂຶ້ນກັບຊາວ ອີຣ່ານ, ແລະ ສຳລັບຊາວ ອີຣ່ານ
ເທົ່ານັ້ນ, ທີ່ຈະປະຕິບັດຕາມແນວທາງຂອງການເຈລະຈາສັນຕິພາບ, ເປັນການເຈລະ
ຈາທີ່ອີງໃສ່ການເຄົາລົບສິດເສລີ ພາບພື້ນຖານຂອງປະຊາຊົນ ອີຣ່ານ ຢ່າງຄົບຖ້ວນ.
ແນວໃດກໍຕາມ ຄວາມເປັນຫ່ວງຕໍ່ເຫດການຕ່າງໆໃນສອງ ສາມວັນທີ່ຜ່ານມາໃນ
ອີຣ່ານ ອາດຈະບໍ່ປະກອບມີໄພຂົ່ມຂູ່ຕໍ່ຄວາມສັນຕິພາບ ແລະ ຄວາມປອດໄພຂອງສາ
ກົນ.”

ຄະນະຜູ້ແທນ ຢູໂຣບ ບາງຄົນໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການຮັກສາຂໍ້ຕົກ
ລົງນິວເຄລຍ ອີຣ່ານ ປີ 2015 ໄວ້ຢູ່ໃນສະພາບປັດຈຸບັນ.

ທ່ານນາງ ໄອຣີນາ ນີໂອນີ "Irina Nyoni" ຮອງທູດ ສວີເດັນ ປະຈຳອົງການສະຫະປະ
ຊາຊາດກ່າວວ່າ “ການລ່ວງລະເມີດສິດທິມະນຸດໃນ ອີຣ່ານ ຕ້ອງຖືກແຍກອອກຈາກ
ແຜນປະຕິບັດການຮ່ວມຮອບດ້ານ. ສວີເດັນ ແລະ ສະຫະພາບ ຢູໂຣບ ຮັບຮູ້ຢ່າງຊັດ
ເຈນ ກ່ຽວກັບ ການສະໜັບສະໜູນຢ່າງເຕັມທີ່ຂອງພວກເຮົາ ສຳລັບຂໍ້ຕົກລົງນັ້ນ. ການ
ປະຕິບັດການຂອງເຂົາເຈົ້າທີ່ໄດ້ສືບຕໍ່ມານັ້ນ ແມ່ນມີຄວາມສຳຄັນຍິ່ງ.”

ທູດພິເສດຂອງ ອີຣ່ານ ໄດ້ປະຕິເສດການປະທ້ວງວ່າ ບໍ່ມີຂໍ້ຍົກເວັ້ນ.

ທ່ານ ໂກລາມາລີ ໂຄຊ໌ຣູ "Gholamali Khoshroo" ເອກອັກຄະລັດຖະທູດ ອີຣ່ານ
ປະຈຳອົງການສະຫະປະຊາຊາດກ່າວວ່າ “ໃນທຸກໆປະເທດປະຊາທິປະໄຕ, ມາແຕ່ໃດ
ແລ້ວ, ປະຊາຊົນຈະໄປເຕົ້າໂຮມໃນຖະໜົນເພື່ອປະທ້ວງ ກ່ຽວກັບ ບັນຫານຶ່ງ ຫຼື ອີກ
ອັນນຶ່ງ, ແລະ ອີຣ່ານ ແມ່ນບໍ່ມີຂໍ້ຍົກເວັ້ນ. ໃນທຸກປະເທດ ກອງກຳລັງຮັກສາຄວາມ
ປອດໄພບໍ່ວ່າເຂົາເຈົ້າຈະເປັນຕຳຫຼວດ, ກອງກຳລັງຮັກສາດິນແດນ ຫຼື ອື່ນໆ ແມ່ນຈະ
ໄປມີໜ້າເພື່ອຮັບປະກັນວ່າ ການປະທ້ວງແມ່ນຍັງຄົງມີຄວາມສະຫງົບ, ແລະ ອີກຄັ້ງນຶ່ງ,
ອີຣ່ານ ແມ່ນບໍ່ມີຂໍ້ຍົກເວັ້ນ.”

ບັນດາສະມາຊິກສະພາຄວາມໝັ້ນຄົງ ປົກກະຕິຈະຮຽກຮ້ອງໃຫ້ລັດ ຖະບານ ອີຣ່ານ
ຫຼີກເວັ້ນການໃຊ້ກຳລັງເກີນຂອບເຂດ ແລະ ເພື່ອຮັບປະກັນ ແລະ ເຄົາລົບສິດທິໃນການ
ສະແດງອອກຄວາມຄິດເຫັນຢ່າງເສລີ ແລະ ການເຕົ້າໂຮມກັນຂອງຂອງປະຊາຊົນ.
ເຂົາເຈົ້າກໍຍັງໄດ້ຮຽກຮ້ອງໃຫ້ເປີດໃຊ້ອິນເຕີແນັດຄືນ, ເຊິ່ງລັດຖະບານ ອີຣ່ານ ໄດ້ປິດ
ໄວ້ ເພື່ອຈຳກັດການສື່ສານຂອງພວກປະທ້ວງນັ້ນ.

XS
SM
MD
LG