ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນ ກຽມຮັບມື ສຳລັບ ຂໍ້ກ່າວຫາ ຈາກການສືບສວນ ຣັດເຊຍ ທີ່ເຊື່ອມໂຍງ ກັບການເລືອກຕັ້ງ ສຫລ


ອະດີດ ຜູ້ອຳນວຍການອົງການ ສັນຕິບານກາງ ຫຼຶື FBI ທ່ານ Robert Mueller, ຜູ້ທີ່ເປັນໄອຍະການພິເສດ ນຳພາການ
ສອບສວນ ຣັດເຊຍ ໃນການແຊກແຊງເຂົ້າໃນ ການເລືອກ
ຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ກຳລັງຍ່າງອອກມາຈາກ ລັດຖະສະພາ ຫຼື Capitol Hill ຫຼັງຈາກໄດ້ເຂົ້າຮ່ວມກອງປະຊຸມປິດລັບ ໃນວໍຊິງຕັນ, ວັນທີ 21 ມິຖຸນາ 2017.
ອະດີດ ຜູ້ອຳນວຍການອົງການ ສັນຕິບານກາງ ຫຼຶື FBI ທ່ານ Robert Mueller, ຜູ້ທີ່ເປັນໄອຍະການພິເສດ ນຳພາການ ສອບສວນ ຣັດເຊຍ ໃນການແຊກແຊງເຂົ້າໃນ ການເລືອກ ຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ກຳລັງຍ່າງອອກມາຈາກ ລັດຖະສະພາ ຫຼື Capitol Hill ຫຼັງຈາກໄດ້ເຂົ້າຮ່ວມກອງປະຊຸມປິດລັບ ໃນວໍຊິງຕັນ, ວັນທີ 21 ມິຖຸນາ 2017.

ໃນວັນຈັນມື້ນີ້ ວໍຊິງຕັນ ກຳລັງກຽມຮັບມື ກັບຄວາມເປັນໄປໄດ້ ຂອງການເປີດເຜີຍເປັນ
ຄັ້ງທຳອິດ ຂໍ້ກ່າວຫາທາງອາຍາຕ່າງໆ ທີ່ເຊື່ອມໂຍງກັບການແຊກແຊງ ເຂົ້າໃນການ
ເລືອກຕັ້ງ ປະທານາທິບໍດີ ສະຫະລັດ ໂດຍຣັດເຊຍ ໃນຂະນະທີ່ ປະທານາທິບໍດີ ດໍໂນລ
ທຣຳ ໄດ້ກ່າວຢ້ຳຈຸດຢືນຂອງທ່ານວ່າ ເບື້ອງຫລັງຂອງການສືບສວນສອບສວນນັ້ນ ແມ່ນ
ເປັນການ “ຫາເລື່ອງຈັບຜິດ ຫຼື witch hunt” ນັ້ນເອງ.

ຄະນະຕຸລາການລັດຖະບານກາງ ໃນວັນສຸກທີ່ຜ່ານມາ ໄດ້ຮັບຮອງເອົາຂໍ້ກ່າວຫາຕ່າງໆ
ໃນການສືບສວນທີ່ນຳພາໂດຍ ໄອຍະການພິເສດ ທ່ານຣໍເບີດ ມູລເລີ ອິງຕາມແຫລ່ງ
ຂ່າວສຳຄັນໆ ຈຳນວນນຶ່ງ ທີ່ໄດ້ລາຍງານວ່າ ເຫດການດັ່ງກ່າວ ອາດຈະຖືກເປີດເຜີຍ
ຕໍ່ມວນຊົນ ໄວເທົ່າທີ່ຈະໄວໄດ້ ໃນວັນຈັນມື້ນີ້.

ບໍ່ມີການເປີດເຜີຍ ທີ່ຊີ້ໃຫ້ເຫັນວ່າ ຜູ້ໃດ ຈະປະເຊີນກັບຂໍ້ກ່າວຫາທັງຫຼາຍ ຫຼື ການກະທຳ
ຄວາມຜິດທາງອາຍາແນວໃດ ຕາມການກ່າວຫານັ້ນ. ບັນດານັກຊ່ຽວຊານດ້ານກົດໝາຍ
ກ່າວວ່າ ຂໍ້ກ່າວຫາຄັ້ງທຳອິດ ອາດຈະແມ່ນຕໍ່ບຸກຄົນຢູ່ພາຍນອກ ໃນຄະດີນີ້ ໂດຍທີ່
ພວກໄອຍະການ ໃຊ້ຍຸດທະສາດທົ່ວໄປ ໃນຂັ້ນຕົ້ນເພື່ອສ້າງຄະດີຂອງພວກເຂົາເຈົ້າ
ຕໍ່ພວກເຈົ້າໜ້າທີ່ລະດັບຕ່ຳເສຍກ່ອນ ແລ້ວຈຶ່ງສຸມໃສ່ພວກຄົນທີ່ໂດດເດັ່ນກວ່າ.

ນອກຈາກການສືບສວນຂອງທ່ານມູລເລີ ແລ້ວ ກໍຍັງມີການສືບສວນຕ່າງຫາກ ເຂົ້າໃນ
ການແຊກແຊງ ແລະ ການເຊື່ອມໂຍງທີ່ອາດເປັນໄປໄດ້ ລະຫວ່າງ ຄະນະໂຄສະນາ
ຫາສຽງຂອງທ່ານທຣຳ ແລະ ຣັດເຊຍ ຂອງລັດຖະສະພານຳດ້ວຍ.

ປະຊາຄົມ ສືບລັບສະຫະລັດ ໄດ້ສະຫລຸບຜົນ ໃນຕົ້ນປີ 2017 ວ່າ ປະທານາທິບໍດີ
ວາລາດິເມຍ ປູຕິນ ຂອງຣັດເຊຍ ໄດ້ຊີ້ນຳເປັນການສ່ວນຕົວ ການລະດົມເພື່ອທຳລາຍ
ລະບອບປະຊາທິປະໄຕຂອງສະຫະລັດ ແລະ ຊ່ອຍເຮັດໃຫ້ທ່ານທຣຳ ໄດ້ຮັບໄຊຊະນະ.

ທ່ານທຣຳ ໄດ້ເນັ້ນຢ້ຳວ່າ ບໍ່ມີການສົມຮູ້ຮ່ວມຄິດ ລວມທັງການຂຽນລົງທາງ Twitter
ຫຼາຍຄັ້ງ ໃນວັນອາທິດວານນີ້ ຊຶ່ງໃນນັ້ນ ທ່ານໄດ້ກ່າວວ່າ ພັກເດໂມແຄຣັດ ແລະ ຂູ່ແຂ່ງ
ໃນການເລືອກຕັ້ງຂອງທ່ານ ຄືທ່ານນາງ ຮີລລາຣີ ຄລິນຕັນ ແມ່ນເປັນຜູ້ທີ່ມີຄວາມຜິດ.

ທ່ານທຣຳ ໄດ້ຂຽນວ່າ “ພວກເດໂມແຄຣັດ ແມ່ນກຳລັງໃຊ້ຄວາມຂີ້ຮ້າຍອັນນີ້ ແລະ ບໍ່ດີ
ສຳລັບປະເທດຊາດຂອງພວກເຮົາ ຄືການຊອກເລື່ອງຈັບຜິດ ເພື່ອທາງການເມືອງ ທີ່
ຊົ່ວຮ້າຍ ແຕ່ພວກຣີພັບບລີກັນ ບັດນີ້ ກໍກຳລັງຕໍ່ສູ້ຕ້ານຢັນທີ່ບໍ່ເຄີຍມີມາກ່ອນ ຄືກັນ.
ເລື່ອງຄວາມຜິດຂອງພວກເດໂມແຄຣັດ ແລະ ຄລິນຕັນ ຍັງມີຫຼາຍກວ່ານີ້ ແລະ ບັດນີ້
ຄວາມຈິງແມ່ນກຳລັງຈະຫລັ່ງໄລອອກມາ .ໃຫ້ເຮັດຢ່າງໃດຢ່າງນຶ່ງ!”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ Michael Flynn ນັ່ງຢູ່ໃນຫ້ອງການ ກ້ຳຕາເວັນອອກ ຂອງທຳນຽບຂາວ ກ່ອນໜ້າການເລີ່ມກອງປະຊຸມຖະແຫລງຂ່າວ ຂອງປະທານາທິບໍດີ ດໍໂນລທຣຳ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ວັນທີ 10 ກຸມພາ 2017.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ Michael Flynn ນັ່ງຢູ່ໃນຫ້ອງການ ກ້ຳຕາເວັນອອກ ຂອງທຳນຽບຂາວ ກ່ອນໜ້າການເລີ່ມກອງປະຊຸມຖະແຫລງຂ່າວ ຂອງປະທານາທິບໍດີ ດໍໂນລທຣຳ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ວັນທີ 10 ກຸມພາ 2017.

ທ່ານສືບຕໍ່ຖິ້ມໂທດໃສ່ ການສືບສວນສອບສວນຣັດເຊຍ ທີ່ໄດ້ດຶງເອົາຄວາມສົນໃຈ
ອອກໄປຈາກຄວາມພະຍາຍາມຂອງພັກຣີພັບບລີກັນ ຕໍ່ການປະຕິຮູບພາສີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG