ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໄບເດັນ ຮຽກຮ້ອງໃຫ້ສະພາສູງ ຮັບຜ່ານກົດໝາຍ ເພື່ອອັດຊ່ອງຫວ່າງ ໃນການກວດປະຫວັດ ຜູ້ຊື້ປືນ


ຕຳຫຼວດເມືອງບູລເດີ ຢືນຍາມຮັກສາພະນັກງານຕະຫຼາດ King Soopers ອອກຈາກບ່ອນເກີດເຫດ ວັນທີ 22 ມີນາ 2021.
ຕຳຫຼວດເມືອງບູລເດີ ຢືນຍາມຮັກສາພະນັກງານຕະຫຼາດ King Soopers ອອກຈາກບ່ອນເກີດເຫດ ວັນທີ 22 ມີນາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນວັນອັງຄານວານນີ້ ໄດ້ຮຽກ ຮ້ອງໃຫ້ທົ່ວປະເທດ ໃຫ້ຫ້າມໃຊ້ອາວຸດສົງຄາມ ຫຼັງຈາກໄດ້ມີການຍິງກັນ ຢູ່ ລັດໂຄໂລຣາໂດ ທີ່ ເຮັດໃຫ້ 10 ຄົນເສຍຊີວິດ ຮວມທັງເຈົ້າໜ້າທີ່ຕຳຫຼວດ ນຶ່ງຄົນ.

ໃນການຖະແຫຼງຈາກທຳນຽບຂາວ ທ່ານໄບເດັນກ່າວວ່າ “ຂ້າພະເຈົ້າບໍ່ຕ້ອງ ການລໍຖ້າ ແມ່ນແຕ່ນາທີນຶ່ງ ບໍ່ຕ້ອງເວົ້າເຖິງນຶ່ງຊົ່ວໂມງ ເພື່ອເອົາບາດກ້າວ ທີ່ມີສາມັກສຳນຶກ ໃນການປົກປ້ອງຊີວິດ.” ທ່ານໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາຕໍ່າ ແລະສະພາສູງ ດຳເນີນການ ດັ່ງກ່າວ.

ທ່ານໄບເດັນໄດ້ກ່າວວ່າ “ພວກເຮົາສາມາດຫ້າມ ໃນການໃຊ້ອາວຸດສົງຄາມ ແລະເຄື່ອງບັນຈຸລູກປືນທີ່ໃສ່ໄດ້ຫຼາຍ ” ແລະທ່ານໃຫ້ຂໍ້ສັງເກດວ່າ ທ່ານໄດ້ ກ່ຽວກັບຮ່າງກົດໝາຍທີ່ຄ້າຍຄືກັນນີ້ ເວລາທ່ານຍັງເປັນສະມາ
ຊິກສະພາສູງ ແລະປະທານຄະນະກຳມະການຍຸຕິທຳສະພາສູງ. ຮ່າງກົດໝາຍດັ່ງກ່າວໄດ້ຖືກ ຮັບຜ່ານໃນປີ 19994 ແຕ່ໄດ້ປ່ອຍໃຫ້ໝົດອາຍຸ 10 ປີຕໍ່ມາ.

ນອກນັ້ນ ທ່ານໄບເດັນຍັງໄດ້ຮຽກຮ້ອງໃຫ້ສະພາສູງ ຮັບຜ່ານມາດຕະການ ທີ່ ໄດ້ມີການຮັບຮອງເອົາໂດຍສະພາຕໍ່າ ທີ່ຈະປິດຊ່ອງຫວ່າງ ທາງດ້ານກົດໝາຍ ທີ່ຕ້ອງການກວດປະຫວັດຂອງພວກຊື້ປືນ.

ຄະນະກຳມະການຍຸຕິທຳສະພາສູງ ໃນວັນອັງຄານວານນີ້ ໄດ້ຈັດການຮັບຟັງ ຄຳໃຫ້ການເທື່ອທຳອິດ ຂອງຈໍານວນຫຼາຍຄັ້ງ ເພື່ອຫາລື ກ່ຽວກັບການຊອກ ຫາທາງຫລຸດຜ່ອນຄວາມຮຸນແຮງຈາກການໃຊ້ອາວຸດປືນ.

ທ່ານໄບເດັນ ກ່າວວ່າ ຫົວໃຈຂອງທ່ານ ແມ່ນສົ່ງໄປຫາ ບັນດາຜູ້ລອດຊີວິດ ແລະ ຄອບຄົວຂອງຜູ້ເຄາະຮ້າຍ ໃນການຍິງກັນຢູ່ເມືອງບູລເດີ.

ຕຳຫຼວດກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າໄດ້ຈັບຜູ້ຕ້ອງສົງໄສ ອາຍຸ 21 ປີ ທ້າວອາມາດ ອາລ ອາລີວີ ອາລິສຊາ ມາກັກຂັງ. ລາວໄດ້ຖືກກ່າວຫາ 10 ກະທົງໃນການຄາດຕະກຳ ທີ່ພົວພັນກັບການຍິງກັນ ຢູ່ຕະຫຼາດຂາຍເຄື່ອງກິນ ທີ່ເມືອງບູລເດີ ໃນວັນຈັນທີ່ຜ່ານມາ.

ຮວມຢູ່ໃນບັນດາຜູ້ເຄາະຮ້າຍນັ້ນ ແມ່ນອາຍຸແຕ່ 20 ປີ ຫາ 65 ປີ ແລະເຈົ້າ ໜ້າທີ່ຕຳຫຼວດຄົນນຶ່ງ ທ່ານອາຣິກ ໂທລເລ ແມ່ນຜູ້ນຶ່ງທີ່ມາຮອດກ່ອນ ແລະໄດ້ ຍິງຕໍ່ສູ້ກັນກັບຜູ້ຕ້ອງສົງໄສ ຜູ້ທີ່ຖືອາວຸດທີ່ມີລາຍງານວ່າ ເປັນອາວຸດປືນສຳລັບ ການໂຈມຕີ. ບໍ່ມີເຈົ້າໜ້າທີ່ຕຳຫຼວດຄົນໃດ ໄດ້ຮັບບາດເຈັບ.

ມາຮອດເວລານີ້ ຍັງບໍ່ທັນຊາບເຖິງສາເຫດໃນການຍິງກັນເທື່ອ.

ອ່ານຂ່າງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG