ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ສະຫຼອງຄົບຮອບນຶ່ງປີ ໃນການເປັນປະທານາທິບໍດີ ສະຫະລັດ ດ້ວຍກອງປະຊຸມຖະແຫຼງຂ່າວ ຄັ້ງທຳອິດໃນປີ 2022


ປະທານາທິບໍດີ ໂຈ ໄບເດັນ ລົມກັບນັກຂ່າວ ກ່ອນຂຶ້ນເຮລິຄັອບເຕີ Marine One ຢູ່ເດີນຫຍ້າກ້ຳໃຕ້ຂອງທຳນຽບຂາວ. 11 ມັງກອນ, 2022, in Washington.
ປະທານາທິບໍດີ ໂຈ ໄບເດັນ ລົມກັບນັກຂ່າວ ກ່ອນຂຶ້ນເຮລິຄັອບເຕີ Marine One ຢູ່ເດີນຫຍ້າກ້ຳໃຕ້ຂອງທຳນຽບຂາວ. 11 ມັງກອນ, 2022, in Washington.

ໃນວັນກ່ອນວັນຄົບຮອບນຶ່ງປີຂອງການດຳລົງຕຳແໜ່ງຂອງທ່ານ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະຈັດກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວໃນວັນພຸດມື້ນີ້ ດ້ວຍສອງພາກ ສ່ວນທີ່ສຳຄັນ ຂອງວາລະແຜນການຂອງທ່ານຍັງຄ້າງຄາຢູ່ລັດຖະສະພາ ແລະ ໂຣກລະບາດ ໂຄວິດ-19 ຍັງສ້າງຄວາມເສຍຫາຍຢູ່ໃນປະເທດ ແລະ ຕ່າງປະເທດ.

ກອງປະຊຸມຖະແຫຼງຂ່າວຄັ້ງທຳອິດຂອງປະທານາທິບໍດີ ໄບເດັນ ໃນປີ 2022 ຈະມີຂຶ້ນໃນຂະນະທີ່ຄວາມນິຍົມໃນການສຳຫຼວດຄວາມຄິດເຫັນຂອງບັນດາຜູ້ລົງຄະແນນສຽງໄດ້ຕົກລົງຢ່າງສະໝໍ່າສະເໝີນັບຕັ້ງແຕ່ການຖອນກຳລັງ ສະຫະລັດ ທີ່ມີຄວາມວຸ້ນວາຍອອກຈາກ ອັຟການິສຖານ ເມື່ອເດືອນກັນຍາທີ່ຜ່ານມາ.

ລະດັບຄວາມເຫັນຊອບທີ່ຕໍ່າຂອງທ່ານໄດ້ຮຸນແຮງຂຶ້ນຍ້ອນທັດສະນະຄະຕິ ກ່ຽວກັບ ການຮັບມືກັບໂຣກລະບາດໄວຣັສໂຄໂຣນາຂອງທ່ານ, ເຊິ່ງໄດ້ມຸ່ງໜ້າເຂົ້າສູ່ປີທີສາມເຖິງແມ່ນລັດຖະບານໄດ້ທຳການປຸກລະດົມສັກຢາຢ່າງສຸດຂີດກໍຕາມ. ບັນດານັກຊ່ຽວຊານສາທາລະນະສຸກໄດ້ຕິໜິຕິຕຽນລັດຖະບານສຳລັບການບໍ່ສາ ມາດຄາດການເກີດຂຶ້ນຂອງສາຍພັນແດລຕ້າ ແລະ ໂອໄມຄຣອນຂອງໄວຣັສໂຄໂຣນາ, ພ້ອມກັບການບໍ່ສາມາດທີ່ຈະຂະຫຍາຍຄວາມສາມາດໃນການກວດ ໂຄວິດ-19, ລວມທັງການເຮັດອຸປະກອນກວດໂຣກທີ່ວ່ອງໄວມີໄວ້ໃຫ້ປະຊາຊົນ ອາເມຣິກັນ ທຸກຄົນ.

ແນວໃດກໍຕາມ ທ່ານ ໄບເດັນ ແມ່ນສາມາດທີ່ຈະຊີ້ນຳກົດໝາຍມູນຄ່າ 1 ພັນຕື້ໂດລາເພື່ອຄໍ້າຈູນພື້ນຖານໂຄງລ່າງທີ່ກຳລັງພັງລົງຂອງປະເທດຜ່ານລັດຖະສະພາ, ເຊິ່ງແມ່ນການພະຍາຍາມຂອງທ່ານທີ່ຈະຂໍການຮັບຜ່ານຄັ້ງສຸດທ້າຍ ກ່ຽວກັບ ໂຄງການປະກັນສັງຄົມ “ສ້າງຄືນໃຫ້ດີກວ່າເກົ່າ” ທີ່ມີມູນຄ່າ 1 ພັນ 8 ຮ້ອຍຕື້ໂດລາ ແລະ ໂຄງການສະພາບອາກາດປ່ຽນແປງໃນ ສະຫະລັດ. ສະພາສູງແມ່ນໄດ້ຄັດຄ້ານດ້ວຍສະມາຊິກຄົນນຶ່ງຂອງພັກເດໂມແຄຮັດຂອງທ່ານເອງ, ທ່ານ ໂຈ ແມນຊິນ ທີ່ນິຍົມແນວທາງເປັນກາງຈາກລັດ ເວີຈິເນຍ ຕາເວັນຕົກ, ຜູ້ທີ່ຖືຄະແນນສຽງທີ່ສຳຄັນໃນສະພາສູງທີ່ແບ່ງອອກຢ່າງເທົ່າທຽມກັນ.

ອົງການຂ່າວ ຣອຍເຕີ ໄດ້ລາຍງານວ່າ ທຳນຽບຂາວ ແມ່ນກຳລັງກະກຽມຮ່າງກົດໝາຍ ສ້າງຄືນໃຫ້ດີກວ່າເກົ່າ ທີ່ຖືກຕັດຮອນລົງໃໝ່ ເຊິ່ງອາດຈະຕັດບາງລາຍການອອກເຊັ່ນ ພາສີລາຍຮັບເດັກ ນ້ອຍ ແລະ ການລາພັກຄອບຄົວ ເພື່ອທີ່ຈະໃຫ້ໄດ້ການສະໜັບສະໜູນຂອງທ່ານ ແມນຊິນ.

ທ່ານ ແມນຊິນ ແລະ ສະມາຊິກສະພາສູງສັງກັດພັກເດໂມແຄຣັດອີກຄົນນຶ່ງ, ທ່ານນາງ ເຄີສເຕັນ ຊີເນມາ ຈາກລັດ ອາຣິໂຊນາ, ແມ່ນໄດ້ກີດກັ້ນການຮັບຜ່ານຮ່າງກົດໝາຍສິດທິໃນການລົງຄະ ແນນສຽງສອງສະບັບຂອງທ່ານ ໄບເດັນ ເຊັ່ນກັນ, ຍ້ອນການບໍ່ເຫັນດີຂອງເຂົາເຈົ້າທີ່ຈະປ່ຽນແປງກົດລະບຽບທີ່ມີມາດົນນານຂອງສະພາສູງ ທີ່ຮຽກຮ້ອງສະມາຊິກ 60 ຄົນຈາກ 100 ຄົນຂອງສະພາ​ສູງລົງຄະແນນສຽງ ເພື່ອເຄື່ອນຮ່າງກົດໝາຍໄປລົງຄະແນນສຽງຄັ້ງສຸດທ້າຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG