ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດອາເມຣິກາ ມອບເຄື່ອງຊ່ວຍເຫຼືອ ດ້ານການແພດ ແກ່ ສປປ ລາວ


ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ (ທີ 6 ຈາກຂວາ) ມອບຊຸດປ້ອງກັນສ່ວນຕົວ ແລະເຄື່ອງໃຊ້ການແພດ ໃຫ້ແກ່ ດຣ. ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ເມື່ອວັນທີ 25 ພຶດສະພາ 2021.
ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ (ທີ 6 ຈາກຂວາ) ມອບຊຸດປ້ອງກັນສ່ວນຕົວ ແລະເຄື່ອງໃຊ້ການແພດ ໃຫ້ແກ່ ດຣ. ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ເມື່ອວັນທີ 25 ພຶດສະພາ 2021.

ທ່ານເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ດຣ. ປີເຕີ ເຮມ໋ອນ ໄດ້ມອບຊຸດປ້ອງ ກັນສ່ວນຕົວຫຼື PPE ແລະ ເຄື່ອງໃຊ້ທາງການແພດ ໃຫ້ແກ່ທ່ານ ດຣ. ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງການມອບໃນຄັ້ງນີ້ ແມ່ນມີຂຶ້ນໃນວັນທີ 25 ພຶດສະ ພາ ແລະຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງສະຫະລັດອາເມຣິກາ ເຂົ້າໃນການຊ່ວຍ ເຫລືອວຽກງານຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ. ຊຸດປ້ອງກັນຕົວແລະເຄື່ອງໃຊ້ດ້ານ ດັ່ງກ່າວ ແມ່ນເປັນການມອບຄັ້ງທຳອິດໃນການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫຼືອຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ ກະຊວງປ້ອງກັນປະເທດສະຫະລັດໃຫ້ແກ່ສູນກັກບໍລິເວນ 25 ແຫ່ງທົ່ວປະເທດ ຂອງ ສປປ ລາວ.

ຈຸດປະສົງຂອງການມອບເຄື່ອງດັ່ງກ່າວແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນແລະຜູ້ທີຖືກກັກບໍລິເວນໃນແຕ່ລະ ສູນທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານ ຂອງອົງການອາຫານໂລກ ທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດ 203,000 ໂດລາ.

ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າ “ຂ້າພະເຈົ້າຂໍຊົມເຊີຍ ການນຳຂອງລັດຖະ ບານ ສປປ ລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ຂ້າພະເຈົ້າພູມໃຈທີ່ໄດ້ມອບອຸປະກອນການແພດເຫຼົ່ານີ້ ໃຫ້ແກ່ບຸກຄະລາກອນແພດໝໍ ທີ່ເຮັດວຽກປະຈຳ ຢູ່ສູນກັກບໍລິເວນແລະຜູ້ທີຖືກກັກບໍລິເວນໃນສູນຕ່າງໆ.

ພວກເຮົາຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19 ນີ້ເປັນສ່ວນໜື່ງຂອງການສືບຕໍ່ການຮ່ວມມືລະຫວ່າງ ສະຫະລັດ ແລະ ສປປ ລາວ ໂດຍການເປັນຄູ່ຮ່ວມມືແບບກວມລວມ ພາຍໃຕ້ຂໍ້ຕົກລົງຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ແລະອະດີດປະທານປະເທດ ທ່ານບຸນຍັງ ວໍລະຈິດ ໃນໄລຍະ 5 ປີທີ່ຜ່ານມາ.

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ເນັ້ນໜັກໃຫ້ເຫັນການສືບຕໍ່ການຊ່ວຍເຫຼືອຂອງສະຫະ ລັດອາເມຣິກາໃຫ້ແກ່ ສປປ ລາວ ເຊີ່ງເຫັນໄດ້ເຖິງສິ່ງທີ່ທ້າທ້າຍໃນການການຄວມຄຸມພະຍາດໂຄ ວິດ-19 ນີ້ ແລະ ກະຊວງປ້ອງກັນປະເທດສະ ຫະລັດ ກໍຈະຍັງສືບຕໍ່ໃນການເປັນຄູ່ຮ່ວມງານທີ່ດີເພື່ອສ້າງຄວາມອາດສາມາດໃນໄລຍະຍາວ ເຂົ້າໃນວຽກງານສາທາລະນະສຸກ.

ໃນໄລຍະຫຼາຍປີທີ່ຜ່ານມາ, ກະຊວງປ້ອງກັນປະເທດສະຫະລັດ ໄດ້ມີການເຮັດວຽກຮ່ວມກັບ ກະຊວງສາທາລະນະສຸກ ແລະ ກົມເສນາຮັກ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ການຊ່ວຍເຫຼືອເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະທາລະນະສຸກຂອງປະຊາຊົນລາວ ເຊີ່ງເປັນການປະກອນສ່ວນທີ່ມີມູນຄ່າຫຼາຍກວ່າ 2 ລ້ານ 4 ແສນໂດລາ ໃນຂົງເຂດວຽກງານສ້າງຕືກອາຄານໂຮງໝໍ ລົດແພດສຸກເສີນ ພາກສະໜາມ ອຸປະກອນການແພດ ໃນຫ້ອງວິເຄາະ ອຸປະກອນທີ່ໃຊ້ໃນການກວດພະຍາດໂຄວິດ-19 ແລະ ຊຸດປ້ອງກັນສ່ວນຕົວ.

ການມອບຮັບໃນຄັ້ງນີ້ ເປັນພຽງສ່ວນນຶ່ງຂອງການຊ່ວຍເຫຼືອໂດຍກົງ ຫຼາຍກວ່າ 8 ລ້ານໂດລາ ຂອງລັດຖະບານສະຫະລັດ ໃຫ້ແກ່ລັດຖະບານ ສປປ ລາວ ນັບຕັ້ງແຕ່ມີການເລີ້ມຕົ້ນການແຜ່ລະບາດຂອງພະຍາດ. ພ້ອມດຽວກັນນັ້ນ ໃນປີນີ້ ກໍ່ເປັນການສະຫຼອງ ຄົບຮອບ 5 ປີ ໃນການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ.

VIENTIANE, LAO PDR — U.S. Ambassador Dr. Peter M. Haymond presented personal protective equipment and hygiene supplies to Minister of Health Dr. Bounfeng Phoummalysith, on May 25, 2021 as part of the United States’ ongoing COVID-19 support to Lao PDR. The equipment and supplies were the first of two deliveries of supplies via the U.S. Department of Defense’s Indo-Pacific Command to outfit 25 Quarantine Centers across Laos. The deliveries offer much needed resupply for healthcare workers, facilities maintenance workers, and visitors at each quarantine center, supporting World Food Program efforts there. This support is valued at $203,000 USD.

“I commend the Government of Laos’ leadership and efforts to keep the COVID-19 pandemic under control,” said Ambassador Haymond. “I am proud to hand over these supplies to support the healthcare workers, facilities maintenance workers, and visitors at the quarantine centers. We will continue to support the Lao PDR in controlling COVID-19, as part of the U.S.-Lao Comprehensive Partnership established five years ago by former Presidents Barack Obama and Bounnhang Vorachit.”

This handover highlights the United States’ sustained efforts to support the Lao PDR as it confronts the challenges of COVID-19, and the enduring commitment of the U. S. Department of Defense to build long-term capacity-building partnership here in public health. In the past year alone, the Department of Defense has worked with the Ministry of Health and the Military Medical Department, Ministry of National Defense to help address the health needs of the Lao people by contributing over $2.4M USD in areas such as health facilities, field ambulances, laboratory equipment and supplies, COVID-19 test kits, and personal protective equipment. Today’s handover is part of over $8 million in direct COVID-related assistance that the U.S. government has provided to the Lao PDR since the beginning of the outbreak.

This year, the United States and Lao PDR celebrate the 5th anniversary of the U.S.-Lao Comprehensive Partnership.

XS
SM
MD
LG