ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Trump ກຳລັງມີຄະແນນ ດີຂຶ້ນ ໃນການຢັ່ງຫາງສຽງ ການເລືອກຕັ້ງ ຢູ່ໃນລັດຕ່າງໆ ທີ່ສຳຄັນ


ພວກສະໜັບສະໜູນ ກຳລັງຟັງຄຳປາໄສຂອງຜູ້ສະໝັກ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໃນລະຫວ່າງ ການຢຸດແວ່ ໂຄສະນາຫາສຽງ ຢູ່ທີ່ສູນກາງຈັດງານ Grand Park Events Center ໃນເມືອງ Westfield ລັດ Indiana, ວັນທີ 12 ກໍລະກົດ 2016.
ພວກສະໜັບສະໜູນ ກຳລັງຟັງຄຳປາໄສຂອງຜູ້ສະໝັກ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໃນລະຫວ່າງ ການຢຸດແວ່ ໂຄສະນາຫາສຽງ ຢູ່ທີ່ສູນກາງຈັດງານ Grand Park Events Center ໃນເມືອງ Westfield ລັດ Indiana, ວັນທີ 12 ກໍລະກົດ 2016.

ການຢັ່ງຫາງສຽງໃໝ່ ຢູ່​ໃນລັດຕ່າງໆທີ່​ຈະ​ມີ​ການແຂ່ງຂັນຢ່າງສຳຄັນ ແມ່ນ ສະແດງໃຫ້ເຫັນວ່າ ທ່ານ Donald Trump ສັງກັດພັກຣີພັບບລີກັນ ໄດ້ມີ ຄະ​ແນນ​ດີ​ຂຶ້ນ ຕໍ່ທ່ານນາງ Hillary Clinton ທີ່ສັງກັດພັກເດໂມແຄຣັດ ໃນ ສີ່ເດືອນ ກ່ອນໜ້າ ການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກ.

ທ່ານ Donald Trump ຜູ້ທີ່ຄາດຈະຖືກສະເໜີຊື່ ແຂ່ງຂັນເປັນປະທານາທິບໍດີ ກ່າວຖະແຫລງ ໃນ ເມືອງ Virginia Beach ລັດ Virginia, ວັນທີ 11 ກໍລະກົດ 2016.
ທ່ານ Donald Trump ຜູ້ທີ່ຄາດຈະຖືກສະເໜີຊື່ ແຂ່ງຂັນເປັນປະທານາທິບໍດີ ກ່າວຖະແຫລງ ໃນ ເມືອງ Virginia Beach ລັດ Virginia, ວັນທີ 11 ກໍລະກົດ 2016.

ມະຫາວິທະຍາໄລ Quinnipiac ໄດ້ກ່າວໃນວັນພຸດວານນີ້ ວ່າ ການສຳຫຼວດ ຂອງຕົນເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນວ່າ ທ່ານ Trump ເຈົ້າພໍ່ອະສັງ ຫາລິມະຊັບ ມະຫາເສດຖີພັນລ້ານທີ່​ກຳລັງ​ລົງ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງ​ເປັນຄັ້ງ ທຳອິດ ມີຄະແນນສຽງນຳ​ໜ້າ 42 ຕໍ່ 39 ເປີເຊັນ ໃນລັດ Florida ຢູ່ທາງພາກ ຕາເວັນອອກສຽງໃຕ້ ໂດຍຕ່າວປີ້ນ ການໄດ້ປຽບ 8 ​ເປີເຊັນ ຂອງທ່ານນາງ Clinton ​ໃນການຢັ່ງຫາງສຽງເມື່ອ 3 ສັບປະດາຜ່ານມາ. ພວກຢັ່ງຫາງສຽງ ກ່າວວ່າ ທ່ານ Trump ໄດ້ມີຄະແນນສຽງນຳໜ້າ 43 ຕໍ່ 41 ​ເປີ​ເຊັນ ໃນລັດ Pennsylvania ຢູ່ທາງພາກຕາເວັນອອກ ບ່ອນທີ່ທ່ານນາງ Clinton ອະດີດ ລັດຖະມົນ ຕີການຕ່າງປະເທດ ສະຫະລັດ ເຄີຍມີ​ຄະ​ແນນນຳໜ້ານຶ່ງ​ເປີ​ເຊັນ ກ່ອນໜ້ານີ້. ຜູ້ສະໝັກທັງສອງທ່ານ ຍັງຄົງສະເໝີກັນຢູ່ ຢູ່ໃນລັດທີ 3 ຄື ລັດ Ohio ຢູ່ທາງພາກຕາເວັນຕົກກາງ.

ໃນຂະນະທີ່ທ່ານ Trump ມຸ້ງໜ້າໄປຍັງກອງປະຊຸມພັກຣີພັບບລີກັນ ແຫ່ງ ຊາດ ໃນສັບປະດາໜ້າ ຢູ່ທີ່ນະຄອນ Cleveland ລັດ Ohio ເພື່ອຮັບການ ສະເໜີຊື່ເປັນຕົວແທນພັກ ຢ່າງເປັນທາງການ ຜູ້ຢັ່ງຫາງສຽງຂອງ Quinnipiac ທ່ານ Peter Brown ກ່າວວ່າ ຜູ້ສະໝັກ ແມ່ນ “ກຳລັງໄດ້ປຽບໜ້ອຍນຶ່ງ ໃນ ສາມລັດທີ່ມີ​ການ​ແຂ່ງຂັນ​ກັນ ທີ່ສຳຄັນ ຢູ່ໃນປະເທດ.”

ການຢັ່ງຫາງສຽງ ບາງສ່ວນ ໄດ້ດຳເນີນໄປ ໃນສອງສາມມື້ ຫຼັງຈາກທີ່ການ ສືບສວນສອບສວນຂອງ ອົງການສັນຕິບານກາງ ຫຼື FBI ໄດ້ສະຫລຸບຜົນ ການສອບສວນເມື່ອສັບປະດາແລ້ວນີ້ ທີ່ທ່ານນາງ Clinton ໄດ້ນຳໃຊ້ຂໍ້ມູນລັບ ກ່ຽວກັບ ການໃຊ້ບໍລິການອີແມລສ່ວນຕົວ ຂອງທ່ານນາງ ໃນແບບທີ່ “ບໍ່ເອົາ ໃຈໃສ່ ຢ່າງຍິ່ງ” ໃນຂະນະທີ່ທ່ານນາງ ໄດ້ເປັນຫົວໜ້ານັກການທູດ ຂອງ ປະເທດ ຈາກປີ 2009 ຫາ 2013 ແຕ່ວ່າ ທ່ານນາງ ຈະບໍ່ຖືກຟ້ອງຕໍ່ການລະ ເມີດທາງອາຍາ.

ການຢັ່ງຫາງສຽງຕ່າງໆ ໃນທົ່ວປະເທດ ສະເລ່ຍແລ້ວ ສະແດງໃຫ້ເຫັນວ່າ ທ່ານນາງ Clinton ທີ່​ຢາກເປັນປະທານາທິບໍດີ ຍິງຄົນທຳອິດ ໃນສະຫະລັດ ມີຄະແນນສຽງນຳ​ໜ້າຢູ່ປະມານ 4 ຄະແນນ​ ຕໍ່ທ່ານ Trump.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Clinton Says Party of Lincoln is Becoming Party of Trump
please wait

No media source currently available

0:00 0:00:23 0:00

XS
SM
MD
LG