ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຖີ້ມລະເບີດ ໃສ່ພວກຫົວຮຸນແຮງ ອິສລາມ ໃນອີຣັກ (ວີດີໂອ)


US Airstrikes Raise Hopes, Stakes in Iraq
please wait

No media source currently available

0:00 0:02:34 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ປະທານາ​ທິບໍດີ​ສະຫະລັດ ກ່າວ​ວ່າ ອາ​ເມຣິກາ ຈະ​ບໍ່ປ່ອຍ​
ໃຫ້​ຕົນ​ເອງ​ຖືກ “ດຶງ” ​ ເຂົ້າໄປ​ຕໍ່ສູ້​ສົງຄາມອີກ​ບັ້ນ​ນຶ່ງ ​ຢູ່​ໃນ
​ອີຣັກນັ້ນ ​ເພາະວ່າມັນ “ບໍ່​ມີ​ທາງ​ແກ້ໄຂ​ດ້ວຍກອງທັບ
​ອາ​ເມຣີກັນ​ໄດ້ ຕໍ່​ວິ​ກິດ​ການ​ອັນ​ໃຫຍ່​ໂຕ​ກ່ວາ​ເກົ່າ ​
ຢູ່​ທີ່​ນັ້ນ.”

ທ່ານ ບາຣັກ ​ໂອ​ບາ​ມາ ກ່າວຢູ່​ໃນ​ຄຳ​ປາ​ໄສ​ປະຈຳ​ອາທິດ
​ໃນ​ວັນ​ເສົາ​ມື້​ນີ້ ວ່າ ທ່ານ​ໄດ້​ອະນຸມັດການ​ປະຕິ​ບັດ​ງານ 2
ຢ່າງ​ຢູ່​ໃນ​ອີຣັກ - ອັນ​ທີນຶ່ງ​ ແມ່ນ​ເພື່ອ​ປົກ​ປ້ອງ​ບັນດາ​ຊາວ
​ອາ​ເມຣິກັນ​ໃນ​ອີຣັກ ​ແລະ ອີກ​ອັນ​ນຶ່ງ​ ແມ່ນ​ເພື່ອສະໜອງ​
ຄວາມ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ ​ແກ່​ພວກ​ພົນລະ​ເຮື​ອນ
ອີຣັກທີ່ຕົກ​ຄ້າງ​ຢູ່​ເທິງ​ພູ​ແຫ່ງ​ນຶ່ງ​ ຍ້ອນ​ພວກ​ກໍ່​ການ​ຮ້າຍ.

ກະຊວງປ້ອງກັນປະເທດສະຫະລັດ ມີພາບທີ່ສະແດງໃຫ້ເຫັນ ສະບຽງຂອງນ້ຳດື່ມ ທີ່ໄດ້ຂົນຂຶ້ນ ເຮືອບິນ C-17 Globemaster III ໃນການປະຕິບັດງານດ້້ານມະນຸດສະທຳ ຢູ່ອີຣັກ ວັນທີ 8 2014.
ກະຊວງປ້ອງກັນປະເທດສະຫະລັດ ມີພາບທີ່ສະແດງໃຫ້ເຫັນ ສະບຽງຂອງນ້ຳດື່ມ ທີ່ໄດ້ຂົນຂຶ້ນ ເຮືອບິນ C-17 Globemaster III ໃນການປະຕິບັດງານດ້້ານມະນຸດສະທຳ ຢູ່ອີຣັກ ວັນທີ 8 2014.

ທ່ານປະທານາທິບໍດີ​ກ່າວ​ວ່າ ສະຫະ​ລັດ “ບໍ່​ສາມາດ​
ແລະກໍບໍ່​ຄວນ​ທີ່​ຈະ​ແຊກ​ແຊງ”
ທຸກໆ ​ຄັ້ງ ທີ່​ເກີດວິ
​ກິດ​ການຢູ່​ໃນ​ໂລກ​. ຢ່າງ​ໃດ​ກໍ​ຕາມ ທ່ານ ​ໂອ​ບາ​ມາ
ກ່າວ​ວ່າ ​ໃນ​ເວລາທີ່ມີ​ສະຖານະ​ການ ຄື​ກັນກັບອັນ​ທີ່
ຢູ່​ເທິງ​ພູ​ເຂົາໃນ​ອີຣັກ ບ່ອນທີ່ “ປະຊາຊົນຜູ້​ບໍລິສຸດ​ ​
ໃນຈຳນວນ​ທີ່​ນັບ​ບໍ່​ໄດ້ ກຳລັງປະ​ເຊີນ​ກັບ​ການ
ສັງຫານ​ໝູ່​ນັ້ນ”
ສະຫະລັດ​ແມ່ນ​ບໍ່​ສາມາດທີ່​ຈະ
“ຫັນໜ້າ​ໜີ​ໄປ​ໄດ້.”

ແຜນທີ່ ປະເທດອີຣັກ ເມືອງ ເອີລໂບ.
ແຜນທີ່ ປະເທດອີຣັກ ເມືອງ ເອີລໂບ.

ປະທານາທິບໍດີ ​ໂອ​ບາ​ມາ ກ່າວ​ອີກ​ວ່າ ພວກ​ຄົນ​ເຫຼົ່ານັ້ນ
ທີ່​ຢູ່ເທິງ​ພູ​ໃນ​ອີຣັກ ຮູ້​ວ່າ​ອາ​ເມຣິກາເປັນ​ຫ່ວງ​ພວກ​ເຂົາ​ເຈົ້າ
​ແລະອາ​ເມ​ຣິກາກໍ​ເຕັມ​ໃຈ​ທີ່​ຈະ​ຢືນ​ຢັດ​ເພື່ອກຽດ​ສັກ​ສີ ​ແລະ
ສິດ​ເສລີພາບ ​ທີ່​ເປັນຂອງຊົນ​ຊາດທັງມວນ.

IRAQ CNPK
please wait
Embed

No media source currently available

0:00 0:01:43 0:00


The U.S. president says America will not be "dragged" into fighting another war in Iraq because there is "no American military solution to the larger crisis there."

Barack Obama said in his weekly address Saturday that he has authorized two operations in Iraq - one to protect Americans in Iraq and another providing humanitarian aid to Iraqi civilians trapped on a mountain by terrorists.

The president said the U.S. "cannot and should not intervene" every time there is a crisis in the world. However, Mr. Obama said when there is a situation like the one on the mountain, where "countless, innocent people are facing a massacre," the U.S. cannot "just look away."

Present Obama said the people on the mountain in Iraq know that America cares for them and that America is willing to stand up for the dignity and freedom that belongs to all people.

XS
SM
MD
LG