ມີທະຫານມາຣີນຂອງສະຫະລັດ ແລະຟີລິບປິນຫຼາຍກວ່າ 2,500 ຄົນເຂົ້າຮ່ວມການຝຶກຊ້ອມໃນການສູ້ລົບໃນວັນຈັນວານນີ້ ເພື່ອຮັບມືກັບວິກິດການໃດໆກໍຕາມທີ່ອາດເກີດຂຶ້ນຢູ່ໃນຂົງເຂດກ່ຽວກັບການຂັດແຍ້ງເລື້ອງເຂດນ້ຳແດນດິນຢູ່ໃນທະເລຈີນໃຕ້ ແລະຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນກ່ຽວກັບໄຕ້ຫວັນ ອີງຕາມລາຍງານຂອງອົງການຂ່າວເອພີ.
ການຝຶກຊ້ອມທາງທະຫານປະຈຳປີດັ່ງກ່າວ ແມ່ນການຊ້ອມລົບທີ່ສຳຄັນເທື່ອທຳອິດ ລະຫວ່າງປະເທດພັນທະມິດ ທີ່ມີມາເປັນເວລາດົນນານພາຍໃຕ້ການນຳພາຂອງປະທານາທິບໍດີເຟີດີນານ ມາໂກສ ຈູເນຍ ທີ່ຫາກໍໄດ້ຮັບເລືອກໃໝ່ໆ ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ທະຫານ. ປະທານາທິບໍດີຄົນກ່ອນ ທ່ານໂຣດຣີໂກ ດູເຕີເຕ ແມ່ນບຸກຄົນທີ່ໄດ້ຕ້ອງຕິ ນະໂຍບາຍດ້ານຄວາມໝັ້ນຄົງ ຂອງສະຫະລັດແລະບໍ່ຍອມໃຫ້ມີການຊ້ອມລົບທາງທະຫານ ກັບກຳລັງຂອງອາເມຣິກັນທີ່ທ່ານເວົ້າວ່າ ອາດຈະສ້າງຄວາມບໍ່ພໍໃຈໃຫ້ແກ່ຈີນ.
ການຊ້ອມລົບທີ່ເອີ້ນວ່າ Kamandag ຊຶ່ງເປັນຊື່ຫຍໍ້ ໃນພາສາຕາກາລອກ ທີ່ໝາຍເຖິງ “ການຮ່ວມມືຂອງພວກນັກລົບແຫ່ງທະເລ” ແມ່ນພົວພັນກັບກຳລັງທະຫານມາຣີນຂອງສະຫະລັດ 1,900 ຄົນ ແລະທະຫານຊຶ່ງສ່ວນໃຫຍ່ແມ່ນຟີລິບປິນ 600 ກວ່າຄົນ ໃນການຊ້ອມຍົກພົນຂຶ້ນບົກແລະການປະຕິບັດງານພິເສດ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ກອງທັບສະຫະລັດແລະຟີລິບປິນ. ລະບົບຈະຫຼວດຫຼາຍລຳກ້ອງຫຼື HIMARS ຂອງສະຫະລັດ ແລະເຮືອບິນລົບອາຍພົ່ນໄວກວ່າສຽງ ກໍຈະເຂົ້າຮ່ວມໃນການຊ້ອມລົບທີ່ໃຊ້ລູກປືນແທ້ ທີ່ຈະສິ້ນສຸດລົງໃນວັນທີ 14 ຕຸລາ.
ສະຖານທີ່ຂອງການຊ້ອມລົບແມ່ນຮວມທັງແຂວງປາລາວານ ທາງພາກຕາເວັນຕົກຂອງຟີລິບປິນ ຊຶ່ງຕັ້ງຢູ່ຕິດກັບທະເລຈີນໃຕ້ ແລະພາກເໜືອຂອງຟີລິບປິນ ໃນເຂດຊ່ອງແຄບລູຊອນ ທີ່ຕັ້ງຢູ່ກົງກັນຂ້າມກັບໄຕ້ຫວັນ.
ພົນເຮືອຕີຊີຊາ ເບີນາດ ວາເລັນເຊຍ (Caesar Bernard Valencia) ຈາກ ກອງທັບຟີລິບປິນ ກ່າວວ່າ ການຊ້ອມລົບນີ້ຈະເພັ່ງເລັງໃສ່ເສີມຂະຫຍາຍການປ້ອງກັນເຂດຊາຍຝັ່ງແລະບໍ່ໄດ້ແນໃສ່ປະເທດໃດປະເທດນຶ່ງເປັນການສະເພາະ.
ກຳລັງຂອງຍີ່ປຸ່ນ ແລະເກົາຫຼີໃຕ້ ກໍຈະເຂົ້າຮ່ວມໃນຖານະຜູ້ສັງເກດການ ແຕ່ກໍອາດຈະເຂົ້າໃນການຝຶກຊ້ອມເພື່ອຮັບມືກັບໄພພິບັດ ນັ້ນຄືຄຳເວົ້າຂອງພົນເຮືອຕີວາເລັນເຊຍ.
ໃນຂະນະດຽວກັນ ການຊ້ອມລົບດັ່ງກ່າວ ຈະມີຂຶ້ນພ້ອມໆກັນກັບການຊ້ອມລົບລະຫວ່າງທະຫານມາຣີນຂອງສະຫະລັດແລະກຳລັງກອງທັບຍີ່ປຸ່ນ ທີ່ເກາະຮອກໄກໂດ ຊຶ່ງເປັນເກາະທີ່ຕັ້ງຢູ່ເໜືອຂອງສຸດຂອງຍີ່ປຸ່ນ ໂດຍຈະມີທະຫານປະມານ 3,000 ຄົນຈາກທັງສອງຝ່າຍເຂົ້າຮ່ວມ ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ທະຫານສະຫະລັດ.