ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ​ຈ່າຍ​ເງິນ​ເພື່ອ​ທຳ​ຄວາມ​ສະ​ອາດ ເອົາ​ສານ​ສີ​ສົ້ມ ​ຢູ່ຖານ​ທັບ​ອາກາດ ບຽນ​ຫົວ ອອກ​ ໃນ​ວັນ​ຄົບ​ຮອບ ​ລະ​ນຶກ​ເຖິງ​ສົງ​ຄາມ ​ຫວຽດ​ນາມ

(ພາບ​ໃນ​ແຟມ) ທະ​ຫານ​ຫວຽດ​ນາມ​ຄົນ​ນຶ່ງຢືນ​ຍາມຢູ່​ເຂດ​ທີ່​ຖືກ​ປົນ​ເປື້ອນ​ດ້ວຍ​ສານ​ໄດ​ອອກ​ຊິນໃກ້​ຖານ​ທັບ​ອາ​ກາດ Bien Hoa ບ່ອນ​ທີ່ກອງ​ທັບ​ສະ​ຫະ​ລັດ​ໄດ້​ເອົາ​ສານສີ​ສົ້ມ​ໄປ​ມ້ຽນ​ໄວ້ ໃນ​ສະ​ໄໝ​ສົງ​ຄາມ​ຫວຽດ​ນາມ, ຢູ່​ເມືອງບຽນ​ຫົວ, ນອກ​ນະ​ຄອນ​ໂຮ່​ຈີ​ມິນ ຂອງ​ຫວຽດ​ນາມ, ທີ 17 ຕຸ​ລາ, 2018

ສະ​ຫະ​ລັດ​ໄດ້ປະກາດໃນ​ວັນ​ທີ 20 ທັນ​ວາ​ຜ່ານ​ມາວ່າ ໄດ້​ມີ​ສັນຍາ​ທີ່​ມີ​ມູນ​ຄ່າ 29 ລ້ານ​ໂດ​ລາ ເພື່ອ​ທຳ​ຄວາມ​ສະ​ອາດສິ່ງປົນ​ເປື້ອນ​ສານ​ພິດ​ໄດອອກ​ຊິນ​ຢູ່​ຖານ​ທັບ​ອາກາດບຽນ​ຫົວ (Bien Hoa) ທາງ​ພາກ​ໃຕ້​ຂອງ​ຫວຽດນາມ ທີ່ຢູ່​ໃກ້​ກັບ​ນະຄອນ​ໂຮ່ຈິ​ມິນ ​ເຊິ່ງເປັນຜົນຕາມ​ມາ ​ຈາກ​ການໃຊ້ຢາ​ຂ້າ​ພືດ​ທີ່​ມີສານພິດ​ສີ​ສົ້ມ​ຂອງສະ​ຫະ​ລັດ ໃນສະ​ໄໝ​ສົງຄາມ​ຫວຽດນາມ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ຄວາມພະຍາຍາມຄັ້ງ​ຫລ້າສຸດ ​ເພື່ອ​ສະ​ແດງ​ໃຫ້​ເຫັນເຖິງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເຖິງແມ່ນ​ວ່າ ​ການ​ພົວພັນຈະ​ຍັງ​ສັບສົນ​ຢູ່​ກໍ່ຕາມ.

ປັດຈຸບັນ, ປະເທດເຫລົ່າ​ນີ້ເຮັດວຽກຮ່ວມກັນກ່ຽວກັບບັນຫາການຄ້າ, ການປ່ຽນ ແປງຂອງດິນຟ້າອາກາດ, ແລະສິ່ງ​ຕົກ​ທອດຂອງສົງຄາມ, ເຊັ່ນ: ການພົ່ນສານ​ໄດ​ອອກ​ຊິນ ຫຼືອັນທີ່ເອີ້ນວ່າ ການຖິ້ມລະເບີດວັນຄຣິສມາສ, ເມື່ອ 50 ປີກ່ອນ ໃນເດືອນທັນວາ ກໍ​ຄື​ເດອນນີ້ ຕອນ​ທີ່ອາເມຣິກາໄດ້ຖິ້ມລະເບີດ 20,000 ໂຕນໃສ່ ນະ​ຄອນ​ຫລວງຮ່າໂນ້ຍ ແລະແຂວງ​ຫາຍ​ຟ໋ອງ.

“ການ​ປະ​ກາດນີ້​ສະ​ແດງ​ໃຫ້​ເຫັນ​ຄວາມມຸ້ງ​ໝັ້ນ​ຂອງສະ​ຫະ​ລັດໃນ​ການເປັນ​ຄູ່​ຮ່ວມ​ມື​ກັບ​ຫວຽດ​ນາມ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານອາ​ເລີ ກ​ຣຸບ​ສ໌ (Aler Grubbs), ຫົວ​ໜ້າ​ຫ້ອງ​ການປະ​ຈຳ​ຫວຽດ​ນາມ​ຂອງອົງ​ການ​ພັດ​ທະ​ນາ​ສາ​ກົນ​ສະ​ຫະ​ລັດ ຫລື USAID ທີ່​ຕັ້ງ​ຢູ່​ນະ​ຄອນ​ຫລວງຮ່າ​ໂນ້ຍ. ​ທ່ານ​ກ່າວ​ອີກວ່າ: "ສັນຍານີ້ຈະເຮັດໃຫ້ວຽກ​ງານການກະກຽມທີ່ສໍາຄັນສຳ​ເລັດຜົນ ຊຶ່ງປູໃຫ້​ກ້າວ ທາງໄປສູ່ໄລຍະທີ່​ມີການປິ່ນປົວຂອງໂຄງການນີ້."

ຄວາມ​ຄິ​ດ​ເຫັນແຕກ​ຕ່າງກັນ​ບາງ​ຢ່າງ​ລະ​ຫວ່າງ​ສະ​ຫະ​ລັດ ​ແລະ​ຫວຽດ​ນາມ ຍັງ​ຄົງມີ​ຢູ່​ ນັບ​ແຕ່​ເລື້ອງ​ສິດ​ທິ​ມະ​ນຸດ ໄປ​ຈົນ​ເຖິງ​ເລື້ອງ​ຖານ​ທັບ​ບຽນ​ຫົວ​ເອງ, ເພາະ​ສອງ​ປະ​ເທດນີ້​ຍັງ​ບໍ່​ສາ​ມາດ​ຕົກ​ລົງກັນ​ໄດ້ ກ່ຽວ​ກັບ​ສຸ​ສານ​ຂອງອະ​ດີດ​ທະ​ຫານ​ຫວຽດ​ນາມ​ໃຕ້ ທີ່​ສະ​ຫະ​ລັດ​ເປັນ​ພັນ​ທະ​ມິດນຳ ໃນ​ການ​ຕ້ານ​ຄອມ​ມິ​ວ​ນິ​ສ ວຽດນາມເໜືອໃນການ​ເຮັດສົງຄາມທີ່ສິ້ນສຸດລົງໃນປີ 1975 ໂດຍ​ທີ່ຫວຽດນາມເໜືອໄດ້ໄຊຊະນະນັ້ນ.

(ພາບ​ໃນ​ແຟມ ທີ່​ຖ່າຍ​ໃນ​ເດືອນ​ພຶດ​ສະ​ພາ 1966) ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ບິນ C-123 ຂອງກອງ​ທັບ​ອາ​ກາດ​ສະ​ຫະ​ລັດ​ບິນ​ເຫວີ່ນ​ລົງ​ຕ່ຳຢູ່​ລຽບ​ຕາມ​ທາງ​ດ່ວນ​ສາຍ​ນຶ່ງ​ຂອງ​ຫວຽດ​ນາມ​ໃຕ້ ເພື່ອ​ພົ່ນ​ສານ​ສີ​ສົ້ມ ທຳ​ລາຍ​ປ່າທີ່​ຕຶບ​ໜາ​ທີ່​ຢູ່​ແຄມ​ທາງເພື່ອບໍ່​ໃຫ້​ມີ​ການ​ລີ້​ຊ່ນອ​ຈອບ​ຍິງ​ໄດ້ ໃນ​ສະ​ໄໝ​ສົງ​ຄາມ​ຫວຽດ​ນາມ.

ອົງ​ການ USAID ກ່າວ​ວ່າ ຕົນ​ໄດ້ເຮັດໂຄງການ​ທີ່​ຄ້າຍຄື​ກັນ​ນີ້ສຳ​ເລັດ​ໄປ​ໃນ​ປີ 2018 ​ເພື່ອ​ທຳ​ຄວາມ​ສະ​ອາດສານພິດ​ສີ​ສົ້ມ ​ແລະ​ສານເຄມີ​ອື່ນໆ ທີ່ຕົນ​ໄດ້​ສີດ ພົ່ນ​ໄປ​ທົ່ວ​ນະຄອນ​ດ່າ​ນັງ ທາງ​ພາກ​ກາງ​ຂອງ​ຫວຽດນາມ ​ເພື່ອ​ທຳລາຍ​ປ່າ​ທີ່ໃຊ້​ໂດຍ​ກຳລັງ​ທະ​ຫານຄອມ​ມິວນິ​ສ​ເພື່ອ​ຊ່ອນ​ຕົວຢູ່​ໃນປາງ​ສົງຄາມ. ​ເມື່ອ​ທຽບ​ໃສ່​ກັບນະຄອນດ່າ​ນັງແລ້ວ ຖານ​ທັບບຽນ​ຫົວ ຕ້ອງ​ໄດ້​ຈັດ​ການ​ກັບ​ດິນ​ທີ່​ມີ​ທາດ​ເຄມີ ປົນ​ເປື້ອນ​ຢູ່​ຫຼາຍ​ກວ່າ 4 ​ເທົ່າ ທີ່ຍັງ​ເຊື່ອມ​ໂຍງໃສ່​ກັບເດັກນ້ອຍ​ເກີດ​ມາ​ມີ​ສິ່ງ​ຜິດ​ປົກ​ກະ​ຕິ.

​ຄ້າຍໆ​ກັນນີ້, ຕົວ​ຢ່າງ​ຂອງ​ປາ​ນິນ​ທີ່​ເກັບເອົາມາຢູ່​ແຂວງບຽນ​ຫົວ ​ໃນ​ປີ 2010 ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນວ່າ​ມີ​ລະດັບ​ຂອງສານພິດ​ສີ​ສົ້ມ ​ທີ່​ຖື​ວ່າ​ບໍ່​ດີ​ຕໍ່​ສຸຂະພາບ, ອີງຕາມ​ການ​ລາຍ​ງານ​ຂອງ​ກະຊວງ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມຂອງຫວຽດນາມ ​ແລະ ໂຄງ​ການ​ເພື່ອ​ການ​ພັດ​ທະ​ນາ​ຂອງອົງການ​ສະຫະ​ປະຊາ​ຊາດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG