ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາຍສຳພັນລະຫວ່າງ ສະຫະລັດ ແລະປາກິສຖານ ຈາງຫາຍໄປ ຫຼັງຈາກສະຫະລັດຖອນກຳລັງອອກຈາກອັຟການິສຖານ


ແຟ້ມພາບ - ນັກລົບກຸ່ມຕາລີບານ ຢືນຍາມຂະນະທີ່ເຮືອບິນສາການບິນຂອງນາໆຊາດ, ຊຶ່ງເປັນຖ້ຽວບິນພານິດລຳທຳອິດ ທີ່ໄດ້ບິນລົງຈອດ ນັບຕັ້ງແຕ່ ກຸ່ມຕາລີບານ ໄດ້ເຂົ້າຢຶດອຳນາດ, ກຳລັງບິນຂຶ້ນອອກຈາກສະໜາມບິນຂອງອັຟການິຖານ ໃນວັນທີ 13 ກັນຍາ 2021.
ແຟ້ມພາບ - ນັກລົບກຸ່ມຕາລີບານ ຢືນຍາມຂະນະທີ່ເຮືອບິນສາການບິນຂອງນາໆຊາດ, ຊຶ່ງເປັນຖ້ຽວບິນພານິດລຳທຳອິດ ທີ່ໄດ້ບິນລົງຈອດ ນັບຕັ້ງແຕ່ ກຸ່ມຕາລີບານ ໄດ້ເຂົ້າຢຶດອຳນາດ, ກຳລັງບິນຂຶ້ນອອກຈາກສະໜາມບິນຂອງອັຟການິຖານ ໃນວັນທີ 13 ກັນຍາ 2021.

ສາຍສຳພັນຄັ້ງສຸດທ້າຍລະຫວ່າງສະຫະລັດແລະປາກິສຖານ ໄດ້ເລີ້ມເຢັນລົງໃນຊ່ວງຕົ້ນປີ 1990 ຫຼັງຈາກທີ່ກອງກຳລັງໂຊຫວຽດໄດ້ຖອນອອກຈາກອັຟການິສ ຖານ ແລະສະຫະລັດ ບໍ່ຕ້ອງການ ການສະໜັບສະໜຸກຂອງປາກິສຖານ ແລະການສືບລັບຢູ່ໃນຂົງເຂດ. ພາຍຫຼັງຈາກການຖອນກຳລັງຂອງສະຫະລັດອອກຈາກອັຟການິສຖານ ເມື່ອປີກາຍນີ້ ຫຼັງຈາກໄດ້ເຮັດສົງຄາມທີ່ມີລາຄາສູງ ເປັນເວລາກວ່າສອງທົດສະວັດທີ່ໄດ້ກົດດັນປະເທດຕ່າງໆໃຫ້ຮ່ວມມືຢ່າງໃກ້ຊິດ ວໍຊິງຕັນ ແລະອິສລາມາບັດ ປາກົດວ່າ ຈະຫ່າງໄກກັນໃນຫຼາຍເລື້ອງທີ່ສຳຄັນ ອີກຄັ້ງນຶ່ງ.

ທ່ານໄມໂກລ ກູໂກລແມນ (Michael Kugelman) ຜູ້ຊ່ຽວຊານ ຢູ່ທີ່ສູນກາງວີລສັນ (Wilson Center) ໄດ້ກ່າວຕໍ່ວີໂອເອ ວ່າ “ອັຟການິສຖານ ເປັນເລັນກ້ອງສ່ອງ ທີ່ວໍຊິງຕັນ ເບິ່ງເຖິງສາຍສຳພັນຂອງຕົນ ກັບອິສລາມາບັດ ມາດົນນານແລ້ວ.”

ສຳລັບປາກິສຖານ ເປັນປະເທດນຶ່ງທີ່ມີອາວຸດນິວເຄລຍ ມີປະຊາກອນປະມານ 225 ລ້ານຄົນ ໂດຍມີສາຍສຳພັນໃກ້ຊິດກັບປະເທດມະຫາອຳນາດໃນທົ່ວໂລກ ແມ່ນມີຄວາມສຳຄັນຍິ່ງ ເພື່ອທີ່ຈະຮັກສາຄວາມກ້ຳເກິ່ງກັບຄູ່ປໍລະປັກຂອງຕົນ ເຊັ່ນອິນເດຍ ຢ່າງໜ້ອຍໃນດ້ານການທະຫານ ແລະຜ່ອນຄາຍບັນຫາຕ່າງໆທາງດ້ານເສດຖະກິດພາຍໃນ.

ຈາກການເລີ້ມຕົ້ນຂອງສົງຄາມໃນອັຟການິສຖານ ຈົນເຖິງການສິ້ນສຸດລົງໃນປີ 2021 ສະຫະລັດໄດ້ທຸ້ມເງິນຊ່ອຍເຫຼືອ ຫຼາຍກວ່າ 32 ພັນ 5 ຮ້ອຍລ້ານໂດລາ ເຂົ້າໃນດ້ານພົນລະເຮືອນ ແລະດ້ານທະຫານ ໃຫ້ແກ່ປາກິສຖານ ອີງຕາມສະ ຖານທູດສະຫະລັດປະຈຳປາກິສຖານ.

ດ້ວຍການຊ່ອຍເຫຼືອຂອງກອງທັບສະຫະລັດ ໄດ້ຖືກໂຈະໃນປີ 2018 ແລະການຊ່ອຍເຫຼືອດ້ານພົນລະເຮືອນ ກໍໄດ້ຫລຸດລົງ ຢູ່ປະມານ 300 ລ້ານໂດລາ ສຳລັບປີ 2022 ທາງການຂອງປາກິສຖານ ໄດ້ຫັນໄປຫາປະເທດອື່ນໆເພື່ອຂໍຄວາມຊ່ອຍເຫຼືອ.

ເມື່ອທ້າຍເດືອນແລ້ວນີ້ ຂະນະທີ່ພວກທະຫານຣັດເຊຍ ໄດ້ເລີ້ມບຸກໂຈມຕີຢູເຄຣນ ນາຍົກລັດຖະມົນຕີປາກິສຖານ ອິມຣານ ຄານ ໄດ້ເດີນທາງໄປຢ້ຽມ ຢາມວັງເຄຣມລິນ ເພື່ອຫາທາງຜູກສາຍສຳພັນໃຫ້ໃກ້ຊິດຂຶ້ນກວ່າເກົ່າ ແລະຂໍການຊ່ອຍເຫຼືອດ້ານເສດຖະກິດ. ທ່ານຄານ ໄດ້ກ່າວວ່າ ປາກິສຖານ ຈະສືບຕໍ່ນຳເຂົ້າ ເຂົ້າເບລ້ ແລະແກັສຈາກຣັດເຊຍ ເຖິງແມ່ນວ່າຈະມີການວາງມາດຕະການລົງໂທດຈາກນາໆຊາດຢ່າງກວ່າງຂວາງຢູ່ກໍຕາມ.

ຈາກ 193 ປະເທດທີ່ເປັນສະມາຊິກຂອງອົງການສະຫະປະຊາຊາດ 141 ປະ ເທດໄດ້ລົງຄະແນນສຽງ ເມື່ອຕົ້ນເດືອນມີນາ ເພື່ອປະນາມການຮຸກຮານ ຂອງ ຣັດເຊຍຢູ່ໃນຢູເຄຣນ ແຕ່ປາກິສຖານ ກໍຫາຍໄປຈາກຈຳນວນດັ່ງກ່າວຢ່າງຊັດເຈນ.

ທ່ານຄານໄດ້ຄັດຂືນຕໍ່ການຮຽກຮ້ອງຂອງນາໆຊາດໃຫ້ປາກິສຖານປະນາມການບຸກລຸກຂອງຣັດເຊຍ ຊຶ່ງທ່ານກ່າວວ່າ “ພວກທ່ານ ຄິດແນວໃດ ກັບພວກເຮົາ? ພວກເຮົາແມ່ນຂ້າທາດຂອງເຈົ້າບໍ່ ທີ່ເຈົ້າເວົ້າຫຍັງອອກມາ ແລ້ວພວກເຮົາຈະຕ້ອງເຮັດບໍ່?”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG