ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ​ຄັດຄ້ານ 'ການ​ໃຊ້ອິດທິພົນ​ໃນ​ທາງ​ບໍ​່​ດີ' ຕໍ່ການເລືອກຕັ້ງ ຂອງໄຕ້ຫວັນ


ບັນດາຜູ້ສະໜັບສະໜຸນຮອງປະທານາທິບໍດີໄຕ້ຫວັນ ແລະ ຜູ້ສະໝັກຕໍາແໜ່ງປະທານາທິບໍດີຈາກພັກປະຊາທິປະໄຕກ້າວໜ້າ ທ່ານວີລລ້ຽມ ຫຼາຍ ພາກັນຮ້ອງໂຮດີໃຈ ໃນການໂຄສະນາຫາສຽງເລືອກຕັ້ງໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 6 ມັງກອນ 2024.
ບັນດາຜູ້ສະໜັບສະໜຸນຮອງປະທານາທິບໍດີໄຕ້ຫວັນ ແລະ ຜູ້ສະໝັກຕໍາແໜ່ງປະທານາທິບໍດີຈາກພັກປະຊາທິປະໄຕກ້າວໜ້າ ທ່ານວີລລ້ຽມ ຫຼາຍ ພາກັນຮ້ອງໂຮດີໃຈ ໃນການໂຄສະນາຫາສຽງເລືອກຕັ້ງໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 6 ມັງກອນ 2024.

ສະ​ຫະ​ລັດ​ກ່າວ​ວ່າ ຕົນ​ຄັດ​ຄ້ານ​ “ການ​ແຊກ​ແຊງ​ຈາກພາຍນອກ ຫຼືໃຊ້ອິດ​ທິ​ພົນ​ໃນ​ທາງ​ທີ່​ບໍ່​ດີ” ຕໍ່​ການ​ເລືອກ​ຕັ້ງ​ຂອງ​ໄຕ້​ຫວັນ ກ່ອນ​ໜ້າ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ແລະ​ສະ​ພາ ຂອງ​ປະ​ເທດ​ເກາະ​ດອນທີ່​ມີ​ການ​ແຂ່ງ​ຂັນ​ກັນ​ຢ່າງ​ດຸ​ເດືອດ​ໃນ​ວັນ​ທີ 13 ມັງ​ກອນນີ້.

“ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ປັກ​ກິ່ງ​ຈົ່ງ​ຢຸດ​ເຊົາ ​ການ​ກົດ​ດັນ​ທາງດ້ານ​ທະ​ຫານ ການ​ທູດ ​ແລະ​ເສ​ດ​ຖະ​ກິດຕໍ່​ໄຕ້​ຫວັນ ຊຶ່ງໂດຍ​ພື້ນ​ຖານ​ແລ້ວ ​ແມ່ນ​ຂັດ​ແຍ້ງ​ກັບ​ເປົ້າ​ໝາຍ​ຂອງສັນ​ຕິ​ພາບ​ ແລະ​ສະ​ຖຽນ​ລະ​ພາບ” ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ຈັນ​ວານນີ້.

“ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຂັ້ນ​ຕອນ​ປະ​ຊາ​ທິ​ປະ​ໄຕ​ຂອງ​ໄຕ້​ຫວັນ​ແລະ​ເຊື່ອ​ວ່າ ມັນ​ແມ່ນ​ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ໄຕ້​ຫວັນ ທີ່​ຈະ​ເລືອກ​ເອົາ​ຜູ້​ນຳ​ຄົນ​ຕໍ່​ໄປ​ຂອງ​ພວກ​ເຂົາ​ເຈົ້າ ຢ່າງ​ເສ​ລີ​ໂດຍ​ປາ​ສະ​ຈາກ​ການ​ແຊກ​ແຊງ​ຂອງ​ພາຍນອກ” ໂຄ​ສົກ​ກ່າວ​ຕື່ມ.

ການ​ໃຊ້​ຄຳ​ເວົ້າ​ຢ່າງ​ແຮງ​ຂອງວໍ​ຊິງ​ຕັນ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຈີນ ​ເພີ້​ມ​ທະ​ວີ​ການ​ປຸກ​ລະ​ດົມເພື່ອ​ທຳ​ກາ​ນາ​ຂົ່ມ​ຂູ່ ກ່ອນ​ໜ້າ​ການ​ປ່ອນ​ບັດ ໂດຍ​ສົ່ງ​ເຮືອ​ບິນ​ລົບ​ແລະ​ກຳ​ປັ່ນ​ກອງ​ທັບ​ເຮືອ​ແລ່ນ​ເຂົ້າ​ໄປ​ໃກ້ໆ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ສົ່ງ​ບານ​ລູນ​ສອດ​ແນມ​ຫຼາຍໆ​ໜ່ວຍ​ບິນ​ຂ້າມ​ໄຕ້​ຫວັນ​ແລະ​ບິນ​ເຂົ້າ​ໄປ​ໃກ້ໆ​ຄ້າຍ​ທະ​ຫານ​ຕ່າງໆ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ໄດ້​ກ່າວ​ຫາ​ຈີນ​ໃນ​ວັນ​ເສົາ​ແລ້ວນີ້​ວ່າ ຮາ​ວີ​ລົບ​ກວນ​ແລະ​ເຮັດ​ສົງ​ຄາມ​ຈິດ​ຕະ​ສາດ ​ຕໍ່​ປະ​ຊາ​ຊົນ​ຢູ່​ໃນ​ເກາະ​ດັ່ງ​ກ່າວ ໂດຍ​ການ​ສົ່ງ​ບານ​ລູນ ບິນ​ຂ້າມ​ໄຕ້​ຫວັນ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃນ​ຂະ​ນະ​ທີ່​ການ​ເລືອກ​ຕັ້ງ​ຍັບ​ໃກ້​ເຂົ້າ​ມາ.

ໃນ​ວັນ​ອາ​ທິດ​ຜ່ານ​ມານີ້ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ກ່າວ​ວ່​ວາ ຕົນ​ໄດ້​ພົບ​ເຫັນ​ບານ​ລູນ​ອີກ 3 ໜ່ວຍ ບິນ​ຂ້າມ​ເສັ້ນ​ແບ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ອີງ​ຕາມຂ່າວ​ທີ່​ນຳ​ອອກ​ພິມ​ເຜີຍ​ແຜ່ທາງ​ສື່​ສັງ​ຄົມ X ຊຶ່ງ​ເມື່ອ​ກ່ອນ​ຮູ້​ກັນ​ໃນ​ຊື່​ທວີດ​ເຕີ້ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG