ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຄັດຄ້ານຕໍ່ການອອກຄວາມຄິດເຫັນ ​ຂອງ​ສານ​ໂລກ ກ່ຽວກັບດິນແດນ ທີ່ຍິດຄອງໂດຍອິສຣາແອລ


ສະຫະລັດກ່າວໃນວັນພຸດວານນີ້ວ່າ ສານສູງສຸດຂອງສະຫະປະຊາຊາດ ບໍ່ຄວນອອກບົດຄວາມຄິດເຫັນຂອງສານ ໂດຍກ່າວວ່າ ອິສຣາແອລ ຄວນ "ຖອນຕົວທັນທີ ແລະບໍ່ມີເງື່ອນໄຂ" ອອກຈາກດິນແດນ ທີ່ສະແຫວງຫາ​ທາງ​ສ້າງ​ຕັ້ງລັດ ປາແລັສໄຕນ໌ ໂດຍບໍ່ໄດ້ຮັບການຮັບປະກັນດ້ານຄວາມປອດໄພ ເປັນການຕອບແທນ.

ຮັກສາການທີ່ປຶກສາດ້ານກົດໝາຍຂອງກະຊວງການຕ່າງປະເທດ ທ່ານ ຣີເຈີດ ວີເສກ (Richard Visek) ກ່າວຕໍ່ຄະນະຜູ້ພິພາກສາ 15 ຄົນ ຢູ່ທີ່ສານຍຸຕິທຳສາກົນ ໃນນະຄອນເຮັກ (Hague) ວ່າ ສານບໍ່ຄວນຊອກຫາວິທີແກ້ໄຂຄວາມຂັດແຍ່ງລະຫວ່າງ ອິສຣາແອລ ແລະປາແລັສໄຕນ໌ ທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດ “ຜ່ານບົດຄວາມຄິດເຫັນຂອງສານທີ່ໄດ້ຕອບບັນດາຄຳຖາມທີ່ເນັ້ນໄປໃສ່ການກະທຳຂອງຝ່າຍດຽວເທົ່ານັ້ນ,” ກໍຄືອິສຣາແອລ.

ທ່ານ​ກ່າວ​ວ່າ “ການ​ເຄື່ອນ​ໄຫວ​ໃດໆກໍຕາມທີ່​ກ່ຽວ​ກັບ​ການ​ຖອນຕົວ​ອອກ​ຈາກເວັສແບ້ງ ແລະ ເຂດ ກາຊາ ​ຂອງ​ອິ​ສ​ຣາ​ແອລ ຮຽກ​ຮ້ອງ​ໃຫ້​ມີ​ການ​ພິ​ຈາ​ລະ​ນາ​ເຖິງຄວາມ​ຕ້ອງ​ການ​ດ້ານ​ຄວາມ​ປອດ​ໄພ​ອັນ​ແທ້​ຈິງ​ຂອງ ອິ​ສ​ຣາ​ແອລ.

ການປົກ​ປ້ອງ​ອິສຣາແອລ​ຂອງ​ສະ​ຫະ​ລັດ​ໄດ້​ມີ​ຂຶ້ນ​ໃນມື້ທີ 3 ​ຂອງ​ການ​ໄຕ່​ສວນ. ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮ້ອງ​ຂໍ​ໃຫ້​ສານ ​ໃຫ້ຄວາາມຄິດ​ເຫັນ​ຂອງສານ ​ທີ່​ບໍ່​ມີ​ຜົນ​ບັງຄັບ​ໃຊ້​ກ່ຽວ​ກັບ​ຄວາມ​ຖືກຕ້ອງ​ທາງດ້ານ​ກົດໝາຍ​ຂອງ​ນະ​ໂຍບາຍຕ່າງໆ​ຂອງອິສຣາແອລ ​ໃນ​ເຂດ​ດິນ​ແດນ​ທີ່​ຖືກ​ຍຶດຄອງ, ​ເຊິ່ງອິ​ສ​ຣາ​ແອ​ລ​ໄດ້​ຜະ​ໜວກ​ເອົາ ພາຍ​ຫຼັງ​ສົງຄາມ 6 ວັນ ລະ​ຫວ່າງ​ອາຣັບ - ອິສຣາ​ແອລ ​ໃນ​ປີ 1967.

52 ​ປະ​ເທດ​ກຳລັງ​ສະ​ເໜີ​ຄວາມ​ເຫັນ​ຂອງພວກ​ເຂົາ​ ​ກ່ຽວ​ກັບ​ການ​ຍຶດ​ຄອງ​ຂອງ​ອິສຣາແອລ, ໂດຍສ່ວນໃຫຍ່ ຕ້ອງການ​ໃຫ້​ອິສຣາແອລ ຖອນ​ການຄວບຄຸມ.

ທ່ານວີເສກ ກ່າວວ່າສານ "ສາມາດຕອບຄໍາຖາມກ່ອນໜ້ານັ້ນໄດ້ ພາຍໃນກອບການດຳເນີນງານທີ່ສ້າງຕັ້ງຂຶ້ນໂດຍອີງໃສ່ຫຼັກການຜືນແຜ່ນດິນ​ເພື່ອແລກ​ກັບສັນ ຕິພາບ ແລະຢູ່ພາຍໃນຂອບເຂດຂອງຫຼັກການ ທີ່ສ້າງຕັ້ງຂຶ້ນຂອງກົດຫມາຍການຍຶດຄອງ."

​ແຕ່​ທ່ານ​ກ່າວ​ວ່າ ຄວາມ​ຄິດ​ເຫັນ​ໃດໆ​ທີ່​ສານປະກາດເປັນທາງການ “ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ທຸກຝ່າຍ ທີ່ຢູ່ໃນຄວາມຂັດແຍ້ງ ​ແລະ ຄວາມ​ພະຍາຍາມ​ຢ່າງຕໍ່ເນື່ອງ​ຂອງ​ບັນດາ​ຜູ້​ທີ່​ເຮັດ​ວຽກ ​ເພື່ອໃຫ້​ບັນລຸ​ສັນຕິພາບ​ທີ່​ໝັ້ນຄົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG