ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​​ໃຫ້​ຄວາມໝັ້ນ​ໃຈ ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ກາງ​ສະ​ໄໝ


ພະ​ນັກ​ງານ​ປ່ອນ​ບັດ​ເລືອກ​ຕັ້ງ​ຄົນ​ນຶ່ງ ກຳ​ລັງ​ຈັດ​ຕຽມ​ປ້າຍ​ຕິດ "ຂ້ອຍ​ໄດ້​ປ່ອນ​ບັດ​ແລ້ວ" ໃຫ້​ແກ່​ຜູ້​ມາ​ປ​່ອນ​ບັດເລືອກ​ຕັ້ງ​ກາງ​ສະ​ໄໝ ຢູ່​ເມືອງແລນ​ຊິງ ລັດ​ມີ​ຊິ​ແກນ ວັນ​ທີ 7 ພະ​ຈິກ 2022
ພະ​ນັກ​ງານ​ປ່ອນ​ບັດ​ເລືອກ​ຕັ້ງ​ຄົນ​ນຶ່ງ ກຳ​ລັງ​ຈັດ​ຕຽມ​ປ້າຍ​ຕິດ "ຂ້ອຍ​ໄດ້​ປ່ອນ​ບັດ​ແລ້ວ" ໃຫ້​ແກ່​ຜູ້​ມາ​ປ​່ອນ​ບັດເລືອກ​ຕັ້ງ​ກາງ​ສະ​ໄໝ ຢູ່​ເມືອງແລນ​ຊິງ ລັດ​ມີ​ຊິ​ແກນ ວັນ​ທີ 7 ພະ​ຈິກ 2022

ບັ​ນ​ດາຜູ້​ປ່ອນ​ບັດ​ລົງຄະແນນ​ສຽງ​ໃນສະ​ຫະ​ລັດແລະ​ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໜ່ວຍ​ເລືອກ​ຕັ້ງ ກຳ​ລັງ​ກະ​ກຽມ​ ຮັບ​ມື​ກັບການ​ລົບ​ກວນ ​ຄວາມ​ວຸ້ນ​ວາຍ ແລະ​ແມ່ນ​ກະ​ທັງ​ຄວາມ​ຮຸນ​ແຮງ ​ທີ່​ອາດ​ຈະ​ເກີດ​ຂຶ້ນ ໃນ​ຂະ​ນະ​ທີ່​ຊາວ​ອາ​ເມ​ຣິ​ກັນ​ຫລາຍ​ລ້ານ​ຄົນພາ​ກັນ​ໄປປ່ອນ​ບັດ ຢູ່​ຕາມ​ໜ່ວຍ​ປ່ອນ​ບັດ​ຕ່າງໆ​ໃນ​ວັນ​ອັງ​ຄານ​ມື້​ນີ້ ເພື່ອ​ລົງ​ຄະ​ແນນ​ສຽງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ​ປະ​ເທດ.

ອີງ​ຕາມ​ການ​ຢັ່ງ​ສຽງ​ຫວ່າງ​ມໍ່​ໆ​ມາ​ນີ້ ​ຂອງ Economist/YouGov ​ມີ​ຫຼາຍກວ່າ​ເຄິ່ງ​ນຶ່ງ​ຂອງ​ຊາວ​ອາ​ເມ​ຣິ​ກັນ (51 ເປີ​ເຊັນ) ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ຢູ່​ທີ່ໜ່ວຍ​ປ່ອນ​ບັດ​ຕ່າ​ງ​ໆ ມີ​ທ່າ​ທາງວ່າອາດ​ຈະຫລື​ເກີດ​ຂຶ້ນ​ໄດ້.

ການ​ຢັ່ງ​ສຽງທີ່​ໄດ້​ສຳຫຼວດ​ພວກ​ຜູ້​ໃຫຍ່ 1,500 ຄົນ ລະ​ຫວ່າງ​ວັນ​ທີ 29 ເດືອນ​ຕຸ​ລາ ​ຫາ​ວັນ​ທີ 1 ເດືອນ​ພະ​ຈິກ ໄດ້​ພົບເຫັນ​ວ່າ ມີ​ຫຼາຍ​ເຖິງ 51 ເປີ​ເຊັນ ເຊື່ອ​ວ່າ​ ຈະ​ມີ​ການ​ແຊກ​ແຊງ​ຈາກບຕ່າງ​ປະ​ເທດ.

ການ​ຢັ່ງ​ສຽງ​ຕ່າງ​ຫາກ​ຂອງ YouGov ໃນເດືອນ​ກໍ​ລ​ະ​ກົດ ໄດ້​ພົບ​ເຫັນ​ວ່າ 32 ເປີ​ເຊັນ​ຂອງ​ບັນ​ດາ​ຜູ້​ທີ່​ຖືກສຳ​ຫລວດ​ເຫລົ່າ​ນັ້ນ ໄດ້​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໜ້ອຍຫຼື​ບໍ່​ມີ​ເລີຍ ໃນ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ.

ຜູ້​ປ່ອນ​ບັດ​ຄົນ​ນຶ່ງ​ຢູ່​ລັດ​ອາ​ຣີ​ໂຊ​ນາ ຊື່​ວ່າເຟ​ຣດ ທີ່ປະ​ຕິ​ເສດ​ບໍ່​ບອກ​ນາມ​ສະ​ກຸນ​ຂອງ​ລາວໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ລະ​ບົບ. ​ແມ່ນ​ໃຜ​ເປັນ​ຜູ້​ທີ່​ຈະ​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ນັບ​ການ​ລົງ​ຄະ​ແນນ​ສຽງ​ທັງ​ໝົດຢ່າງ​ເ​ໝາະ​ສົມ​?”

ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ​ດັ່ງ​ກ່າວ ການ​ສົ່ງ​ຂໍ້​ຄວາມ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ຂອງ​ສະ​ຫະ​ລັດ​ໄດ້​ເປັນ​ທີ່​ສະ​ໝ່ຳ​ສະ​ເໝີ.

“ຊາວ​ອາ​ເມ​ຣິ​ກັນ​ສົມ​ຄວນ​ໄປ​ປ່ອນ​ບັດ​ດ້ວຍ​ຄວ​າມ​ໝັ້ນ​ໃຈ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ເຈັນ ອິ​ສເຕີ​ລີ ຜູ້​ອຳ​ນວຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີແລະອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພການເລືອກ​ຕັ້ງ (CISA) ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ຮັກ​ສາ​ຄວາມ​ປອດ​ໄພ​ໄຊ​ເບີ ​ເມື່ອທ້​າຍ​ເດືອນ​ແລ້ວ​ນີ້.

“ໄດ້​ມີ​ການ​ເຮັດ​ວຽກເສັດ​ສິ້ນ​ຢ່າງ​ຫລວງ​ຫລາຍ​ທີ່​ບໍ່​ໜ້າ​ເຊື່ອ​ຢູ່​ທົ່ວ​ໄປ ເພື່ອ​ໃຫ້​ສາ​ມາດ​ຮັກສາ​ພື້ນ​ຖານໂຄງລ່າງການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ” ​ນັ້ນ​ຄື​ຄຳ​ເວົ້າ​ທີ່ທ່ານ​ນາງ​ໄດ້​ກ່າວ ​ເພື່ອແບ່ງ​ປັນ​ຂໍ້​ຄວາມ ນັບ​ແຕ່​ມີ​ສຽງ​ສະ​ທ້ອນ​ອອກ​ມາ​ ໂດຍພວກ​ເຈົ້າ​ໜ້​າ​ທີ່ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ແລະ​ແມ່ນ​ກະ​ທັງ​ທຳ​ນຽບ​ຂາວ.

U.S. voters and election security officials are bracing for potential disruptions, meddling and even violence as millions of Americans head to the polls Tuesday to cast ballots in the country's midterm elections.

According to a recent Economist/YouGov poll, just over half of Americans (51%) say violence at polling places is somewhat or very likely.

The poll, which surveyed 1,500 adults between October 29 and November 1, found just as many (51%) believe there will be interference by foreign countries.

A separate YouGov poll from July found 32% of those surveyed had little to no confidence in the results of the midterms.

"I would say I have concerns about the system," an Arizona voter named Fred, who declined to share his last name, told VOA. "Who's to say that they count all the votes properly?"

Despite such skepticism, the message from U.S. election officials has been consistent.

"Americans should go to the ballot box with confidence," Jen Easterly, the director of the Cybersecurity and Election Security Agency (CISA), told a cybersecurity forum late last month.

"There's been an incredible amount of work done across the board to be able to secure our election infrastructure," she said, sharing a message that has since been echoed by Homeland Security officials and even the White House.

XS
SM
MD
LG