ຜູ້ຕຳນິຕິຕຽນທີ່ສຳຄັນຄົນນຶ່ງຕໍ່ຂໍ້ຕົກລົງນິວເຄລຍທີ່ມີຄວາມ
ສຳຄັນປະຫວັດສາດ ກັບອິຣ່ານ ໃນວັນອັງຄານຜ່ານມານີ້
ໄດ້ຍອມຮັບວ່າ ລັດຖະສະພາສະຫະລັດອາດບໍ່ສາມາດທີ່
ຈະກີດກັນຂໍ້ຕົກລົງນີ້ໄດ້ ເຖິງແມ່ນວ່າໄດ້ມີການຄັດຄ້ານ
ຢ່າງໃຫຍ່ຈາກສະມາຊິກສະພາພັກ Republican ທີ່ຄວບຄຸມ
ທັງສອງສະພາກໍ່ຕາມ.
ສະມາຊິກສະພາສູງສະຫະລັດ ທ່ານ John McCain ປະທານ
ຄະນະກຳມາທິການກອງທັບ ໄດ້ບອກກັບ VOA ວ່າ “ມັນເປັນເລື່ອງສົງໄສ ແລະຍັງສົງໄສຢູ່,” ທີ່ບັນດາສະມາຊິກພັກເດໂມແຄຣັດ ຈະຮ່ວມກັນກັບພັກ Republican ເພື່ອເອົາ
ຊະນະ ການໃຊ້ສິດຢັບຢັ້ງຂອງປະທານາທິບໍດີ ໃນການລົງຄະແນນສຽງໃນລັດຖະສະພາ
ທີ່ຈະບໍ່ຮັບຜ່ານຂໍ້ຕົກລົງທີ່ວ່ານີ້.
ການລົງຄະແນນສຽງທີ່ວ່ານີ້ ຈະມີຂຶ້ນໃນເດືອນກັນຍາ ຈະມານີ້ ຊຶ່ງເປັນເວລາ 60 ມື້
ຫຼັງຈາກທີ່ສະມາຊິກສະພາສູງ ໄດ້ທົບທວນເບິ່ງຕົກລົງດັ່ງກ່າວ. ປະຈຸບັນນີ້ ຝ່າຍຄ້ານຕໍ່ຂໍ້ຕົກລົງທີ່ວ່ານີ້ ແມ່ນມີຈຳນວນຫຼາຍກວ່າພວກທີ່ສະໜັບສະໜຸນ ຊຶ່ງມັນເຮັດໄດ້ຢ່າງງ່າຍ
ດາຍໃນຂັ້ນຕົ້ນ ຕໍ່ການລົງຄະແນນສຽງບໍ່ຮັບຜ່ານນັ້ນ. ແຕ່ວ່າ ການເອົາຊະນະການວີໂຕ້ ນັ້ນແມ່ນຈະຕ້ອງໃຊ້ຄະແນນສຽງ 2 ສ່ວນ 3 ຢູ່ໃນທັງສອງສະພາ. ຊຶ່ງມັນເປັນການຍາກຍິ່ງສຳລັບພວກຕິຕຽນຢູ່ໃນລັດຖະສະພາ ທີ່ຈະດຳເນີນ ການໄດ້.
ມີການຕັ້ງຄຳຖາມວ່າ ນີ້ແມ່ນຂໍ້ຕົກລົງທີ່ຮຽບຮ້ອຍໄປແລ້ວບໍ່ ຊຶ່ງພັກ Republican ບໍ່ມີ
ຄະແນນສຽງພຽງພໍ ທີ່ຈະຊະນະການໃຊ້ສິດຢັບຢັ້ງ ຈາກພັກຂອງຕົນຕາມລຳພັງໄດ້ນັ້ນ
ຊຶ່ງທ່ານ McCain ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນຈະເປັນແບບນັ້ນລະ ແຕ່ວ່າ
ພວກເຮົາຍັງຈະບໍ່ຍອມແພ້ ເທື່ອ.”
ລັດຖະສະພາ ຊຶ່ງມີສະມາຊິກພັກເດໂມແຄຣັດທີ່ສະໜັບສະໜຸນ Israel ຢ່າງແຂງຂັນນັ້ນ ແມ່ນມີຫຼາຍໆທ່ານໄດ້ຂໍສະຫງວນທ່າທີຂອງຕົນ ກ່ຽວກັບຂໍ້ຕົກລົງກັບ Tehran. ທ່ານ McCain ໄດ້ກ່າວວ່າ ທ່ານຄາດຫວັງວ່າ ທາງທຳນຽບຂາວຈະ “ກົດດັນຢ່າງໃຫຍ່ໃຫ້ສະມາຊິກພັກເດໂມແຄຣັດ” ບໍ່ໃຫ້ຄັດຄ້ານຕໍ່ຂໍ້ຕົກລົງທີ່ວ່ານີ້.
ທ່ານ McCain ໄດ້ກ່າວວ່າ ຂໍ້ຕົກລົງທີ່ປະກາດໃນນະຄອນວຽນນາ “ພຽງ ເພື່ອໂຈະການ
ໝາຍໝັ້ນໃນການຊອກສະແຫວງອາວຸດນິວເຄລຍ ຊຶ່ງຄວາມຕັ້ງໃຈຕົ້ນຕໍນັ້ນແມ່ນປ້ອງກັນພວກເຂົາ ບໍ່ໃຫ້ມີອາວຸດດັ່ງກ່າວ.”
ທີ່ທຳນຽບຂາວ ໃນວັນພຸດວານນີ້ ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວວ່າ “ຂ້າພະເຈົ້າ ສາມາດເວົ້າໄດ້ຢ່າງໝັ້ນໃຈ ແຕ່ຍິ່ງສຳຄັນໄປກວ່ານີ້ ນັກຊ່ຽວຊານດ້ານນິວເຄລຍ ກ່າວຢ່າງໝັ້ນໃຈວ່າ ອິຣ່ານຈະບໍ່ຢູ່ໃນທ່າທີທີ່ຈະສ້າງອາວຸດນິວເຄລຍ
ໄດ້. ພວກເຮົາ ໄດ້ບັນລຸບູລິມະສິດອັນດັບນຶ່ງຂອງພວກເຮົາແລ້ວ.”